Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ເຮໂຣດ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້​ເປັນ​ທີ່​ພໍໃຈ​ທ່າມກາງ​ພວກ​ຢິວ, ເພິ່ນ​ຈຶ່ງ​ສັ່ງ​ຈັບ​ເປໂຕ​ເໝືອນກັນ. ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຊ່ວງ​ເທດສະການ​ກິນ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເມື່ອ​ເຫັນ​ວ່າ​ການ​ກະທຳ​ເຊັ່ນນີ້ ເປັນ​ທີ່​ພໍໃຈ​ຂອງ​ພວກ​ຢິວ, ເພິ່ນ​ຈຶ່ງ​ຈັບ​ເປໂຕ. (ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ລະຫວ່າງ​ເທດສະການ​ກິນ​ເຂົ້າຈີ່​ບໍ່ມີ​ເຊື້ອແປ້ງ.)

Uka jalj uñjjattʼäta Copia luraña




ກິດຈະການ 12:3
18 Jak'a apnaqawi uñst'ayäwi  

ໃນ​ມື້​ທີ​ໜຶ່ງ​ຂອງ​ເທດສະການ​ເຂົ້າຈີ່​ບໍ່ມີເຊື້ອແປ້ງ ພວກສາວົກ​ໄດ້​ມາ​ຫາ​ພຣະເຢຊູເຈົ້າ ແລະ ຖາມ​ພຣະອົງ​ວ່າ, “ທ່ານ​ຢາກ​ໃຫ້​ພວກຂ້ານ້ອຍ​ຈັດຕຽມ​ອາຫານ​ປັດສະຄາ​ໃຫ້​ທ່ານ​ຮັບປະທານ​ຢູ່​ທີ່​ໃດ?”


ດ້ວຍວ່າ ພວກເຂົາ​ຮັກ​ການຍ້ອງຍໍ​ຈາກ​ມະນຸດ​ຫລາຍກວ່າ​ການ​ຍ້ອງຍໍ​ຈາກ​ພຣະເຈົ້າ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຈົ້າ​ຈະ​ບໍ່​ມີ​ອຳນາດ​ເໜືອ​ເຮົາ ຖ້າ​ເບື້ອງເທິງ​ບໍ່​ມອບ​ໃຫ້​ແກ່​ເຈົ້າ. ເຫດສະນັ້ນ ຜູ້​ທີ່​ໄດ້​ມອບ​ເຮົາ​ໃຫ້​ແກ່​ເຈົ້າ​ກໍ​ມີ​ຄວາມບາບ​ຮ້າຍແຮງ​ກວ່າ”.


ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ, ເມື່ອ​ເຈົ້າ​ຍັງ​ໜຸ່ມ ເຈົ້າ​ແຕ່ງໂຕ​ຂອງ​ເຈົ້າ​ເອງ ແລະ ທຽວ​ໄປ​ມາ​ຕາມ​ທີ່​ເຈົ້າ​ຕ້ອງການ ແຕ່​ເມື່ອ​ເຈົ້າ​ເຖົ້າແກ່​ແລ້ວ ເຈົ້າ​ຈະ​ຢຽດ​ມື​ຂອງ​ເຈົ້າ​ອອກ ແລະ ມີ​ຄົນ​ອື່ນ​ມາ​ແຕ່ງໂຕ​ໃຫ້​ເຈົ້າ ແລະ ຈະ​ພາ​ເຈົ້າ​ໄປ​ຍັງ​ບ່ອນ​ທີ່​ເຈົ້າ​ບໍ່​ຢາກ​ໄປ”.


ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.


ແລ້ວ​ເປໂຕ​ຈຶ່ງ​ໄດ້​ຢືນ​ຂຶ້ນ​ພ້ອມ​ກັບ​ອັກຄະສາວົກ​ສິບເອັດ​ຄົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ​ດ້ວຍ​ສຽງ​ດັງ​ວ່າ, “ພີ່ນ້ອງ​ຊາວ​ຢິວ ແລະ ທ່ານ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ເຢຣູຊາເລັມ, ຂໍ​ໃຫ້​ຂ້າພະເຈົ້າ​ໄດ້​ຊີ້ແຈງ​ເລື່ອງ​ນີ້​ແກ່​ພວກທ່ານ​ທັງຫລາຍ ຈົ່ງ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ຂ້າພະເຈົ້າ​ຈະ​ກ່າວ​ໃຫ້​ດີ.


ແຕ່​ຫລັງຈາກ​ຜ່ານ​ເທດສະການ​ເຂົ້າຈີ່​ບໍ່​ມີ​ເຊື້ອແປ້ງ​ໄປ​ແລ້ວ, ພວກເຮົາ​ກໍ​ລົງເຮືອ​ຈາກ​ເມືອງ​ຟີລິບປອຍ ແລະ ອີກ​ຫ້າ​ວັນ​ກໍ​ມາ​ສົມທົບ​ກັບ​ພວກເຂົາ​ທີ່​ເມືອງ​ໂທອາດ, ພວກເຮົາ​ໄດ້​ພັກ​ຢູ່​ທີ່​ນັ້ນ​ເຈັດ​ວັນ.


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ເວລານີ້​ເຮົາ​ກຳລັງ​ພະຍາຍາມ​ທີ່​ຈະ​ໃຫ້​ມະນຸດ ຫລື ພຣະເຈົ້າ​ຍອມຮັບ? ຫລື ເຮົາ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ​ບໍ? ຖ້າ​ເຮົາ​ຍັງ​ກຳລັງ​ພະຍາຍາມ​ເຮັດໃຫ້​ມະນຸດ​ພໍໃຈ, ເຮົາ​ກໍ​ບໍ່ແມ່ນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າ.


ໃນ​ທາງ​ກົງກັນຂ້າມ ພວກເຮົາ​ປະກາດ​ໃນ​ຖານະ​ຜູ້​ທີ່​ພຣະເຈົ້າ​ເຫັນດີ​ທີ່​ຈະ​ມອບໝາຍ​ຂ່າວປະເສີດ​ໃຫ້. ພວກເຮົາ​ບໍ່​ໄດ້​ພະຍາຍາມ​ເພື່ອ​ໃຫ້​ພໍໃຈ​ມະນຸດ ແຕ່​ເພື່ອ​ໃຫ້​ພຣະເຈົ້າ​ຜູ້​ທົດສອບ​ເບິ່ງ​ຈິດໃຈ​ຂອງ​ພວກເຮົາ​ນັ້ນ​ພໍໃຈ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka