Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໃນ​ທັນໃດນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ຢືນ​ຢູ່​ທີ່​ນັ້ນ ແລະ​ມີ​ແສງ​ສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ, ເທວະດາ​ຕົນ​ນັ້ນ​ຕົບ​ຂ້າງ​ຂອງ​ເປໂຕ ປຸກ​ລາວ​ໃຫ້​ລຸກ​ຂຶ້ນ ແລະ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ.” ແລ້ວ​ໂສ້​ທີ່​ລ່າມ​ມື​ຂອງ​ເປໂຕ​ກໍ​ຫລຸດ​ອອກ.

Uka jalj uñjjattʼäta Copia luraña




ກິດຈະການ 12:7
37 Jak'a apnaqawi uñst'ayäwi  

ເມື່ອ​ພວກໂຫລາຈານ​ໄດ້​ຈາກ​ໄປ​ແລ້ວ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ມາ​ປາກົດ​ແກ່​ໂຢເຊັບ​ໃນ​ຄວາມຝັນ ແລະ ກ່າວ​ວ່າ, “ຈົ່ງ​ລຸກ​ຂຶ້ນ ພາ​ກຸມມານ ແລະ ແມ່​ຂອງ​ເດັກ​ໜີ​ໄປ​ຍັງ​ປະເທດ​ເອຢິບ. ຈົ່ງ​ຢູ່​ທີ່​ນັ້ນ​ຈົນ​ກວ່າ​ເຮົາ​ຈະ​ບອກ​ເຈົ້າ, ເພາະ​ເຮໂຣດ​ກຳລັງ​ຊອກຫາ​ກຸມມານ​ເພື່ອ​ຈະ​ຂ້າ​ເພິ່ນ”.


ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ມາ​ປາກົດ​ແກ່​ພວກເຂົາ ແລະ ສະຫງ່າລາສີ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ສ່ອງ​ອ້ອມຮອບ​ພວກເຂົາ, ເຮັດ​ໃຫ້​ພວກເຂົາ​ຕົກໃຈ​ຢ້ານ.


ໃນຂະນະ​ທີ່​ພວກເຂົາ​ກຳລັງ​ສົງໄສ​ກ່ຽວກັບ​ເລື່ອງ​ນີ້​ຢູ່, ໃນ​ທັນໃດ​ນັ້ນ ກໍ​ມີ​ຊາຍ​ສອງ​ຄົນ​ນຸ່ງເຄື່ອງ​ທີ່​ຮຸ່ງ​ເຫລື້ອມ​ເໝືອນ​ຟ້າແມບ​ມາ​ຢືນ​ຢູ່​ທາງ​ຂ້າງ​ພວກເຂົາ.


ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ


ໃນ​ທັນໃດ​ນັ້ນ, ເພາະ​ວ່າ​ເຮໂຣດ​ບໍ່​ສັນລະເສີນ​ພຣະເຈົ້າ, ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ເຮັດ​ໃຫ້​ເຮໂຣດ​ເຈັບປ່ວຍ ແລະ ຖືກ​ໜອນ​ກັດກິນ​ຈົນ​ຕາຍ.


ໃນ​ເວລາ​ກາງຄືນ​ກ່ອນ​ທີ່​ເຮໂຣດ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ, ເປໂຕ​ກໍ​ກຳລັງ​ນອນຫລັບ​ຢູ່​ລະຫວ່າງ​ກາງ​ທະຫານ​ສອງ​ຄົນ, ຖືກ​ລ່າມ​ດ້ວຍ​ໂສ້​ສອງ​ເສັ້ນ ແລະ ຕໍ່ໜ້າ​ປະຕູ​ຄຸກ​ກໍ​ມີ​ທະຫານ​ຍາມ​ຢືນ​ເຝົ້າ​ຢູ່.


ແລ້ວ​ເທວະດາ​ນັ້ນ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ, “ຈົ່ງ​ນຸ່ງ​ເສື້ອຜ້າ ແລະ ໃສ່​ເກີບ​ຂອງ​ເຈົ້າ​ສາ”. ແລະ ເປໂຕ​ກໍ​ເຮັດ​ຕາມ. ແລ້ວ​ເທວະດາ​ກໍ​ບອກ​ວ່າ, “ຈົ່ງ​ນຸ່ງ​ເສື້ອຄຸມ​ແລ້ວ​ຕາມ​ເຮົາ​ມາ”.


ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ຫລັງຈາກ​ນີ້ ຂ້າພະເຈົ້າ​ໄດ້​ເຫັນ​ເທວະດາ​ອີກ​ຕົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ. ເທວະດາ​ຕົນ​ນີ້​ມີ​ສິດອຳນາດ​ອັນ​ຍິ່ງໃຫຍ່ ແລະ ແຜ່ນດິນໂລກ​ໄດ້​ສະຫວ່າງ​ຂຶ້ນ​ດ້ວຍ​ລັດສະໝີ​ຂອງ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka