Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ເປໂຕ​ຈຶ່ງ​ຮູ້ສຶກ​ຕົວ ແລະ ເວົ້າ​ວ່າ, “ດຽວ​ນີ້​ເຮົາ​ຮູ້​ແນ່ນອນ​ແລ້ວ​ວ່າ​ອົງພຣະຜູ້ເປັນເຈົ້າ​ໃຊ້​ເທວະດາ​ຂອງ​ພຣະອົງ​ມາ​ຊ່ວຍ​ເຮົາ​ໃຫ້​ພົ້ນ​ຈາກ​ກຳມື​ຂອງ​ເຮໂຣດ ແລະ ຈາກ​ການ​ປອງຮ້າຍ​ທັງຫລາຍ​ຂອງ​ພວກ​ຢິວ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ແລ້ວ​ເປໂຕ​ກໍ​ຮູ້ສຶກ​ຕົວ​ໂດຍ​ຮູ້​ວ່າ​ແມ່ນ​ຫຍັງ​ໄດ້​ເກີດຂຶ້ນ​ກັບ​ຕົນ, ເພິ່ນ​ກ່າວ​ວ່າ, “ບັດນີ້​ເຮົາ​ຮູ້​ແນ່​ແລ້ວ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ໃຊ້​ເທວະດາ​ຂອງ​ພຣະອົງ ມາ​ຊ່ວຍ​ກອບກູ້​ເອົາ​ເຮົາ​ໃຫ້​ພົ້ນ​ຈາກ​ມື​ຂອງ​ເຮໂຣດ ແລະ​ຈາກ​ການ​ປອງຮ້າຍ​ຂອງ​ພວກ​ຢິວ.”

Uka jalj uñjjattʼäta Copia luraña




ກິດຈະການ 12:11
27 Jak'a apnaqawi uñst'ayäwi  

“ເມື່ອ​ລາວ​ຄິດ​ໄດ້​ລາວ​ຈຶ່ງ​ເວົ້າ​ວ່າ, ‘ພໍ່​ຂອງ​ເຮົາ​ມີ​ລູກຈ້າງ​ຫລາຍ​ຄົນ, ພວກເຂົາ​ຍັງ​ມີ​ອາຫານ​ກິນ​ຢ່າງ​ເຫລືອເຟືອ ແຕ່​ເຮົາ​ກຳລັງ​ຫິວ​ເກືອບ​ຈະ​ຕາຍ​ຢູ່​ທີ່​ນີ້!


ໃນ​ທັນໃດ​ນັ້ນ ກໍ​ມີ​ເທວະດາ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕົນ​ໜຶ່ງ​ໄດ້​ມາ​ປາກົດ ແລະ ໄດ້​ມີ​ແສງສະຫວ່າງ​ສ່ອງ​ເຂົ້າ​ໄປ​ໃນ​ຫ້ອງ​ຄຸມຂັງ. ເທວະດາ​ຕົນ​ນັ້ນ​ໄດ້​ຕົບ​ທີ່​ຂ້າງ​ຂອງ​ເປໂຕ ແລະ ປຸກ​ເພິ່ນ​ໃຫ້​ຕື່ນ. ເທວະດາ​ເວົ້າ​ວ່າ, “ລຸກ​ຂຶ້ນ​ໄວໆ!” ແລ້ວ​ໂສ້​ທັງຫລາຍ​ກໍ​ຫລຸດ​ອອກ​ຈາກ​ຂໍ້ມື​ຂອງ​ເປໂຕ.


ເມື່ອ​ສອງ​ປີ​ຜ່ານ​ໄປ, ໂປກີໂອເຟຊະໂຕ​ມາ​ຮັບ​ຕຳແໜ່ງ​ແທນ​ເຟລິກ, ແຕ່​ເຟລິກ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ປະ​ໂປໂລ​ໄວ້​ໃນ​ຄຸກ.


ເຟຊະໂຕ​ຢາກ​ເອົາ​ໃຈ​ພວກ​ຢິວ​ຈຶ່ງ​ກ່າວ​ກັບ​ໂປໂລ​ວ່າ, “ເຈົ້າ​ເຕັມໃຈ​ຈະ​ຂຶ້ນ​ໄປ​ເຢຣູຊາເລັມ​ເພື່ອ​ສູ້​ຄະດີ​ຕາມ​ຂໍ້​ກ່າວຫາ​ເຫລົ່ານີ້​ຕໍ່ໜ້າ​ເຮົາ​ຢູ່​ທີ່​ນັ້ນ​ບໍ?”


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ຖ້າ​ເປັນ​ດັ່ງນັ້ນ, ອົງພຣະຜູ້ເປັນເຈົ້າ​ຍ່ອມ​ຮູ້ຈັກ​ວິທີ​ວ່າ​ຈະ​ກອບກູ້​ເອົາ​ຄົນຊອບທຳ​ໃຫ້​ລອດພົ້ນ​ຈາກ​ການທົດລອງ​ໄດ້​ຢ່າງໃດ ແລະ ຮັກສາ​ຄົນອະທຳ​ໄວ້​ເພື່ອ​ລໍຖ້າ​ວັນ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka