ກິດຈະການ 13:3 - ພຣະຄຳພີລາວສະບັບສະໄໝໃໝ່3 ດັ່ງນັ້ນ ຫລັງຈາກທີ່ພວກເຂົາໄດ້ຖືສິນອົດອາຫານ ແລະ ອະທິຖານແລ້ວ, ພວກເຂົາກໍໄດ້ວາງມືໃສ່ພວກເພິ່ນທັງສອງແລ້ວສົ່ງພວກເພິ່ນອອກໄປ. Uka jalj uñjjattʼätaພຣະຄຳພີສັກສິ3 ຫລັງຈາກພວກພີ່ນ້ອງຖືສິນອົດອາຫານ ແລະພາວັນນາອະທິຖານແລ້ວ ກໍໄດ້ວາງມືໃສ່ບາຣະນາບາກັບໂຊໂລ ຈຶ່ງໃຊ້ພວກເພິ່ນໄປ. Uka jalj uñjjattʼäta |
ແລ້ວອານາເນຍກໍໄປ ແລະ ເຂົ້າໄປໃນເຮືອນນັ້ນ. ລາວໄດ້ວາງມືໃສ່ໂຊໂລ, ລາວເວົ້າວ່າ, “ອ້າຍໂຊໂລ, ອົງພຣະຜູ້ເປັນເຈົ້າຄືພຣະເຢຊູເຈົ້າ ຜູ້ທີ່ໄດ້ປາກົດແກ່ເຈົ້າລະຫວ່າງທາງທີ່ເຈົ້າກຳລັງມານັ້ນ ໄດ້ສົ່ງເຮົາມາເພື່ອວ່າເຈົ້າຈະໄດ້ເຫັນຮຸ່ງອີກ ແລະ ເພື່ອເຈົ້າຈະໄດ້ເຕັມໄປດ້ວຍພຣະວິນຍານບໍລິສຸດເຈົ້າ”.