ກິດຈະການ 13:43 - ພຣະຄຳພີລາວສະບັບສະໄໝໃໝ່43 ເມື່ອຄົນທີ່ໄປເຕົ້າໂຮມກັນໄດ້ເລີກໄປແລ້ວ, ຊາວຢິວຫລາຍຄົນ ແລະ ຄົນທີ່ບໍ່ແມ່ນຢິວທີ່ມານັບຖືສາສະໜາຢິວຫລາຍຄົນກໍໄດ້ຕິດຕາມໂປໂລ ແລະ ບາຣະນາບາໄປ, ພວກເພິ່ນກໍໄດ້ສົນທະນາ ແລະ ຂໍຮ້ອງພວກເຂົາໃຫ້ໝັ້ນຄົງຢູ່ໃນພຣະຄຸນຂອງພຣະເຈົ້າຕໍ່ໄປ. Uka jalj uñjjattʼätaພຣະຄຳພີສັກສິ43 ຫລັງຈາກທີ່ປະຊາຊົນເລີກຈາກບ່ອນນະມັດສະການໄປແລ້ວ ກໍມີຄົນຢິວກັບຜູ້ທີ່ເຂົ້າຮີດຢິວ ທີ່ຢຳເກງພຣະເຈົ້າຫລາຍຄົນໄດ້ຕິດຕາມໂປໂລ ແລະ ບາຣະນາບາ, ທ່ານທັງສອງຈຶ່ງກ່າວຕັກເຕືອນໜູນໃຈໃຫ້ພວກເຂົາດຳເນີນຊີວິດຢູ່ໃນຄວາມເຊື່ອໂດຍເພິ່ງພຣະຄຸນຂອງພຣະເຈົ້າ. Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.