Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ນອກ​ປະຕູ​ເມືອງ​ໄປ​ທີ່​ແມ່ນ້ຳ, ບ່ອນ​ທີ່​ພວກເຮົາ​ຄິດ​ວ່າ​ຈະ​ພົບ​ບ່ອນ​ອະທິຖານ. ພວກເຮົາ​ໄດ້​ນັ່ງ​ລົງ​ໂອ້ລົມ​ກັບ​ພວກແມ່ຍິງ​ທີ່​ເຕົ້າໂຮມກັນ​ຢູ່​ທີ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ໃນ​ວັນ​ຊະບາໂຕ ພວກເຮົາ​ໄດ້​ອອກ​ຈາກ​ປະຕູ​ເມືອງ​ໄປ​ທີ່​ຝັ່ງ​ແມ່ນໍ້າ ແລະ​ຢູ່​ທີ່​ນັ້ນ ພວກເຮົາ​ເຄີຍ​ໃຊ້​ເປັນ​ບ່ອນ​ສຳລັບ​ພາວັນນາ​ອະທິຖານ, ພວກເຮົາ​ຈຶ່ງ​ນັ່ງ​ລົງ ແລະ​ໂອ້ລົມ​ກັບ​ພວກ​ແມ່ຍິງ​ທີ່​ເຕົ້າໂຮມ​ກັນ.

Uka jalj uñjjattʼäta Copia luraña




ກິດຈະການ 16:13
17 Jak'a apnaqawi uñst'ayäwi  

ມີ​ປະຊາຊົນ​ຈໍານວນ​ຫລວງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ອ້ອມ​ພຣະອົງ ຈົນ​ພຣະອົງ​ຕ້ອງ​ລົງ​ໄປ​ນັ່ງ​ຢູ່​ໃນ​ເຮືອ, ສ່ວນ​ປະຊາຊົນ​ທັງໝົດ​ຢືນ​ຢູ່​ເທິງ​ຝັ່ງ.


ພຣະອົງ​ກໍ​ກ່າວ​ແກ່​ພວກເພິ່ນ​ວ່າ, “ຈົ່ງ​ອອກ​ໄປ​ທົ່ວ​ໂລກ ປະກາດ​ຂ່າວປະເສີດ​ແກ່​ມະນຸດ​ທັງໝົດ.


ໃນ​ວັນຊະບາໂຕ​ວັນ​ໜຶ່ງ ຂະນະ​ທີ່​ພຣະເຢຊູເຈົ້າ​ກຳລັງ​ສັ່ງສອນ​ຢູ່​ໃນ​ທຳມະສາລາ​ແຫ່ງ​ໜຶ່ງ,


ພໍ​ຮຸ່ງເຊົ້າ​ພຣະອົງ​ກໍ​ເຂົ້າ​ໄປ​ໃນ​ເດີ່ນ​ວິຫານ​ອີກ, ບ່ອນ​ທີ່​ຄົນ​ທັງຫລາຍ​ໄດ້​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ພຣະອົງ​ນັ່ງລົງ​ເພື່ອ​ສັ່ງສອນ​ພວກເຂົາ.


ຈາກ​ເມືອງ​ເປກາ ພວກເພິ່ນ​ໄດ້​ເດີນທາງ​ຕໍ່​ມາ​ຍັງ​ເມືອງ​ອັນຕີໂອເຂຍ​ແຂວງ​ປີຊີເດຍ. ໃນ​ວັນຊະບາໂຕ ພວກເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ໃນ​ທຳມະສາລາ.


ຂະນະ​ທີ່​ໂປໂລ ແລະ ບາຣະນາບາ​ກຳລັງ​ອອກ​ຈາກ​ທຳມະສາລາ, ປະຊາຊົນ​ກໍ​ໄດ້​ເຊີນ​ພວກເພິ່ນ​ໃຫ້​ກ່າວ​ຂໍ້ຄວາມ​ເຫລົ່ານີ້​ອີກ​ໃນ​ວັນຊະບາໂຕ​ຖັດ​ໄປ.


ຄັ້ງ​ໜຶ່ງ ຂະນະ​ທີ່​ພວກເຮົາ​ກຳລັງ​ຈະ​ໄປ​ຍັງ​ບ່ອນ​ອະທິຖານ, ມີ​ຂ້າທາດ​ຍິງ​ຄົນ​ໜຶ່ງ​ທີ່​ມີ​ວິນຍານ​ໝໍດູ​ສິງ​ຢູ່​ມາ​ພົບ​ພວກເຮົາ, ຍິງ​ນີ້​ຫາ​ເງິນ​ໃຫ້​ນາຍ​ຂອງ​ຕົນ​ໄດ້​ເປັນ​ຈຳນວນ​ຫລວງຫລາຍ​ຈາກ​ການ​ດູມໍ.


ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ຈຶ່ງ​ເດີນທາງ​ໄປ​ທົ່ວ​ດິນແດນ​ຟີເຄຍ ແລະ ຄາລາເຕຍ, ເພາະ​ພຣະວິນຍານບໍລິສຸດເຈົ້າ​ຍັງ​ບໍ່​ໃຫ້​ປະກາດ​ພຣະຄຳ​ໃນ​ເອເຊຍ.


ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ​ຕາມ​ທີ່​ເພິ່ນ​ເຄີຍ​ປະຕິບັດ​ມາ ແລະ ໃນ​ວັນຊະບາໂຕ​ທັງ​ສາມ​ອາທິດ ໂປໂລ​ໄດ້​ຍົກ​ຂໍ້​ພຣະຄຳພີ​ຂຶ້ນ​ມາ​ຕອບໂຕ້​ກັບ​ພວກເຂົາ,


ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ໃນ​ວັນ​ຕົ້ນ​ອາທິດ ພວກເຮົາ​ໄດ້​ມາ​ປະຊຸມ​ກັນ​ເພື່ອ​ຫັກ​ເຂົ້າຈີ່. ໂປໂລ​ກ່າວ​ແກ່​ຄົນ​ທັງຫລາຍ ແລະ ເພາະ​ເພິ່ນ​ຕັ້ງໃຈ​ຈະ​ຈາກ​ໄປ​ໃນ​ວັນ​ຕໍ່​ໄປ​ຈຶ່ງ​ສືບຕໍ່​ເວົ້າ​ຈົນ​ເຖິງ​ທ່ຽງຄືນ.


ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ບໍ່​ມີ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ, ຊາຍ ຫລື ຍິງ, ເພາະ​ພວກເຈົ້າ​ທັງໝົດ​ເປັນ​ອັນໜຶ່ງອັນດຽວກັນ​ໃນ​ພຣະຄຣິດເຈົ້າເຢຊູ.


ຖ້າ​ພວກເຈົ້າ​ດໍາເນີນ​ຕໍ່ໄປ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ ເຊິ່ງ​ໄດ້​ວາງຮາກ​ລົງ​ຢ່າງ​ໝັ້ນຄົງ ແລະ ຖາວອນ​ແລ້ວ ຢ່າ​ໄດ້​ໜີ​ຈາກ​ຄວາມຫວັງ​ທີ່​ມີ​ຢູ່​ໃນ​ຂ່າວປະເສີດ. ນີ້​ແມ່ນ​ຂ່າວປະເສີດ​ທີ່​ພວກເຈົ້າ​ໄດ້​ຍິນ ແລະ ໄດ້​ປະກາດ​ແກ່​ທຸກ​ຊີວິດ​ທີ່​ຢູ່​ໃຕ້​ສະຫວັນ ແລະ ເຮົາ​ຄື​ໂປໂລ​ໄດ້​ກາຍເປັນ​ຜູ້ຮັບໃຊ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka