Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ໂປໂລ​ກັບ​ຜູ້ຮ່ວມງານ​ຂອງ​ເພິ່ນ​ໄດ້​ລົງ​ເຮືອ​ຈາກ​ເມືອງ​ປາໂຟ​ເດີນທາງ​ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ບ່ອນ​ທີ່​ໂຢຮັນ​ໄດ້​ປະ​ພວກເພິ່ນ​ໄວ້​ເພື່ອ​ກັບ​ຄືນ​ໄປ​ຍັງ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຝ່າຍ​ໂປໂລ​ກັບ​ຜູ້​ຮ່ວມງານ​ຂອງ​ເພິ່ນ ກໍ​ລົງ​ເຮືອ​ເດີນທາງ​ຈາກ​ເມືອງ​ປາໂຟ ໄປ​ທີ່​ເມືອງ​ເປກາ​ໃນ​ແຂວງ​ປຳຟີເລຍ, ໃນ​ທີ່ນັ້ນ ໂຢຮັນ​ມາຣະໂກ​ໄດ້​ໜີປະ​ພວກເພິ່ນ ແລະ​ກັບຄືນ​ເມືອ​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 13:13
10 Jak'a apnaqawi uñst'ayäwi  

ເມື່ອ​ເພິ່ນ​ຄິດ​ໄດ້​ຢ່າງ​ນີ້, ເພິ່ນ​ກໍ​ໄປ​ຍັງ​ເຮືອນ​ຂອງ​ມາຣີ​ຜູ້​ເປັນ​ແມ່​ຂອງ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ມາຣະໂກ, ບ່ອນ​ທີ່​ຫລາຍ​ຄົນ​ໄດ້​ເຕົ້າໂຮມກັນ ແລະ ອະທິຖານ.


ຕໍ່ມາ ໂປໂລ​ໄດ້​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ຜູ້ທີ່ເຊື່ອ​ໃນ​ທຸກ​ເມືອງ​ທີ່​ພວກເຮົາ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເບິ່ງ​ວ່າ​ພວກເຂົາ​ເປັນ​ຢ່າງໃດ”.


ແຕ່​ໂປໂລ​ເຫັນ​ວ່າ​ບໍ່​ຄວນ​ເອົາ​ລາວ​ໄປ​ນຳ ເພາະ​ໂຢຮັນ​ເຄີຍ​ປະຖິ້ມ​ພວກເພິ່ນ​ທີ່​ແຂວງ​ປຳຟີເລຍ ແລະ ບໍ່​ໄດ້​ຮ່ວມ​ງານ​ອີກ.


ຟີເຄຍ ແລະ ປຳຟີເລຍ, ເອຢິບ ແລະ ສ່ວນ​ຕ່າງໆ​ຂອງ​ລີເບຍ ເຊິ່ງ​ໃກ້​ກັບ​ກີເຣເນ, ຜູ້​ມາ​ຢ້ຽມຢາມ​ຈາກ​ນະຄອນ​ໂຣມ


ເມື່ອ​ລົມ​ທິດໃຕ້​ພັດມາ​ຄ່ອຍໆ, ພວກເຂົາ​ກໍ​ຄິດ​ວ່າ​ຄົງ​ເປັນ​ໄປ​ຕາມ​ທີ່​ຫວັງ​ໄວ້; ຈຶ່ງ​ຖອນ​ສະໝໍ​ເຮືອ​ຂຶ້ນ​ແລ້ວ​ແລ່ນເຮືອ​ລຽບ​ຝັ່ງ​ເກາະ​ຂອງ​ກະເຣເຕ.


ເມື່ອ​ພວກເຮົາ​ແລ່ນ​ຂ້າມ​ທະເລ​ລຽບຝັ່ງ​ແຂວງ​ກີລີເກຍ​ກັບ​ປຳຟີເລຍ, ພວກເຮົາ​ກໍ​ໄດ້​ມາ​ຈອດ​ທີ່​ເມືອງ​ມີຣາ​ໃນ​ແຂວງ​ລີເກຍ.


ອາຣິດຕາໂຂ ເພື່ອນ​ນັກໂທດ​ຂອງ​ເຮົາ ແລະ ມາຣະໂກ ຍາດພີ່ນ້ອງ​ຂອງ​ບາຣະນາບາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. (ພວກເຈົ້າ​ຄົງ​ໄດ້​ຮັບ​ຄຳແນະນໍາ​ແລ້ວ​ວ່າ​ໃຫ້​ຕ້ອນຮັບ​ມາຣະໂກ​ຖ້າ​ລາວ​ມາ​ຫາ​ພວກເຈົ້າ.)


ຍັງ​ເຫລືອ​ແຕ່​ລູກາ​ທີ່​ຢູ່​ກັບ​ເຮົາ. ຈົ່ງ​ພາ​ມາຣະໂກ​ມາ​ກັບ​ເຈົ້າ​ເພາະ​ລາວ​ຊ່ວຍ​ໃນ​ພັນທະກິດ​ຂອງ​ເຮົາ​ໄດ້​ຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka