Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເມື່ອ​ຜູ້ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ, ເພິ່ນ​ກໍ​ໄດ້​ເຊື່ອ, ເພາະ​ເພິ່ນ​ອັດສະຈັນ​ໃຈ​ໃນ​ຄຳສອນ​ກ່ຽວກັບ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເມື່ອ​ຜູ້​ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ແລ້ວ ເພິ່ນ​ກໍໄດ້​ຮັບ​ເຊື່ອ. ດ້ວຍວ່າ, ເພິ່ນ​ງຶດ​ປະຫລາດ​ໃຈ ໃນ​ຄຳສັ່ງສອນ​ເຖິງ​ເລື່ອງ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 13:12
20 Jak'a apnaqawi uñst'ayäwi  

ເມື່ອ​ນາຍຮ້ອຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ເພິ່ນ​ທີ່​ເຝົ້າຍາມ​ພຣະເຢຊູເຈົ້າ​ຢູ່ ໄດ້​ເຫັນ​ແຜ່ນດິນໄຫວ ແລະ ທຸກ​ເຫດການ​ທີ່​ເກີດຂຶ້ນ​ກໍ​ຢ້ານກົວ​ຫລາຍ ແລະ ຮ້ອງຂຶ້ນ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ​ຂອງ​ພຣະເຈົ້າ!”


ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”


ຄົນ​ທັງຫລາຍ​ກໍ​ເຕັມ​ໄປ​ດ້ວຍ​ຄວາມ​ຢ້ານກົວ ແລະ ສັນລະເສີນ​ພຣະເຈົ້າ. ພວກເຂົາ​ເວົ້າ​ວ່າ, “ຜູ້ທຳນວາຍ​ຍິ່ງໃຫຍ່​ຜູ້​ໜຶ່ງ​ໄດ້​ມາ​ປາກົດ​ໃນ​ທ່າມກາງ​ພວກເຮົາ​ແລ້ວ. ພຣະເຈົ້າ​ໄດ້​ມາ​ຊ່ວຍ​ປະຊາຊົນ​ຂອງ​ພຣະອົງ​ແລ້ວ”.


ພວກຄົນຍາມ​ຕອບ​ວ່າ, “ບໍ່​ເຄີຍ​ມີ​ຜູ້ໃດ​ເວົ້າ​ເໝືອນ​ຊາຍ​ຜູ້​ນີ້​ເວົ້າ”.


ເມື່ອ​ຄົນຕ່າງຊາດ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ດີໃຈ ແລະ ຍົກຍ້ອງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ; ແລະ ບັນດາ​ຜູ້​ທີ່​ໄດ້​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິລັນດອນ​ກໍ​ໄດ້​ເຊື່ອ.


ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ແຜ່​ອອກ​ໄປ​ທົ່ວ​ດິນແດນ​ນັ້ນ.


ຜູ້​ທີ່​ເປັນ​ຄົນຮັບໃຊ້​ຂອງ​ຜູ້ປົກຄອງ​ເກາະ, ຄື​ເຊຄີໂອໂປໂລ. ຜູ້ປົກຄອງ​ເກາະ​ຄົນ​ນີ້​ເປັນ​ຄົນ​ສະຫລາດ, ເພິ່ນ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ບາຣະນາບາ ແລະ ໂຊໂລ​ໄປ​ພົບ ເພາະ​ເພິ່ນ​ຢາກ​ຟັງ​ພຣະຄຳ​ຂອງ​ພຣະເຈົ້າ.


ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.


ສ່ວນ​ໂປໂລ​ກັບ​ບາຣະນາບາ​ຍັງ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ, ພວກເພິ່ນ​ກັບ​ຄົນ​ອື່ນໆ​ໄດ້​ຮ່ວມ​ກັນ​ສັ່ງສອນ ແລະ ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຮ່ວມ​ກັບ​ອີກ​ຫລາຍ​ຄົນ.


ຕໍ່ມາ ໂປໂລ​ໄດ້​ເວົ້າ​ກັບ​ບາຣະນາບາ​ວ່າ, “ໃຫ້​ພວກເຮົາ​ກັບ​ໄປ​ຢ້ຽມຢາມ​ຜູ້ທີ່ເຊື່ອ​ໃນ​ທຸກ​ເມືອງ​ທີ່​ພວກເຮົາ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເບິ່ງ​ວ່າ​ພວກເຂົາ​ເປັນ​ຢ່າງໃດ”.


ໃນ​ຂະນະ​ທີ່​ຄາລີໂອ​ເປັນ​ຜູ້ປົກຄອງ​ແຂວງ​ອະຂາຢາ, ພວກ​ຢິວ​ໃນ​ໂກຣິນໂທ​ໄດ້​ຮ່ວມ​ກັນ​ຕໍ່ຕ້ານ​ໂປໂລ ແລະ ນຳ​ເພິ່ນ​ໄປ​ຂຶ້ນ​ສານ.


ພວກເພິ່ນ​ເຮັດ​ຢ່າງ​ນີ້​ຢູ່​ສອງ​ປີ ຈົນ​ຊາວ​ຢິວ ແລະ ຊາວ​ກຣີກ​ທັງຫລາຍ​ທີ່​ຢູ່​ໃນ​ແຂວງ​ເອເຊຍ​ໄດ້​ຍິນ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.


ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ໄດ້​ແຜ່​ໄປ​ຢ່າງ​ກວ້າງຂວາງ ແລະ ຂະຫຍາຍ​ອອກ​ໄປ​ຢ່າງ​ແຂງແຮງ.


ແລ້ວ​ຖ້າ​ເດເມທີໂອ​ກັບ​ພວກ​ຊ່າງ​ຫັດຖະກຳ​ມີ​ເລື່ອງ​ຈະ​ຮ້ອງທຸກ​ກ່ຽວກັບ​ຄົນ​ໃດ​ຄົນ​ໜຶ່ງ, ສານ​ກໍ​ເປີດ​ຢູ່ ແລະ ຜູ້ກວດການ​ກໍ​ມີ, ພວກເຂົາ​ສາມາດ​ຟ້ອງ​ໄດ້.


ຄົນ​ທັງໝົດ​ນີ້​ເປັນ​ຜູ້ຊາຍ​ມີ​ປະມານ​ສິບສອງ​ຄົນ.


ຫົວໜ້າ​ເກາະ​ຊື່​ປົບລີໂອ​ມີ​ທີ່ດິນ​ຢູ່​ໃກ້​ທີ່​ນັ້ນ. ລາວ​ໄດ້​ຕ້ອນຮັບ​ພວກເຮົາ​ເຂົ້າ​ສູ່​ເຮືອນ​ຂອງ​ລາວ ແລະ ເບິ່ງແຍງ​ຕ້ອນຮັບ​ພວກເຮົາ​ເປັນ​ຢ່າງ​ດີ​ຕະຫລອດ​ສາມ​ວັນ.


ແຕ່​ພວກເຂົາ​ບໍ່​ສາມາດ​ລຸກຂຶ້ນ​ຕໍ່ສູ້​ສະຕິປັນຍາ​ທີ່​ພຣະວິນຍານບໍລິສຸດເຈົ້າ​ມອບ​ໃຫ້​ເພິ່ນ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ.


ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka