Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ຫລັງຈາກ​ໂປໂລ​ເຫັນ​ນິມິດ​ນີ້​ແລ້ວ, ພວກເຮົາ​ກໍ​ຕຽມພ້ອມ​ທັນທີ​ທີ່​ຈະ​ໄປ​ຍັງ​ແຂວງ​ມາເກໂດເນຍ, ເພາະ​ເຫັນ​ວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ​ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ພໍ​ໂປໂລ​ໄດ້​ເຫັນ​ນິມິດ​ນີ້ ພວກເຮົາ​ກໍ​ຕຽມພ້ອມ​ທັນທີ ເພື່ອ​ຈະ​ອອກ​ເດີນທາງ​ໄປ​ທີ່​ເມືອງ​ມາເກໂດເນຍ ເພາະ​ພວກເຮົາ​ເຫັນ​ຄັກແນ່​ວ່າ ພຣະເຈົ້າ​ໄດ້​ເອີ້ນ​ພວກເຮົາ ໃຫ້​ໄປ​ປະກາດ​ຂ່າວປະເສີດ​ແກ່​ຊາວ​ເມືອງ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 16:10
14 Jak'a apnaqawi uñst'ayäwi  

ດັ່ງນັ້ນ ເມື່ອ​ມີ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ​ມາ?”


ພວກເພິ່ນ​ໄດ້​ສືບຕໍ່​ປະກາດ​ຂ່າວປະເສີດ​ຢູ່​ທີ່​ນັ້ນ.


ໃນ​ເວລາ​ກາງຄືນ ໂປໂລ​ໄດ້​ຮັບ​ນິມິດ ເຫັນ​ຊາຍ​ຊາວ​ມາເກໂດເນຍ​ຄົນ​ໜຶ່ງ​ຢືນ​ຮ້ອງຂໍ​ເພິ່ນ​ວ່າ, “ຂໍ​ມາ​ຊ່ວຍ​ພວກຂ້ານ້ອຍ​ທີ່​ແຂວງ​ມາເກໂດເນຍ​ດ້ວຍ”.


ກະສັດ​ອັກຄຣີປາ​ທີ່​ນັບຖື, ປະມານ​ຕອນທ່ຽງ​ໃນ​ຂະນະ​ທີ່​ຢູ່​ກາງທາງ ຂ້ານ້ອຍ​ເຫັນ​ແສງສະຫວ່າງ​ຈາກ​ສະຫວັນ ແສງ​ກ້າ​ກວ່າ​ແສງອາທິດ ສ່ອງ​ອ້ອມ​ຂ້ານ້ອຍ ແລະ ຄົນ​ທີ່​ເດີນທາງ​ໄປ​ກັບ​ຂ້ານ້ອຍ.


ເມື່ອ​ມີ​ການຕັດສິນໃຈ​ໃຫ້​ພວກເຮົາ​ລົງເຮືອ​ໄປ​ຍັງ​ອີຕາລີ, ໂປໂລ ແລະ ນັກໂທດ​ອື່ນໆ​ບາງຄົນ​ຈຶ່ງ​ຖືກ​ສົ່ງ​ໃຫ້​ນາຍຮ້ອຍ​ຢູລີໂອ, ຜູ້​ທີ່​ຂຶ້ນ​ກັບ​ກອງທັບ​ຂອງ​ຈັກກະພັດ.


ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka