Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ໃນ​ວັນ​ນັດ​ພົບ ເຮໂຣດ​ກໍ​ນຸ່ງ​ເສື້ອຄຸມ​ຂອງ​ກະສັດ ນັ່ງ​ເທິງ​ບັນລັງ​ຂອງ​ຕົນ ແລະ ກ່າວ​ຄຳປາໄສ​ຕໍ່​ປະຊາຊົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເມື່ອ​ເຖິງ​ວັນ​ນັດ​ເຂົ້າ​ພົບ ຝ່າຍ​ກະສັດ​ເຮໂຣດ​ກໍ​ນຸ່ງ​ເຄື່ອງ​ກະສັດ​ນັ່ງ​ເທິງ​ບັນລັງ ແລະ​ກ່າວ​ຄຳ​ປາໄສ​ແກ່​ບັນດາ​ຜູ້​ຕາງ​ໜ້າ​ຊາວ​ເມືອງ​ເຫຼົ່ານັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 12:21
10 Jak'a apnaqawi uñst'ayäwi  

ໃນ​ຂະນະ​ທີ່​ປີລາດ​ນັ່ງ​ຢູ່​ເທິງ​ບ່ອນ​ພິພາກສາ​ນັ້ນ, ເມຍ​ຂອງ​ເພິ່ນ​ໄດ້​ສົ່ງ​ຂໍ້ຄວາມ​ນີ້​ໃຫ້​ເພິ່ນ​ວ່າ: “ຢ່າ​ໄດ້​ກ່ຽວຂ້ອງ​ກັບ​ຜູ້ບໍລິສຸດ​ຄົນ​ນີ້​ເລີຍ ເພາະ​ວັນ​ນີ້​ຂ້ອຍ​ມີ​ຄວາມທຸກໃຈ​ຫລາຍ​ຍ້ອນ​ຄວາມຝັນ​ກ່ຽວກັບ​ທ່ານ​ຜູ້​ນີ້”.


ເຮໂຣດ​ເຄີຍ​ມີ​ເລື່ອງ​ບາດໝາງ​ກັບ​ປະຊາຊົນ​ຊາວ​ຕີເຣ ແລະ ຊາວຊີໂດນ, ບັດນີ້​ພວກເຂົາ​ໄດ້​ມາ​ຮ່ວມ​ກັນ ແລະ ພະຍາຍາມ​ເພື່ອ​ໃຫ້​ໄດ້​ພົບ​ກັບ​ເພິ່ນ. ໂດຍ​ການ​ສະໜັບສະໜູນ​ຂອງ​ບຣາຊະໂຕ, ຜູ້ຮັບໃຊ້​ສ່ວນ​ຕົວ​ທີ່​ເຊື່ອຖືໄດ້​ຂອງ​ກະສັດ, ພວກເຂົາ​ມາ​ຂໍ​ຄືນ​ດີ​ເພາະ​ພວກເຂົາ​ຕ້ອງ​ໄດ້​ອາໄສ​ສະບຽງ​ອາຫານ​ຈາກ​ດິນແດນ​ຂອງ​ກະສັດ.


ພວກເຂົາ​ໄດ້​ຮ້ອງ​ສຽງດັງ​ຂຶ້ນ​ວ່າ, “ນີ້​ເປັນ​ສຽງ​ເທບພະເຈົ້າ​ບໍ່​ແມ່ນ​ສຽງ​ມະນຸດ”.


ຫ້າ​ວັນ​ຕໍ່ມາ ມະຫາ​ປະໂລຫິດ​ອານາເນຍ​ກໍ​ໄດ້​ເດີນທາງ​ລົງ​ໄປ​ກາຍຊາເຣຍ​ພ້ອມ​ກັບ​ພວກ​ຜູ້ອາວຸໂສ​ບາງຄົນ ແລະ ທະນາຍຄວາມ​ຊື່​ວ່າ​ເຕຕູໂລ ແລະ ພວກເຂົາ​ນຳ​ເອົາ​ຂໍ້​ກ່າວຫາ​ໄປ​ຟ້ອງ​ໂປໂລ​ຢູ່​ຕໍ່ໜ້າ​ຜູ້ປົກຄອງ.


ໃນ​ວັນຕໍ່ມາ ອັກຄຣີປາ​ກັບ​ນາງ​ເບນີເກ​ໄດ້​ມາເຖິງ​ຢ່າງ​ສະຫງ່າຜ່າເຜີຍ ແລະ ເຂົ້າ​ໄປ​ໃນ​ຫ້ອງພິຈາລະນາຄະດີ​ກັບ​ບັນດາ​ທະຫານ​ທີ່​ມີ​ຍົດສູງ ແລະ ບຸກຄົນ​ສຳຄັນ​ຂອງ​ເມືອງ​ນັ້ນ. ເຟຊະໂຕ​ສັ່ງ​ໃຫ້​ນຳເອົາ​ໂປໂລ​ເຂົ້າມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka