Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ພວກເພິ່ນ​ທັງ​ສອງ​ຈຶ່ງ​ຖືກ​ສົ່ງ​ອອກ​ໄປ​ໂດຍ​ພຣະວິນຍານບໍລິສຸດເຈົ້າ, ພວກເພິ່ນ​ໄດ້​ລົງໄປ​ທີ່​ເມືອງ​ແຊລູເກຍ ແລະ ນັ່ງ​ເຮືອ​ຈາກ​ທີ່​ນັ້ນ​ມາ​ຍັງ​ເກາະ​ໄຊປຣັດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ດັ່ງນັ້ນ ບາຣະນາບາ​ກັບ​ໂຊໂລ​ຈຶ່ງ​ຖືກ​ໃຊ້​ອອກ​ໄປ​ປະກາດ ໂດຍ​ພຣະວິນຍານ​ບໍຣິສຸດເຈົ້າ ພວກເພິ່ນ​ໄດ້​ໄປ​ເຖິງ​ເມືອງ​ແຊລູເກຍ ແລະ​ຈາກ​ທີ່​ນັ້ນ​ໄດ້​ລົງ​ເຮືອ​ເດີນທາງ​ຕໍ່ໄປ​ຈົນເຖິງ​ເກາະ​ໄຊປຣັດ.

Uka jalj uñjjattʼäta Copia luraña




ກິດຈະການ 13:4
7 Jak'a apnaqawi uñst'ayäwi  

ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ດັ່ງນັ້ນ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືສິນ​ອົດອາຫານ ແລະ ອະທິຖານ​ແລ້ວ, ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ພວກເພິ່ນ​ທັງ​ສອງ​ແລ້ວ​ສົ່ງ​ພວກເພິ່ນ​ອອກໄປ.


ຕໍ່ມາ ໂປໂລ​ໄດ້​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ຜູ້ທີ່ເຊື່ອ​ໃນ​ທຸກ​ເມືອງ​ທີ່​ພວກເຮົາ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເບິ່ງ​ວ່າ​ພວກເຂົາ​ເປັນ​ຢ່າງໃດ”.


ຮູ້​ພຽງ​ແຕ່ວ່າ​ໃນ​ທຸກ​ເມືອງ​ທີ່​ໄປ​ພຣະວິນຍານບໍລິສຸດເຈົ້າ​ໄດ້​ເຕືອນ​ຂ້າພະເຈົ້າ​ວ່າ​ຄຸກ ແລະ ຄວາມທຸກຍາກລຳບາກ​ກຳລັງ​ຄອຍຖ້າ​ຂ້າພະເຈົ້າ​ຢູ່.


ຈາກ​ທີ່​ນັ້ນ ພວກເຮົາ​ອອກ​ສູ່​ທະເລ​ເດີນທາງ​ອີກ ແລະ ໄດ້​ຜ່ານ​ໄປ​ທາງດ້ານ​ບັງລົມ​ຂອງ​ເກາະ​ໄຊປຣັດ ເນື່ອງຈາກວ່າ​ພວກເຮົາ​ແລ່ນ​ຕ້ານ​ກະແສລົມ.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka