Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 12:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ​ໄດ້​ຈັບກຸມ​ຄົນ​ຂອງ​ຄຣິສຕະຈັກ​ໄປ ໂດຍ​ເຈດຕະນາ​ຈະ​ຂົ່ມເຫັງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໃນ​ເວລາ​ນັ້ນ ກະສັດ​ເຮໂຣດ ໄດ້​ລົງມື​ທຳຮ້າຍ​ບາງຄົນ​ຂອງ​ຄຣິສຕະຈັກ.

Uka jalj uñjjattʼäta Copia luraña




ກິດຈະການ 12:1
13 Jak'a apnaqawi uñst'ayäwi  

ໃນ​ເວລາ​ນັ້ນ ເຮໂຣດ​ຜູ້ປົກຄອງ​ແຂວງ​ໄດ້​ຍິນ​ຊື່​ສຽງ​ຂອງ​ພຣະເຢຊູເຈົ້າ


ເວລາ​ນີ້​ເຮໂຣດ​ໄດ້​ຈັບ ແລະ ມັດ​ໂຢຮັນ​ແລ້ວ​ຂັງ​ເພິ່ນ​ໄວ້​ໃນ​ຄຸກ ດ້ວຍ​ສາເຫດ​ທີ່​ນາງ​ເຮໂຣເດຍ​ເມຍ​ຂອງ​ຟີລິບ​ນ້ອງຊາຍ​ຂອງ​ຕົນ,


ໃນ​ງານສະຫລອງ​ວັນເກີດ​ຂອງ​ເຮໂຣດ, ລູກສາວ​ຂອງ​ນາງ​ເຮໂຣເດຍ​ໄດ້​ມາ​ຟ້ອນ​ຕໍ່ໜ້າ​ບັນດາ​ແຂກ​ທີ່​ຖືກ​ເຊີນ ແລະ ເຮັດໃຫ້​ເຮໂຣດ​ພໍໃຈ​ຫລາຍ.


“ແລ້ວ​ພວກເຈົ້າ​ຈະ​ຖືກ​ມອບ​ໄວ້​ໃຫ້​ຖືກ​ຂົ່ມເຫັງ ແລະ ຂ້າ, ທຸກ​ຊົນຊາດ​ຈະ​ກຽດຊັງ​ພວກເຈົ້າ​ເພາະ​ເຫັນ​ແກ່​ເຮົາ.


ທຸກ​ວັນ​ເຮົາ​ຢູ່​ກັບ​ພວກເຈົ້າ​ໃນ​ເດີ່ນ​ວິຫານ ແລະ ພວກເຈົ້າ​ກໍ​ບໍ່​ໄດ້​ຈັບ​ເຮົາ. ແຕ່​ນີ້​ເປັນ​ຊົ່ວໂມງ​ຂອງ​ພວກເຈົ້າ ເມື່ອ​ຄວາມມືດ​ປົກຄອງ”.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.


ເຮໂຣດ​ໄດ້​ຂ້າ​ຢາໂກໂບ​ອ້າຍ​ຂອງ​ໂຢຮັນ​ດ້ວຍ​ດາບ.


ຂໍ​ຢຽດ​ມື​ຂອງ​ພຣະອົງ​ອອກ​ເພື່ອ​ຮັກສາ ແລະ ຂໍ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຕ່າງໆ​ໂດຍ​ນາມ​ຂອງ​ພຣະເຢຊູເຈົ້າ​ຜູ້ຮັບໃຊ້​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ”.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka