Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ເມື່ອ​ພວກເພິ່ນ​ມາ​ຮອດ​ເມືອງ​ຊາລາມີ​ແລ້ວ, ພວກເພິ່ນ​ກໍ​ໄດ້​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ. ໂຢຮັນ​ກໍ​ຢູ່​ກັບ​ພວກເພິ່ນ​ເປັນ​ຜູ້ຊ່ວຍ​ຂອງ​ພວກເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ເມື່ອ​ມາ​ຮອດ​ເມືອງ​ຊາລາມີ ແລ້ວ​ທ່ານ​ທັງສອງ​ໄດ້​ປະກາດ​ພຣະທຳ​ຂອງ​ພຣະເຈົ້າ​ໃນ​ທຳມະສາລາ​ຂອງ​ຊາວ​ຢິວ ໂດຍ​ມີ​ໂຢຮັນ​ມາຣະໂກ​ເປັນ​ຜູ້​ຊ່ວຍ​ໃນ​ວຽກງານ​ນີ້.

Uka jalj uñjjattʼäta Copia luraña




ກິດຈະການ 13:5
20 Jak'a apnaqawi uñst'ayäwi  

ແຕ່​ສຳລັບ​ພວກເຈົ້າ​ບໍ່​ເປັນ​ດັ່ງນັ້ນ ກົງກັນຂ້າມ​ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຢາກ​ເປັນ​ໃຫຍ່ ຜູ້​ນັ້ນ​ຕ້ອງ​ເປັນ​ຜູ້ຮັບໃຊ້​ຂອງ​ພວກເຈົ້າ​ທັງຫລາຍ,


ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.


ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.


ຈາກ​ເມືອງ​ເປກາ ພວກເພິ່ນ​ໄດ້​ເດີນທາງ​ຕໍ່​ມາ​ຍັງ​ເມືອງ​ອັນຕີໂອເຂຍ​ແຂວງ​ປີຊີເດຍ. ໃນ​ວັນຊະບາໂຕ ພວກເພິ່ນ​ກໍ​ເຂົ້າ​ໄປ​ນັ່ງ​ໃນ​ທຳມະສາລາ.


ແລ້ວ​ໂປໂລ ແລະ ບາຣະນາບາ​ຈຶ່ງ​ໂຕ້ຕອບ​ພວກເຂົາ​ຢ່າງ​ກ້າຫານ​ວ່າ: “ພວກເຮົາ​ຈຳເປັນ​ຕ້ອງ​ປະກາດ​ພຣະຄຳ​ຂອງ​ພຣະເຈົ້າ​ກັບ​ພວກທ່ານ​ກ່ອນ. ແຕ່​ໃນ​ເມື່ອ​ພວກທ່ານ​ປະຕິເສດ​ພຣະຄຳ ແລະ ບໍ່​ເຫັນ​ວ່າ​ຕົວ​ພວກທ່ານ​ເອງ​ສົມຄວນ​ກັບ​ຊີວິດ​ນິລັນດອນ, ບັດນີ້ ພວກເຮົາ​ກໍ​ຈະ​ຫັນ​ໄປ​ຫາ​ບັນດາ​ຄົນຕ່າງຊາດ.


ທີ່​ເມືອງ​ອີໂກນີອົມ ໂປໂລ​ກັບ​ບາຣະນາບາ​ໄດ້​ເຂົ້າໄປ​ໃນ​ທຳມະສາລາ​ຂອງ​ພວກ​ຢິວ​ຕາມ​ປົກກະຕິ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ປະກາດ​ຢ່າງ​ເກີດຜົນ​ຈົນ​ມີ​ຄົນຢິວ ແລະ ຄົນກຣີກ​ຈຳນວນ​ຫລາຍ​ມາ​ເຊື່ອ.


ບາຣະນາບາ​ຕ້ອງການ​ຈະ​ພາ​ໂຢຮັນ ເອີ້ນ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ​ໄປ​ນຳ,


ດັ່ງນັ້ນ ເພິ່ນ​ຈຶ່ງ​ຍົກ​ເຫດຜົນ​ມາ​ໂຕ້ຕອບ​ກັບ​ທັງ​ຄົນ​ຢິວ ແລະ ຄົນ​ກຣີກ​ທີ່​ຢຳເກງ​ພຣະເຈົ້າ​ໃນ​ທຳມະສາລາ ແລະ ທຸກຄົນ​ທີ່​ເພິ່ນ​ພົບ​ຕາມ​ຕະຫລາດ​ໃນ​ແຕ່ລະວັນ.


ທຸກ​ວັນຊະບາໂຕ ໂປໂລ​ໄດ້​ສົນທະນາ​ໂຕ້ຕອບ​ຊາວ​ຢິວ ແລະ ຊາວ​ກຣີກ​ໃນ​ທຳມະສາລາ​ເພື່ອ​ພະຍາຍາມ​ໃຫ້​ພວກເຂົາ​ຮັບ​ເຊື່ອ.


ດັ່ງນັ້ນ ໂປໂລ​ຈຶ່ງ​ໃຊ້​ຜູ້ຊ່ວຍ​ຂອງ​ຕົນ​ສອງ​ຄົນ​ຄື​ຕີໂມທຽວ​ກັບ​ເອຣາຊະໂຕ​ໄປ​ຍັງ​ແຂວງ​ມາເກໂດເນຍ, ຂະນະ​ທີ່​ເພິ່ນ​ຍັງ​ພັກ​ຢູ່​ແຂວງ​ເອເຊຍ​ຕໍ່​ອີກ​ໄລຍະໜຶ່ງ.


ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.


ໂປໂລ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກ່າວ​ດ້ວຍ​ໃຈ​ກ້າຫານ​ເປັນ​ເວລາ​ສາມ​ເດືອນ, ມີ​ການ​ໂຕ້ຖຽງ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້​ຢ່າງ​ໜ້າ​ຟັງ.


ເພິ່ນ​ກໍ​ໄດ້​ເລີ່ມ​ເທດສະໜາ​ທັນທີ​ໃນ​ທຳມະສາລາ​ຕ່າງໆ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ.


ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ຍັງ​ເຫລືອ​ແຕ່​ລູກາ​ທີ່​ຢູ່​ກັບ​ເຮົາ. ຈົ່ງ​ພາ​ມາຣະໂກ​ມາ​ກັບ​ເຈົ້າ​ເພາະ​ລາວ​ຊ່ວຍ​ໃນ​ພັນທະກິດ​ຂອງ​ເຮົາ​ໄດ້​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka