Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ບັນດາ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໄດ້​ປະຊຸມ​ກັນ​ເພື່ອ​ພິຈາລະນາ​ບັນຫາ​ນີ້.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຝ່າຍ​ພວກ​ອັກຄະສາວົກ​ກັບ​ພວກ​ເຖົ້າແກ່ ກໍໄດ້​ປະຊຸມ​ກັນ​ພິຈາລະນາ​ບັນຫາ​ນີ້.

Uka jalj uñjjattʼäta Copia luraña




ກິດຈະການ 15:6
12 Jak'a apnaqawi uñst'ayäwi  

ດ້ວຍວ່າ ມີ​ສອງ ຫລື ສາມ​ຄົນ​ມາ​ຮ່ວມ​ເຕົ້າໂຮມ​ກັນ​ໃນ​ນາມ​ຂອງ​ເຮົາ​ຢູ່​ບ່ອນໃດ ເຮົາ​ກໍ​ຢູ່​ກັບ​ພວກເຂົາ​ໃນ​ບ່ອນນັ້ນ”.


ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.


ຄຳສອນ​ນີ້​ໄດ້​ເຮັດ​ໃຫ້​ໂປໂລ​ກັບ​ບາຣະນາບາ​ໂຕ້ຖຽງ​ກັບ​ພວກເຂົາ​ຢ່າງ​ຮຸນແຮງ. ດັ່ງນັ້ນ ໂປໂລ​ກັບ​ບາຣະນາບາ​ຈຶ່ງ​ໄດ້​ຮັບ​ການ​ແຕ່ງຕັ້ງ​ພ້ອມ​ກັບ​ຜູ້ທີ່ເຊື່ອ​ບາງຄົນ​ໃຫ້​ຂຶ້ນ​ໄປ​ພົບ​ບັນດາ​ອັກຄະສາວົກ ແລະ ຜູ້ປົກຄອງ​ທີ່​ເຢຣູຊາເລັມ​ກ່ຽວກັບ​ບັນຫາ​ນີ້.


ແລ້ວ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ກັບ​ທຸກຄົນ​ໃນ​ຄຣິສຕະຈັກ, ໄດ້​ຕັດສິນໃຈ​ທີ່​ຈະ​ເລືອກ​ເອົາ​ບາງຄົນ​ໃນ​ພວກເພິ່ນ​ແລ້ວ​ສົ່ງ​ໄປ​ທີ່​ເມືອງ​ອັນຕີໂອເຂຍ​ພ້ອມ​ກັບ​ໂປໂລ ແລະ ບາຣະນາບາ. ພວກເພິ່ນ​ໄດ້​ເລືອກ​ເອົາ​ຢູດາ (ຫລື​ເອີ້ນ​ກັນ​ວ່າ​ບາຣະຊັບບາ) ກັບ​ຊີລາ, ຊາຍ​ທັງສອງ​ຄົນນີ້​ເປັນ​ຜູ້ນຳ​ໃນ​ກຸ່ມ​ພວກ​ພີ່ນ້ອງ.


ດັ່ງນັ້ນ ພວກເຮົາ​ທຸກຄົນ​ເຫັນດີ​ທີ່​ຈະ​ເລືອກ​ເອົາ​ບາງຄົນ ແລະ ສົ່ງ​ພວກເຂົາ​ມາ​ຫາ​ພວກທ່ານ​ພ້ອມ​ກັບ​ບາຣະນາບາ ແລະ ໂປໂລ​ເພື່ອນ​ທີ່ຮັກ​ຂອງ​ເຮົາ


ເມື່ອ​ພວກເພິ່ນ​ມາ​ເຖິງ​ເຢຣູຊາເລັມ, ພວກເພິ່ນ​ກໍ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄຣິສຕະຈັກ, ຈາກ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ, ພວກເພິ່ນ​ໄດ້​ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ເຮັດ​ຜ່ານ​ພວກເພິ່ນ​ໃຫ້​ຄົນ​ເຫລົ່ານັ້ນ​ຟັງ.


ຂະນະ​ທີ່​ພວກເພິ່ນ​ກຳລັງ​ເດີນທາງ​ໄປ​ຍັງ​ເມືອງ​ຕ່າງໆ, ພວກເພິ່ນ​ກໍ​ໄດ້​ມອບ​ຂໍ້​ຕົກລົງ​ຂອງ​ພວກ​ອັກຄະສາວົກ ແລະ ພວກ​ຜູ້ປົກຄອງ​ໃນ​ເຢຣູຊາເລັມ​ເພື່ອ​ໃຫ້​ຄົນ​ທັງຫລາຍ​ໄດ້​ປະຕິບັດ​ຕາມ.


ໃນ​ມື້​ຕໍ່ມາ ໂປໂລ​ກັບ​ພວກເຮົາ​ໄປ​ພົບ​ຢາໂກໂບ ແລະ ຜູ້ອາວຸໂສ​ທັງໝົດ​ກໍ​ຢູ່​ທີ່​ນັ້ນ.


ດັ່ງນັ້ນ ພວກ​ອັກຄະສາວົກ​ທັງ​ສິບສອງ​ຄົນ​ຈຶ່ງ​ເອີ້ນ​ສາວົກ​ທັງໝົດ​ມາ​ລວມ​ກັນ​ແລ້ວ​ກ່າວ​ວ່າ, “ເປັນ​ການ​ບໍ່​ຖືກຕ້ອງ​ເລີຍ​ທີ່​ພວກເຮົາ​ຈະ​ປະຖິ້ມ​ພັນທະກິດ​ແຫ່ງ​ພຣະຄຳ​ຂອງ​ພຣະເຈົ້າ​ເພື່ອ​ໄປ​ຮັບໃຊ້​ທີ່​ໂຕະ​ອາຫານ​ນັ້ນ.


ຈົ່ງ​ເຊື່ອຟັງ ແລະ ຍອມ​ຢູ່​ໃຕ້​ອຳນາດ​ຂອງ​ຜູ້ນຳ​ຂອງ​ພວກເຈົ້າ, ເພາະ​ພວກເພິ່ນ​ເຝົ້າ​ເບິ່ງແຍງ​ພວກເຈົ້າ​ໃນ​ຖານະ​ຜູ້​ທີ່​ຈະ​ຕ້ອງ​ລາຍງານ. ຈົ່ງ​ເຮັດ​ຢ່າງ​ນີ້ ເພື່ອວ່າ​ພວກເພິ່ນ​ຈະ​ເຮັດ​ໜ້າທີ່​ຂອງ​ຕົນ​ດ້ວຍ​ຄວາມຍິນດີ, ບໍ່​ແມ່ນ​ຈໍາ​ໃຈ ເພາະ​ຈະ​ເປັນ​ປະໂຫຍດ​ແກ່​ພວກເຈົ້າ.


ຈົ່ງ​ລະນຶກ​ເຖິງ​ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ກ່າວ​ພຣະຄຳ​ຂອງ​ພຣະເຈົ້າ​ແກ່​ພວກເຈົ້າ. ຈົ່ງ​ພິຈາລະນາ​ເບິ່ງ​ຜົນ​ຂອງ​ວິຖີຊີວິດ​ຂອງ​ພວກເພິ່ນ​ເຫລົ່ານັ້ນ​ແລ້ວ​ປະຕິບັດ​ຕາມ​ແບບຢ່າງ​ຄວາມເຊື່ອ​ຂອງ​ພວກເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka