Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 14:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ແລະ ໄດ້​ຮ້ອງຂຶ້ນ​ວ່າ, “ຈົ່ງ​ລຸກຂຶ້ນ​ຢືນ!” ຄົນ​ນັ້ນ​ກໍ​ກະໂດດ​ຂຶ້ນ​ຢືນ ແລະ ເລີ່ມ​ຍ່າງ​ໄປ​ມາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ດັ່ງນັ້ນ ໂປໂລ​ຈຶ່ງ​ສັ່ງ​ດ້ວຍ​ສຽງດັງ​ວ່າ, “ຈົ່ງ​ລຸກ​ຂຶ້ນ​ຢືນ​ໃຫ້​ຕົວ​ຊື່” ຄົນ​ເປ້ຍ​ນັ້ນ​ຈຶ່ງ​ກະໂດດ​ຂຶ້ນ​ແລ້ວ​ຍ່າງ​ໄປມາ.

Uka jalj uñjjattʼäta Copia luraña




ກິດຈະການ 14:10
8 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ກໍ​ໄດ້​ເຂົ້າ​ໄປ​ໃກ້ ແລະ ແຕະ​ຫີບສົບ​ທີ່​ພວກເຂົາ​ກຳລັງ​ຫາມ​ຢູ່​ນັ້ນ ບັນດາ​ຄົນ​ທີ່​ຫາມ​ຫີບສົບ​ກໍ​ຢຸດ​ຢືນ​ຢູ່. ພຣະອົງ​ກ່າວ​ວ່າ, “ຊາຍໜຸ່ມ​ເອີຍ, ເຮົາ​ສັ່ງ​ເຈົ້າ​ວ່າ​ຈົ່ງ​ລຸກຂຶ້ນ!”


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka