Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 13:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ບັດນີ້ ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ຈະ​ຈັດການ​ກັບ​ເຈົ້າ, ເຈົ້າ​ຈະ​ຕາບອດ​ເບິ່ງ​ບໍ່​ເຫັນ​ແມ່ນ​ແຕ່​ແສງຕາເວັນ​ຕະຫລອດ​ຊ່ວງ​ເວລາ​ໜຶ່ງ”. ທັນໃດ​ນັ້ນ ໝອກ ແລະ ຄວາມມືດມົວ​ກໍ​ເຂົ້າ​ມາ​ປົກຄຸມ​ລາວ ແລະ ລາວ​ຕ້ອງ​ງົມ​ຊອກຫາ​ຄົນ​ເພື່ອ​ໃຫ້​ຈູງ​ມື​ຂອງ​ຕົນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ບັດນີ້​ຈົ່ງ​ຟັງ ມື​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງ​ຢູ່​ເທິງ​ເຈົ້າ, ເຈົ້າ​ຈະ​ຕາບອດ ແລະ​ຈະ​ບໍ່​ເຫັນ​ແສງ​ສະຫວ່າງ ຈົນເຖິງ​ເວລາ​ທີ່​ກຳນົດ​ໄວ້.” ໃນ​ທັນໃດນັ້ນ ຕາ​ຂອງ​ເອລີມາ​ກໍ​ມືດມົວ​ແລະ​ງົມທາວ​ຫາ​ຮອບ​ຕົວ ເພື່ອ​ຊອກຫາ​ຄົນ​ຈູງ​ມື​ຂອງຕົນ.

Uka jalj uñjjattʼäta Copia luraña




ກິດຈະການ 13:11
18 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ໄດ້​ມາ​ໃນ​ໂລກ​ນີ້​ເພື່ອ​ການ​ພິພາກສາ, ເພື່ອ​ວ່າ​ຄົນຕາບອດ​ຈະ​ເຫັນຮຸ່ງ ແລະ ຜູ້​ທີ່​ເຫັນຮຸ່ງ​ຈະ​ກາຍ​ເປັນ​ຄົນຕາບອດ”.


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ພີ່ນ້ອງ​ທັງຫລາຍ​ເອີຍ ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ເລື່ອງ​ຂໍ້ລັບເລິກ​ນີ້ ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ຖືຕົນ ຄື​ອິດສະຣາເອນ​ບາງຄົນ​ຈະ​ມີ​ໃຈແຂງກະດ້າງ​ຈົນ​ກວ່າ​ຄົນຕ່າງຊາດ​ໄດ້​ເຂົ້າມາ​ຄົບ​ຈຳນວນ


ການ​ຕົກ​ຢູ່​ໃນ​ມື​ຂອງ​ພຣະເຈົ້າ​ຜູ້​ມີຊີວິດ​ຢູ່​ນັ້ນ​ກໍ​ເປັນ​ສິ່ງ​ທີ່​ໜ້າ​ຢ້ານກົວ​ຫລາຍ.


ຄົນ​ເຫລົ່ານີ້​ເປັນ​ນໍ້າພຸ​ທີ່​ບໍ່​ມີ​ນ້ຳ ແລະ ເປັນ​ໝອກ​ທີ່​ຖືກ​ພະຍຸ​ພັດ​ໄປ. ຄວາມມືດ​ທີ່ສຸດ​ກໍ​ສະຫງວນ​ໄວ້​ສຳລັບ​ພວກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka