ພຣະອົງກ່າວກັບລາວເປັນຄັ້ງທີສາມວ່າ, “ຊີໂມນລູກໂຢຮັນເອີຍ, ເຈົ້າຮັກເຮົາບໍ?” ເປໂຕຮູ້ສຶກເຈັບປວດໃຈ ເພາະພຣະເຢຊູເຈົ້າໄດ້ຖາມຕົນເປັນເທື່ອທີສາມວ່າ, “ເຈົ້າຮັກເຮົາບໍ?” ເປໂຕຈຶ່ງຕອບພຣະອົງວ່າ, “ຂ້າແດ່ອົງພຣະຜູ້ເປັນເຈົ້າ ພຣະອົງຮູ້ຈັກທຸກສິ່ງ ພຣະອົງຮູ້ຈັກວ່າຂ້ານ້ອຍຮັກພຣະອົງ”. ພຣະເຢຊູເຈົ້າສັ່ງເປໂຕວ່າ, “ຈົ່ງລ້ຽງແກະທັງຫລາຍຂອງເຮົາເດີ.