ກິດຈະການ 14:1 - ພຣະຄຳພີລາວສະບັບສະໄໝໃໝ່1 ທີ່ເມືອງອີໂກນີອົມ ໂປໂລກັບບາຣະນາບາໄດ້ເຂົ້າໄປໃນທຳມະສາລາຂອງພວກຢິວຕາມປົກກະຕິ. ຢູ່ທີ່ນັ້ນ ພວກເພິ່ນໄດ້ປະກາດຢ່າງເກີດຜົນຈົນມີຄົນຢິວ ແລະ ຄົນກຣີກຈຳນວນຫລາຍມາເຊື່ອ. Uka jalj uñjjattʼätaພຣະຄຳພີສັກສິ1 ໃນເມືອງອີໂກນີອົມນີ້ກໍເໝືອນກັນ ໂປໂລກັບບາຣະນາບາໄດ້ເຂົ້າໄປກ່າວໃນທຳມະສາລາຂອງພວກຢິວ ຈົນຊາວຢິວ ແລະຊາວກຣີກຈຳນວນຫລວງຫລາຍໄດ້ວາງໃຈເຊື່ອ. Uka jalj uñjjattʼäta |
ພວກເຂົາຮ້ອງຂຶ້ນວ່າ, “ປະຊາຊົນອິດສະຣາເອນ, ຊ່ວຍພວກເຮົາແດ່! ຄົນນີ້ແຫລະທີ່ເປັນຜູ້ສັ່ງສອນຄົນທັງຫລາຍໃນທຸກບ່ອນໃຫ້ຕໍ່ຕ້ານຊົນຊາດຂອງພວກເຮົາ, ໃຫ້ຕໍ່ຕ້ານກົດບັນຍັດຂອງເຮົາ ແລະ ສະຖານທີ່ແຫ່ງນີ້. ຫລາຍກວ່ານັ້ນອີກ ລາວໄດ້ພາຄົນກຣີກເຂົ້າມາໃນບໍລິເວນວິຫານ ແລະ ເຮັດໃຫ້ສະຖານທີ່ສັກສິດນີ້ເປັນມົນທິນ”.