Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 16:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ເມືອງ​ລີສະຕຣາ, ຢູ່​ໃນ​ທີ່​ນີ້ ມີ​ຄົນ​ທີ່​ເຊື່ອ​ຜູ້ໜຶ່ງ​ຊື່​ວ່າ ຕີໂມທຽວ, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ​ເໝືອນກັນ ແລະ​ເປັນ​ຄົນ​ຢິວ ສ່ວນ​ພໍ່​ຂອງ​ລາວ​ນັ້ນ​ເປັນ​ຄົນ​ກຣີກ.

Uka jalj uñjjattʼäta Copia luraña




ກິດຈະການ 16:1
29 Jak'a apnaqawi uñst'ayäwi  

ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.


ພວກເພິ່ນ​ໄດ້​ປະກາດ​ຂ່າວປະເສີດ​ໃນ​ເມືອງ​ນັ້ນ ແລະ ມີ​ຄົນ​ຈຳນວນ​ຫລວງຫລາຍ​ມາ​ເປັນ​ສາວົກ. ຫລັງຈາກນັ້ນ ພວກເພິ່ນ​ກໍ​ໄດ້​ກັບ​ຄືນ​ໄປ​ຍັງ​ເມືອງ​ລີສະຕຣາ, ເມືອງ​ອີໂກນີອົມ ແລະ ເມືອງ​ອັນຕີໂອເຂຍ,


ແຕ່​ພວກເພິ່ນ​ຮູ້​ແຜນການ​ນັ້ນ ແລ້ວ​ພວກເພິ່ນ​ຈຶ່ງ​ໜີ​ໄປ​ຍັງ​ເມືອງ​ລີສະຕຣາ ແລະ ເມືອງ​ເດຣະເບ​ໃນ​ແຂວງ​ລີກາໂອເນຍ ແລະ ໃນ​ດິນແດນ​ໃກ້​ຄຽງ​ນັ້ນ,


ພວກ​ພີ່ນ້ອງ​ທີ່​ເຊື່ອ​ຈຶ່ງ​ສົ່ງ​ໂປໂລ​ໄປ​ທີ່​ແຄມທະເລ​ທັນທີ, ສ່ວນ​ຊີລາ​ກັບ​ຕີໂມທຽວ​ຍັງ​ຢູ່​ທີ່​ເມືອງ​ເບເຣຍ.


ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.


ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.


ຕີໂມທຽວ ເພື່ອນຮ່ວມງານ​ຂອງ​ເຮົາ​ກັບ​ລູກີໂອ, ຢາໂຊນ ແລະ ໂຊຊີປາໂທ ຍາດພີ່ນ້ອງ​ຂອງ​ເຮົາ ກໍ​ຂໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ທັງຫລາຍ​ດ້ວຍ.


ເມື່ອ​ຕີໂມທຽວ​ມາ ຂໍ​ໃຫ້​ພວກເຈົ້າ​ຊ່ວຍ​ເບິ່ງແຍງ​ບໍ່​ໃຫ້​ລາວ​ຢ້ານກົວ​ຕໍ່​ສິ່ງໃດ​ໃນ​ຂະນະ​ທີ່​ລາວ​ຢູ່​ນຳ​ພວກເຈົ້າ, ເພາະ​ລາວ​ກໍ​ເຮັດວຽກ​ຂອງ​ອົງພຣະຜູ້ເປັນເຈົ້າ​ເໝືອນກັນ​ກັບ​ເຮົາ.


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ເພາະວ່າ​ຜົວ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ເມຍ​ຂອງ​ລາວ ແລະ ເມຍ​ທີ່​ບໍ່ເຊື່ອ​ກໍ​ໄດ້​ຖືກ​ຊຳລະ​ໃຫ້​ບໍລິສຸດ​ແລ້ວ​ຜ່ານ​ທາງ​ຜົວ​ທີ່​ເຊື່ອ. ຖ້າ​ບໍ່​ດັ່ງນັ້ນ, ລູກ​ຂອງ​ພວກເຈົ້າ​ກໍ​ຈະ​ເປັນມົນທິນ, ແຕ່​ຕາມ​ທີ່​ເປັນ​ຢູ່​ນັ້ນ, ພວກເຂົາ​ກໍ​ບໍລິສຸດ​ແລ້ວ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ເພາະ​ພຣະບຸດ​ຂອງ​ພຣະເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ຜູ້​ທີ່​ເຮົາ​ກັບ​ຊີລາ ແລະ ຕີໂມທຽວ​ໄດ້​ປະກາດ​ແກ່​ພວກເຈົ້າ​ນັ້ນ​ບໍ່ແມ່ນ​ທັງ “ຈິງ” ແລະ “ບໍ່ຈິງ” ແຕ່​ໃນ​ພຣະອົງ​ເປັນ “ຈິງ” ສະເໝີ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເຮົາ​ຫວັງ​ໃນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ວ່າ​ອີກ​ບໍ່​ດົນ​ຈະ​ສົ່ງ​ຕີໂມທຽວ​ໄປ​ຫາ​ພວກເຈົ້າ, ເພື່ອ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຄວາມຊື່ນໃຈ​ເໝືອນກັນ​ເມື່ອ​ເຮົາ​ໄດ້ຍິນ​ຂ່າວ​ກ່ຽວກັບ​ພວກເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ແຕ່​ບັດນີ້ ຕີໂມທຽວ​ກໍ​ໄດ້​ກັບ​ມາ​ເຖິງ​ພວກເຮົາ​ແລ້ວ ແລະ ເພິ່ນ​ໄດ້​ນຳ​ເອົາ​ຂ່າວດີ​ກ່ຽວກັບ​ຄວາມເຊື່ອ ແລະ ຄວາມຮັກ​ຂອງ​ພວກເຈົ້າ. ເພິ່ນ​ໄດ້​ບອກ​ພວກເຮົາ​ວ່າ​ພວກເຈົ້າ​ໄດ້​ລະນຶກ​ເຖິງ​ພວກເຮົາ​ໃນ​ດ້ານ​ດີ​ຢູ່​ສະເໝີ ແລະ ຢາກ​ເຫັນ​ໜ້າ​ພວກເຮົາ​ເໝືອນດັ່ງ​ທີ່​ພວກເຮົາ​ຢາກ​ເຫັນ​ໜ້າ​ພວກເຈົ້າ​ເໝືອນກັນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ:


ຕີໂມທຽວ​ລູກຊາຍ​ຂອງ​ເຮົາ, ທີ່​ເຮົາ​ກຳລັງ​ສັ່ງ​ເຈົ້າ​ຢ່າງ​ນີ້ ກໍ​ສອດຄ່ອງ​ກັບ​ຄຳ​ເຜີຍ​ພຣະຄຳ​ທີ່​ເຄີຍ​ກ່າວ​ໄວ້​ກ່ຽວກັບ​ເຈົ້າ, ເພື່ອ​ວ່າ​ເມື່ອ​ເຈົ້າ​ລະນຶກ​ເຖິງ​ຄຳ​ເຫລົ່ານັ້ນ ເຈົ້າ​ກໍ​ຈະ​ສູ້ຮົບ​ໄດ້​ດີ,


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.


ເຮົາ​ໄດ້​ຄິດເຖິງ​ຄວາມເຊື່ອ​ອັນ​ຈິງໃຈ​ຂອງ​ເຈົ້າ ເຊິ່ງ​ຕອນ​ທຳອິດ​ກໍ​ມີ​ຢູ່​ໃນ​ນາງ​ໂລອີ ແມ່ເຖົ້າ​ຂອງ​ເຈົ້າ ແລະ ໃນ​ນາງ​ຢູນີເກ ແມ່​ຂອງ​ເຈົ້າ ແລະ ເຮົາ​ເຊື່ອ​ວ່າ​ບັດນີ້​ກໍ​ມີ​ຢູ່​ໃນ​ເຈົ້າ​ເໝືອນກັນ.


ການກົດຂີ່ຂົ່ມເຫັງ, ຄວາມທຸກທໍລະມານ, ສິ່ງ​ຕ່າງໆ​ທີ່​ເກີດຂຶ້ນ​ກັບ​ເຮົາ​ໃນ​ເມືອງ​ອັນຕີໂອເຂຍ, ເມືອງ​ອີໂກນີອົມ ແລະ ເມືອງ​ລີສະຕຣາ, ການຂົ່ມເຫັງ​ທີ່​ເຮົາ​ໄດ້​ອົດທົນ. ເຖິງປານນັ້ນ​ອົງພຣະຜູ້ເປັນເຈົ້າ​ກໍ​ຊ່ວຍ​ເຮົາ​ໃຫ້​ຫລຸດພົ້ນ​ຈາກ​ສິ່ງ​ທັງປວງ​ເຫລົ່ານີ້


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka