Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຜູ້​ທີ່​ເປັນ​ຄົນຮັບໃຊ້​ຂອງ​ຜູ້ປົກຄອງ​ເກາະ, ຄື​ເຊຄີໂອໂປໂລ. ຜູ້ປົກຄອງ​ເກາະ​ຄົນ​ນີ້​ເປັນ​ຄົນ​ສະຫລາດ, ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ບາຣະນາບາ ແລະ ໂຊໂລ​ໄປ​ພົບ ເພາະ​ເພິ່ນ​ຢາກ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຄົນ​ນີ້​ເປັນ​ເພື່ອນ​ຢູ່​ກັບ​ເຊຄີໂອໂປໂລ​ຜູ້​ປົກຄອງ​ເກາະ ທີ່​ເປັນ​ຄົນ​ສະຫລຽວ​ສະຫລາດ, ຜູ້​ປົກຄອງ​ເກາະ​ໄດ້​ເຊີນ​ບາຣະນາບາ​ກັບ​ໂຊໂລ​ມາ​ພົບ ເພາະ​ເພິ່ນ​ຢາກ​ໄດ້ຍິນ​ພຣະທຳ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 13:7
11 Jak'a apnaqawi uñst'ayäwi  

ເມື່ອ​ຜູ້ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ, ເພິ່ນ​ກໍ​ໄດ້​ເຊື່ອ, ເພາະ​ເພິ່ນ​ອັດສະຈັນ​ໃຈ​ໃນ​ຄຳສອນ​ກ່ຽວກັບ​ອົງພຣະຜູ້ເປັນເຈົ້າ.


ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.


ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ແລ້ວ​ຖ້າ​ເດເມທີໂອ​ກັບ​ພວກ​ຊ່າງ​ຫັດຖະກຳ​ມີ​ເລື່ອງ​ຈະ​ຮ້ອງທຸກ​ກ່ຽວກັບ​ຄົນ​ໃດ​ຄົນ​ໜຶ່ງ, ສານ​ກໍ​ເປີດ​ຢູ່ ແລະ ຜູ້ກວດການ​ກໍ​ມີ, ພວກເຂົາ​ສາມາດ​ຟ້ອງ​ໄດ້.


ແຕ່​ຈົ່ງ​ທົດສອບ​ທຸກສິ່ງ. ຈົ່ງ​ຢຶດໝັ້ນ​ໃນ​ສິ່ງ​ທີ່​ດີ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka