Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເປໂຕ​ກໍ​ໄດ້​ຕາມ​ອອກ​ໄປ​ຈາກ​ຄຸກ. ເພິ່ນ​ບໍ່​ຮູ້​ວ່າ​ສິ່ງ​ທີ່​ເທວະດາ​ເຮັດ​ຢູ່​ນັ້ນ​ເປັນ​ເລື່ອງ​ຈິງ, ເພິ່ນ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ເຫັນ​ນິມິດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເປໂຕ​ກໍໄດ້​ຕາມ​ອອກ​ໄປ​ໂດຍ​ບໍ່​ຮູ້​ວ່າ ການ​ທີ່​ເທວະດາ​ເຮັດ​ນີ້​ເປັນ​ຄວາມຈິງ​ຫລື​ບໍ່, ແຕ່​ເປໂຕ​ຄິດ​ວ່າ​ຕົນ​ກຳລັງ​ເຫັນ​ນິມິດ.

Uka jalj uñjjattʼäta Copia luraña




ກິດຈະການ 12:9
12 Jak'a apnaqawi uñst'ayäwi  

ແມ່​ຂອງ​ພຣະອົງ​ຈຶ່ງ​ບອກ​ບັນດາ​ຄົນຮັບໃຊ້​ວ່າ, “ຈົ່ງ​ເຮັດ​ທຸກຢ່າງ​ຕາມ​ທີ່​ເພິ່ນ​ບອກ​ພວກເຈົ້າ”.


ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.


ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”


“ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ຢົບປາ​ກຳລັງ​ອະທິຖານ​ຢູ່ ແລະ ກໍ​ລືມຄີງ​ໄປ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນິມິດ. ຂ້າພະເຈົ້າ​ເຫັນ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ທັງສີ່​ມູມ​ຢ່ອນ​ຈາກ​ສະຫວັນ​ລົງ​ມາ​ບ່ອນ​ທີ່​ຂ້າພະເຈົ້າ​ຢູ່.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ນຸ່ງ​ເສື້ອຜ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ​ສາ”. ແລະ ເປໂຕ​ກໍ​ເຮັດ​ຕາມ. ແລ້ວ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອຄຸມ​ແລ້ວ​ຕາມ​ເຮົາ​ມາ”.


“ຫລັງຈາກນັ້ນ ຂ້າແດ່​ກະສັດ​ອັກຄຣີປາ ຂ້ານ້ອຍ​ຈຶ່ງ​ບໍ່​ຂັດຂືນ​ຕໍ່​ນິມິດ​ຈາກ​ສະຫວັນ​ນັ້ນ.


ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka