Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:9 - ພຣະຄຳພີລາວສະບັບສະໄໝໃໝ່

9 “ສຽງ​ນັ້ນ​ກ່າວ​ຈາກ​ສະຫວັນ​ເປັນ​ເທື່ອ​ທີ​ສອງ​ວ່າ, ‘ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນ​ມົນທິນ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ແຕ່​ມີ​ສຽງ​ຈາກ​ທ້ອງຟ້າ​ກ່າວ​ເປັນ​ຄັ້ງ​ທີ​ສອງ​ອີກ​ວ່າ, ‘ສິ່ງ​ທີ່​ພຣະເຈົ້າ​ປະກາດ​ວ່າ​ຖືກ​ຊຳລະ​ແລ້ວ ຢ່າ​ຖື​ເປັນ​ສິ່ງ​ທີ່​ຕ້ອງ​ຫ້າມ​ເລີຍ.’

Uka jalj uñjjattʼäta Copia luraña




ກິດຈະການ 11:9
9 Jak'a apnaqawi uñst'ayäwi  

ເພາະວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ພວກເຂົາ​ແລ້ວ​ກໍ​ຖ່າຍ​ອອກ​ມາ​ຈາກ​ຮ່າງກາຍ”. (ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ເປັນ​ການປະກາດ​ວ່າ​ອາຫານ​ທຸກຊະນິດ “ປາດສະຈາກ​ມົນທິນ”.)


ສຽງ​ນັ້ນ​ກ່າວ​ແກ່​ເພິ່ນ​ເປັນ​ເທື່ອ​ທີ​ສອງ​ວ່າ, “ຢ່າ​ເອີ້ນ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ຊຳລະ​ໃຫ້​ສະອາດ​ແລ້ວ​ວ່າ​ເປັນມົນທິນ”.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


ເຫດການ​ເຊັ່ນ​ນີ້​ໄດ້​ເກີດ​ຂຶ້ນ​ເຖິງ​ສາມ​ເທື່ອ, ແລ້ວ​ສິ່ງ​ທັງໝົດ​ນັ້ນ​ກໍ​ຖືກ​ຮັບ​ຄືນ​ສູ່​ສະຫວັນ​ອີກ.


“ຂ້າພະເຈົ້າ​ຕອບ​ວ່າ, ‘ບໍ່​ໄດ້ ອົງພຣະຜູ້ເປັນເຈົ້າ! ບໍ່​ເຄີຍ​ມີ​ສິ່ງ​ທີ່​ເປັນມົນທິນ ຫລື ສິ່ງ​ທີ່​ບໍ່​ສະອາດ​ເຂົ້າ​ໄປ​ໃນ​ປາກ​ຂອງ​ຂ້ານ້ອຍ​ຈັກ​ເທື່ອ’.


ພຣະອົງ​ບໍ່​ໄດ້​ຈຳແນກ​ລະຫວ່າງ​ພວກເຮົາ​ກັບ​ພວກເຂົາ, ເພາະ​ພຣະອົງ​ໄດ້​ຊຳລະ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ບໍລິສຸດ​ດ້ວຍ​ຄວາມເຊື່ອ.


ເພາະວ່າ​ສິ່ງ​ເຫລົ່ານີ້​ໄດ້​ຜ່ານ​ການຊຳລະ​ແລ້ວ​ດ້ວຍ​ພຣະຄຳ​ຂອງ​ພຣະເຈົ້າ ແລະ ດ້ວຍ​ຄຳອະທິຖານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka