Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຫລັງຈາກ​ປຶກສາຫາລື​ກັນ​ຫລາຍ​ແລ້ວ, ເປໂຕ​ກໍ​ລຸກຂຶ້ນ​ກ່າວ​ວ່າ: “ພີ່ນ້ອງ​ທັງຫລາຍ ພວກເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ກ່ອນ​ໜ້າ​ນີ້​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ເພື່ອ​ຄົນຕ່າງຊາດ​ຈະ​ໄດ້​ຍິນ​ຖ້ອຍຄຳ​ແຫ່ງ​ຂ່າວປະເສີດ​ຈາກ​ຮິມສົບ​ຂອງ​ເຮົາ ແລະ ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຫລັງຈາກ ໂຕ້ຖຽງ​ກັນ​ເປັນ​ເວລາ​ຍືດຍາວ​ແລ້ວ ເປໂຕ​ກໍ​ລຸກ​ຂຶ້ນ ແລະ​ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຈົ້າ​ກໍ​ຮູ້​ຢູ່​ວ່າ ເມື່ອ​ເລີ່ມຕົ້ນ​ທີ່​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ໃຫ້​ປະກາດ​ຂ່າວປະເສີດ​ແກ່​ຄົນຕ່າງຊາດ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້ຍິນ ແລະ​ຈະ​ໄດ້​ເຊື່ອ.

Uka jalj uñjjattʼäta Copia luraña




ກິດຈະການ 15:7
25 Jak'a apnaqawi uñst'ayäwi  

ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ໂຢຮັນ​ຕອບ​ວ່າ, “ມະນຸດ​ສາມາດ​ຮັບ​ພຽງແຕ່​ສິ່ງ​ທີ່​ມອບ​ໃຫ້​ພວກເຂົາ​ຈາກ​ສະຫວັນ​ເທົ່ານັ້ນ.


ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,


ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້


ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.


ດັ່ງນັ້ນ ຈົ່ງ​ລຸກຂຶ້ນ​ແລ້ວ​ລົງ​ໄປ​ຂ້າງລຸ່ມ. ຢ່າ​ລັງເລໃຈ​ທີ່​ຈະ​ໄປ​ກັບ​ພວກເຂົາ, ເພາະ​ແມ່ນ​ເຮົາ​ເອງ​ທີ່​ໄດ້​ສົ່ງ​ພວກເຂົາ​ມາ”.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ຊີໂມນ​ໄດ້​ອະທິບາຍ​ໃຫ້​ພວກເຮົາ​ຟັງ​ແລ້ວ​ວ່າ ພຣະເຈົ້າ​ໄດ້​ສະແດງ​ຄວາມຫ່ວງໃຍ​ຂອງ​ພຣະອົງ​ຕັ້ງແຕ່​ທຳອິດ ໂດຍ​ເລືອກ​ຄົນຕ່າງຊາດ​ບາງຄົນ​ມາ​ເປັນ​ຂອງ​ພຣະອົງ.


ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ພວກເພິ່ນ​ໄດ້​ຂັດແຍ້ງ​ກັນ​ຢ່າງ​ຮຸນແຮງ​ຈົນ​ຕ້ອງ​ແຍກ​ກັນ. ບາຣະນາບາ​ໄດ້​ພາ​ມາຣະໂກ​ລົງ​ເຮືອ​ໄປ​ຍັງ​ເກາະ​ໄຊປຣັດ,


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ມີ​ສາວົກ​ບາງຄົນ​ຈາກ​ເມືອງ​ກາຍຊາເຣຍ​ໄດ້​ໄປ​ກັບ​ພວກເຮົາ​ດ້ວຍ ແລະ ນຳພາ​ພວກເຮົາ​ມາ​ເຮືອນ​ຂອງ​ມານະໂຊນ, ບ່ອນ​ທີ່​ພວກເຮົາ​ຈະ​ພັກ​ຢູ່​ທີ່​ນັ້ນ. ມານະໂຊນ​ມາ​ຈາກ​ເກາະ​ໄຊປຣັດ ແລະ ເປັນ​ຜູ້​ໜຶ່ງ​ໃນ​ບັນດາ​ສາວົກ​ລຸ້ນ​ທຳອິດ.


ແຕ່​ພຣະເຈົ້າ​ໄດ້​ໃຫ້​ສິ່ງ​ນີ້​ເກີດຂຶ້ນ​ເພື່ອ​ຈະ​ເປັນຈິງ​ຕາມ​ທີ່​ໄດ້​ກ່າວ​ໄວ້​ລ່ວງໜ້າ​ຜ່ານ​ທາງ​ຜູ້ທຳນວາຍ​ທັງໝົດ​ວ່າ ພຣະຄຣິດເຈົ້າ​ຂອງ​ພຣະອົງ​ຕ້ອງ​ທົນທຸກທໍລະມານ.


ພຣະອົງ​ໄດ້​ກ່າວ​ໂດຍ​ພຣະວິນຍານບໍລິສຸດເຈົ້າ ໂດຍ​ຜ່ານ​ປາກ​ຂອງ​ຜູ້ຮັບໃຊ້​ຂອງ​ພຣະອົງ ຄື​ດາວິດ​ບັນພະບຸລຸດ​ຂອງ​ພວກຂ້ານ້ອຍ​ວ່າ: “‘ດ້ວຍ​ເຫດ​ໃດ​ຊົນຊາດ​ທັງຫລາຍ​ຈຶ່ງ​ກະບົດ ແລະ ປະຊາຊົນ​ຈຶ່ງ​ກໍ່​ອຸບາຍ​ອັນ​ໄຮ້ປະໂຫຍດ?


ແຕ່​ອົງພຣະຜູ້ເປັນເຈົ້າ​ກ່າວ​ແກ່​ອານາເນຍ​ວ່າ, “ຈົ່ງ​ໄປ​ສາ! ເພາະວ່າ​ຊາຍ​ຄົນ​ນີ້​ເປັນ​ເຄື່ອງມື​ທີ່​ເຮົາ​ໄດ້​ເລືອກ​ໄວ້​ເພື່ອ​ໃຫ້​ປະກາດ​ນາມ​ຂອງ​ເຮົາ​ກັບ​ຄົນຕ່າງຊາດ, ບັນດາ​ກະສັດ​ຂອງ​ພວກເຂົາ ແລະ ຊາວ​ອິດສະຣາເອນ.


ຈົ່ງ​ເຮັດ​ທຸກສິ່ງ​ໂດຍ​ບໍ່​ມີ​ການຈົ່ມ ຫລື ການຖົກຖຽງກັນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka