ກິດຈະການ 13:10 - ພຣະຄຳພີລາວສະບັບສະໄໝໃໝ່10 “ເຈົ້າຜູ້ເປັນລູກຂອງມານຮ້າຍ ແລະ ຜູ້ເປັນສັດຕູຂອງທຸກສິ່ງທີ່ຊອບທຳ! ເຈົ້າຜູ້ເຕັມໄປດ້ວຍກົນອຸບາຍ ແລະ ການຫລອກລວງທຸກຊະນິດ. ເຈົ້າຈະບໍ່ເຊົາບິດເບືອນຫົນທາງອັນຖືກຕ້ອງຂອງອົງພຣະຜູ້ເປັນເຈົ້າຈັກເທື່ອບໍ? Uka jalj uñjjattʼätaພຣະຄຳພີສັກສິ10 ແລະເວົ້າວ່າ, “ລູກຂອງມານຮ້າຍເອີຍ ເຈົ້າຜູ້ເປັນສັດຕູຂອງບັນດາຄວາມຊອບທຳ ຜູ້ເຕັມໄປດ້ວຍກົນອຸບາຍ ແລະຄວາມຊົ່ວຮ້າຍທຸກຢ່າງ ເຈົ້າຈະບໍ່ເຊົາບິດເບືອນຄວາມຈິງຂອງອົງພຣະຜູ້ເປັນເຈົ້າບໍ? Uka jalj uñjjattʼäta |
ພວກເຈົ້າທັງຫລາຍເປັນຂອງພໍ່ຂອງພວກເຈົ້າ, ມານຮ້າຍ ແລະ ພວກເຈົ້າຕ້ອງການເຮັດຕາມຄວາມປາຖະໜາຂອງພໍ່ຂອງພວກເຈົ້າ. ມັນເປັນຜູ້ຂ້າຄົນຕັ້ງແຕ່ຕົ້ນເດີມມາແລ້ວ, ມັນບໍ່ໄດ້ຕັ້ງໝັ້ນຢູ່ໃນຄວາມຈິງ, ເພາະໃນໂຕມັນບໍ່ມີຄວາມຈິງ. ເມື່ອມັນເວົ້າຕົວະມັນກໍເວົ້າຕາມສັນດານຂອງມັນເອງເພາະມັນເປັນຜູ້ຕົວະ ແລະ ເປັນພໍ່ຂອງຄຳຕົວະ.