Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:10 - ພຣະຄຳພີລາວສະບັບສະໄໝໃໝ່

10 ເມື່ອ​ພວກເພິ່ນ​ອອກ​ໄປ​ພົ້ນ​ຈາກ​ທະຫານ​ຍາມ​ຊຸດ​ທີ​ໜຶ່ງ ແລະ ຊຸດ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫລັກ​ທີ່​ຈະ​ເຂົ້າໄປ​ໃນ​ເມືອງ. ປະຕູ​ນັ້ນ​ກໍ​ໄຂ​ອອກ​ເອງ​ໃຫ້​ພວກເພິ່ນ ແລະ ພວກເພິ່ນ​ກໍ​ຜ່ານ​ປະຕູ​ນັ້ນ​ໄປ. ເມື່ອ​ພວກເພິ່ນ​ຍ່າງ​ໄປ​ເຖິງ​ທາງ​ແຍກ ທັນໃດ​ນັ້ນ ເທວະດາ​ຕົນ​ນັ້ນ​ກໍ​ຈາກ​ເພິ່ນ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

10 ເມື່ອ​ເປໂຕ​ຜ່ານ​ທະຫານ​ຍາມ​ຊັ້ນ​ທີ​ໜຶ່ງ ແລະ​ຊັ້ນ​ທີ​ສອງ​ແລ້ວ ກໍ​ມາ​ເຖິງ​ປະຕູ​ເຫຼັກ​ທີ່​ເຂົ້າ​ໄປ​ສູ່​ຕົວເມືອງ, ປະຕູ​ນີ້​ກໍ​ໄຂ​ເອງ​ໃຫ້​ພວກເພິ່ນ​ຍ່າງ​ອອກ​ໄປ, ພວກເພິ່ນ​ຍ່າງ​ລົງ​ຕາມ​ຖະໜົນ​ສາຍ​ໜຶ່ງ ແລະ​ໃນ​ທັນໃດນັ້ນ ເທວະດາ​ກໍ​ຈາກ​ເພິ່ນ​ໄປ.

Uka jalj uñjjattʼäta Copia luraña




ກິດຈະການ 12:10
11 Jak'a apnaqawi uñst'ayäwi  

ຕອນຄ່ຳ​ຂອງ​ວັນ​ຕົ້ນ​ສັບປະດາ​ນັ້ນ, ເມື່ອ​ພວກສາວົກ​ມາ​ຢູ່​ນຳ​ກັນ ພວກເພິ່ນ​ອັດ​ປະຕູ​ໃສ່​ກະແຈ​ເພາະ​ຢ້ານ​ພວກ​ຢິວ, ພຣະເຢຊູເຈົ້າ​ກໍ​ໄດ້​ເຂົ້າ​ມາ​ຢືນ​ຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ໜຶ່ງ​ອາທິດ​ຕໍ່ມາ ພວກສາວົກ​ຂອງ​ພຣະອົງ​ໄດ້​ຢູ່​ຮ່ວມກັນ​ໃນ​ເຮືອນ​ຫລັງ​ນັ້ນ​ອີກ, ໂທມາ​ກໍ​ຢູ່​ກັບ​ພວກເພິ່ນ​ດ້ວຍ. ປະຕູ​ກໍ​ອັດ​ໃສ່​ໄລກອນ​ໄວ້ ແຕ່​ພຣະເຢຊູເຈົ້າ​ກໍ​ເຂົ້າ​ມາ​ຢືນຢູ່​ໃນ​ທ່າມກາງ​ພວກເພິ່ນ ແລະ ກ່າວ​ວ່າ, “ສັນຕິສຸກ​ຈົ່ງ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ!”


ຫລັງຈາກ​ຈັບ​ເປໂຕ​ແລ້ວ, ເພິ່ນ​ກໍ​ຂັງ​ເປໂຕ​ໄວ້​ໃນ​ຄຸກ ໂດຍ​ມີ​ທະຫານ​ສີ່​ໝູ່ ໝູ່​ລະ​ສີ່​ຄົນ​ເປັນ​ຜູ້​ເຝົ້າ​ຍາມ. ເຮໂຣດ​ຕັ້ງໃຈ​ຈະ​ນຳ​ເປໂຕ​ອອກ​ມາ​ສືບສວນ​ໃນ​ທີ່​ສາທາລະນະ ຫລັງຈາກ​ເທດສະການ​ປັດສະຄາ.


ທັນໃດ​ນັ້ນ ກໍ​ເກີດ​ແຜ່ນດິນໄຫວ​ຮຸນແຮງ​ຈົນ​ຮາກຖານ​ຂອງ​ຄຸກ​ສັ່ນ​ສະເທືອນ. ໃນ​ທັນໃດ​ນັ້ນ ປະຕູ​ຄຸກ​ທຸກ​ບານ​ກໍ​ໄຂ​ອອກ​ທັນທີ ແລະ ໂສ້​ທີ່​ມັດ​ນັກໂທດ​ທຸກຄົນ​ກໍ​ຫລຸດ​ອອກ.


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ຟີລາເດັນເຟຍ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ບໍລິສຸດ ແລະ ເປັນ​ຄວາມ​ຈິງ, ຜູ້​ຖື​ກະແຈ​ຂອງ​ດາວິດ. ສິ່ງ​ທີ່​ພຣະອົງ​ເປີດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ປິດ​ໄດ້ ແລະ ສິ່ງ​ທີ່​ພຣະອົງ​ປິດ​ແລ້ວ​ບໍ່​ມີ​ຜູ້ໃດ​ສາມາດ​ເປີດ​ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka