Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 15:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ຢ່າ​ເລີຍ! ພວກເຮົາ​ເຊື່ອ​ວ່າ​ພວກເຮົາ​ຈະ​ພົ້ນ​ໄດ້​ກໍ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ເໝືອນ​ກັນ​ກັບ​ພວກເຂົາ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແຕ່​ພວກເຮົາ​ເຊື່ອ​ວ່າ ພວກເຮົາ​ພົ້ນ​ດ້ວຍ​ພຣະຄຸນ​ຂອງ​ອົງ​ພຣະເຢຊູເຈົ້າ ເໝືອນກັນ​ກັບ​ພວກເຂົາ.”

Uka jalj uñjjattʼäta Copia luraña




ກິດຈະການ 15:11
14 Jak'a apnaqawi uñst'ayäwi  

ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.


ແຕ່​ວ່າ​ຂອງປະທານ​ນັ້ນ​ຕ່າງ​ຈາກ​ການລ່ວງລະເມີດ. ເພາະ​ຖ້າ​ຄົນ​ຈຳນວນ​ຫລວງຫລາຍ​ຕ້ອງ​ຕາຍ​ໂດຍ​ການລ່ວງລະເມີດ​ຂອງ​ມະນຸດ​ພຽງແຕ່​ຄົນ​ດຽວ, ຫລາຍກວ່ານັ້ນ​ອີກ​ເທົ່າໃດ ພຣະຄຸນ​ຂອງ​ພຣະເຈົ້າ ແລະ ຂອງປະທານ​ທີ່​ມາ​ໂດຍ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ຜູ້​ດຽວ​ນັ້ນ ກໍ​ຈະ​ໄຫລລົ້ນ​ໄປ​ສູ່​ຄົນ​ຈຳນວນ​ຫລວງຫລາຍ!


ເພາະ​ຄ່າຕອບແທນ​ຂອງ​ຄວາມບາບ​ກໍ​ຄື​ຄວາມຕາຍ, ແຕ່​ຂອງປະທານ​ທີ່​ມາ​ຈາກ​ພຣະເຈົ້າ​ກໍ​ຄື​ຊີວິດ​ນິລັນດອນ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.


ຂໍ​ໃຫ້​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຄວາມຮັກ​ຂອງ​ພຣະເຈົ້າ ແລະ ຄວາມ​ສາມັກຄີທຳ​ຂອງ​ພຣະວິນຍານບໍລິສຸດເຈົ້າ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທຸກຄົນ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ເຮົາ​ປະຫລາດໃຈ​ທີ່​ພວກເຈົ້າ​ທັງຫລາຍ​ໄດ້​ປະຖິ້ມ​ພຣະອົງ ຜູ້​ເອີ້ນ​ພວກເຈົ້າ​ໃຫ້​ດໍາເນີນຊີວິດ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະຄຣິດເຈົ້າ​ໄປ​ຢ່າງ​ໄວວາ ແລະ ຫັນ​ໄປ​ຫາ​ຂ່າວປະເສີດ​ທີ່​ແຕກຕ່າງ


ຍັງ​ຮູ້​ວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ, ແຕ່​ໂດຍ​ຄວາມເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ. ດັ່ງນັ້ນ ພວກເຮົາ​ກໍ​ເໝືອນກັນ, ພວກເຮົາ​ໄດ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ເພື່ອ​ຈະ​ໄດ້​ຖືກ​ນັບວ່າ​ເປັນ​ຜູ້ຊອບທຳ​ໂດຍ​ຄວາມເຊື່ອ​ໃນ​ພຣະຄຣິດເຈົ້າ ບໍ່ແມ່ນ​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ ເພາະວ່າ​ບໍ່​ມີ​ຜູ້ໃດ​ຖືກ​ນັບ​ວ່າ​ເປັນ​ຜູ້ຊອບທຳ​ໄດ້​ໂດຍ​ການ​ປະຕິບັດ​ຕາມ​ກົດບັນຍັດ.


ເພາະ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ປາກົດ​ນັ້ນ​ໄດ້​ໃຫ້​ຄວາມພົ້ນ​ແກ່​ທຸກຄົນ


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka