Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 11:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ເມື່ອ​ບາຣະນາບາ​ໄດ້​ມາ​ຮອດ ແລະ ໄດ້​ເຫັນ​ສິ່ງ​ທີ່​ເກີດ​ຂຶ້ນ​ໂດຍ​ພຣະຄຸນ​ຂອງ​ພຣະເຈົ້າ, ເພິ່ນ​ກໍ​ດີໃຈ ແລະ ໜູນໃຈ​ພວກເຂົາ​ທຸກຄົນ​ໃຫ້​ສືບຕໍ່​ສັດຊື່​ຕໍ່​ອົງພຣະຜູ້ເປັນເຈົ້າ​ດ້ວຍ​ສຸດ​ໃຈ​ຂອງ​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເມື່ອ​ເພິ່ນ​ໄດ້​ມາ​ຮອດ ແລະ​ເຫັນ​ພຣະຄຸນ​ພຣະເຈົ້າ​ອວຍພອນ​ຄົນ​ເຫຼົ່ານັ້ນ​ຢ່າງ​ໃດ​ເພິ່ນ​ກໍ​ດີໃຈ ແລະ​ເຕືອນ​ເຂົາ​ທຸກຄົນ​ໃຫ້​ສັດຊື່ ແລະ​ຕັ້ງໝັ້ນຄົງ​ໃນ​ອົງພຣະ​ຜູ້​ເປັນເຈົ້າ​ດ້ວຍ​ສຸດຈິດ​ສຸດໃຈ​ຂອງ​ເຂົາ.

Uka jalj uñjjattʼäta Copia luraña




ກິດຈະການ 11:23
37 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຢຊູເຈົ້າ​ກໍ​ກ່າວ​ແກ່​ພວກສາວົກ​ຂອງ​ພຣະອົງ​ວ່າ, “ຖ້າ​ຜູ້ໃດ​ຢາກ​ເປັນ​ສາວົກ​ຂອງ​ເຮົາ​ໃຫ້​ຜູ້​ນັ້ນ​ປະຕິເສດ​ຕົນເອງ, ຮັບ​ແບກ​ໄມ້ກາງແຂນ​ຂອງ​ຕົນ​ແລ້ວ​ຕິດຕາມ​ເຮົາ​ມາ.


ເມື່ອ​ພຣະເຢຊູເຈົ້າ​ໄດ້​ເຫັນ​ຄວາມເຊື່ອ​ຂອງ​ພວກເຂົາ ພຣະອົງ​ຈຶ່ງ​ກ່າວ​ຕໍ່​ຄົນເປ້ຍ​ນັ້ນ​ວ່າ, “ລູກ​ເອີຍ, ບາບ​ຂອງ​ເຈົ້າ​ໄດ້​ຮັບ​ອະໄພ​ແລ້ວ”.


ຈົ່ງ​ເຂົ້າສະໜິດ​ຢູ່​ໃນ​ເຮົາ ແລະ ເຮົາ​ເຂົ້າສະໜິດ​ຢູ່​ໃນ​ພວກເຈົ້າ. ກິ່ງ​ຈະ​ເກີດຜົນ​ເອງ​ບໍ່​ໄດ້​ນອກຈາກ​ຈະ​ຕິດ​ຢູ່​ກັບ​ເຄືອ​ສັນໃດ, ພວກເຈົ້າ​ທັງຫລາຍ​ກໍ​ຈະ​ເກີດຜົນ​ເອງ​ບໍ່​ໄດ້ ນອກຈາກ​ຈະ​ເຂົ້າສະໜິດ​ຢູ່​ໃນ​ເຮົາ​ສັນນັ້ນ.


ເມື່ອ​ຄົນ​ທີ່​ໄປ​ເຕົ້າໂຮມ​ກັນ​ໄດ້​ເລີກ​ໄປ​ແລ້ວ, ຊາວ​ຢິວ​ຫລາຍ​ຄົນ ແລະ ຄົນ​ທີ່​ບໍ່​ແມ່ນ​ຢິວ​ທີ່​ມາ​ນັບຖື​ສາສະໜາ​ຢິວ​ຫລາຍ​ຄົນ​ກໍ​ໄດ້​ຕິດຕາມ​ໂປໂລ ແລະ ບາຣະນາບາ​ໄປ, ພວກເພິ່ນ​ກໍ​ໄດ້​ສົນທະນາ ແລະ ຂໍຮ້ອງ​ພວກເຂົາ​ໃຫ້​ໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ຕໍ່ໄປ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ແລະ ຈາກ​ເມືອງ​ອັດຕາເລຍ ພວກເພິ່ນ​ໄດ້​ລົງ​ເຮືອ​ກັບຄືນ​ໄປ​ເມືອງ​ອັນຕີໂອເຂຍ ຄື​ເມືອງ​ທີ່​ພວກເພິ່ນ​ຖືກ​ມອບ​ໄວ້​ໃນ​ພຣະຄຸນ​ຂອງ​ພຣະເຈົ້າ​ໃຫ້​ເຮັດ​ພັນທະກິດ ເຊິ່ງ​ບັດນີ້​ພວກເພິ່ນ​ໄດ້​ເຮັດ​ສຳເລັດ​ແລ້ວ.


ແຕ່​ໂປໂລ​ໄດ້​ເລືອກ​ຊີລາ ແລະ ຈາກ​ໄປ ໂດຍ​ພີ່ນ້ອງ​ຜູ້ທີ່ເຊື່ອ​ໄດ້​ມອບ​ພວກເພິ່ນ​ໄວ້​ໃນ​ພຣະຄຸນ​ຂອງ​ອົງພຣະຜູ້ເປັນເຈົ້າ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.


ໂຢເຊັບ​ຄົນ​ເລວີ​ຈາກ​ເກາະ​ໄຊປຣັດ ຜູ້​ທີ່​ພວກ​ອັກຄະສາວົກ​ເອີ້ນ​ຊື່​ລາວ​ວ່າ​ບາຣະນາບາ (ແປວ່າ ລູກ​ຜູ້​ໃຫ້​ກຳລັງໃຈ)


ຖ້າ​ມີ​ດ້ານ​ການໜູນໃຈ ກໍ​ຈົ່ງ​ໜູນໃຈ, ຖ້າ​ມີ​ດ້ານ​ການບໍລິຈາກ ກໍ​ຈົ່ງ​ບໍລິຈາກ​ດ້ວຍ​ໃຈກວ້າງຂວາງ, ຖ້າ​ມີ​ດ້ານ​ການເປັນຜູ້ນຳ ກໍ​ຈົ່ງ​ປົກຄອງ​ດ້ວຍ​ຄວາມເອົາໃຈໃສ່, ຖ້າ​ມີ​ດ້ານ​ການສະແດງ​ຄວາມເມດຕາ ກໍ​ຈົ່ງ​ເຮັດ​ດ້ວຍ​ໃຈຍິນດີ.


ເຫດສະນັ້ນ ພີ່ນ້ອງ​ທີ່ຮັກ​ຂອງ​ເຮົາ​ເອີຍ, ຈົ່ງ​ຕັ້ງໝັ້ນ​ຢູ່. ຢ່າ​ໃຫ້​ສິ່ງໃດ​ເຮັດ​ໃຫ້​ພວກເຈົ້າ​ຫວັ່ນໄຫວ. ຈົ່ງ​ທຸ້ມເທ​ພວກເຈົ້າ​ເອງ​ຢ່າງ​ເຕັມທີ່​ໃຫ້​ກັບ​ງານ​ຂອງ​ອົງພຣະຜູ້ເປັນເຈົ້າ, ເພາະ​ພວກເຈົ້າ​ຮູ້​ແລ້ວ​ວ່າ​ໃນ​ອົງພຣະຜູ້ເປັນເຈົ້າ ການງານ​ຂອງ​ພວກເຈົ້າ​ນັ້ນ​ບໍ່​ໄດ້​ໄຮ້ປະໂຫຍດ.


ເມື່ອ​ເຮົາ​ໄດ້​ຕັ້ງໃຈ​ຈະ​ເຮັດ​ຢ່າງ​ນີ້ ເຮົາ​ເຮັດ​ໄປ​ແບບ​ບໍ່​ຈິງຈັງ​ບໍ? ຫລື ເຮົາ​ໄດ້​ວາງແຜນ​ໃນ​ແບບ​ຄົນ​ຂອງ​ໂລກ​ທີ່​ພ້ອມ​ຈະ​ຮັບປາກ​ໄປ​ເທົ່ານັ້ນ​ວ່າ: “ມາ” ແລະ “ບໍ່​ມາ” ບໍ?


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ແຕ່​ເຖິງຢ່າງໃດ​ກໍ​ຕາມ, ເຈົ້າ​ກໍ​ຮູ້​ເຖິງ​ຄຳສອນ​ທັງໝົດ​ຂອງ​ເຮົາ, ວິຖີຊີວິດ​ຂອງ​ເຮົາ, ເປົ້າໝາຍ​ຂອງ​ເຮົາ, ຄວາມເຊື່ອ, ຄວາມອົດທົນ, ຄວາມຮັກ, ຄວາມທົນທານ,


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


ແລະ ບັດນີ້ ລູກ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ດຳລົງ​ຢູ່​ໃນ​ພຣະອົງ​ຕໍ່ໄປ, ເພື່ອ​ວ່າ​ເມື່ອ​ພຣະອົງ​ມາ​ປາກົດ​ພວກເຮົາ​ຈະ​ໝັ້ນໃຈ ແລະ ບໍ່​ລະອາຍ​ຕໍ່ໜ້າ​ພຣະອົງ​ເມື່ອ​ພຣະອົງ​ມາ.


ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.


ຄຳ​ພິພາກສາ​ຂອງ​ຄົນ​ເຫລົ່ານີ້​ໄດ້​ຖືກ​ບັນທຶກ​ໄວ້​ດົນ​ແລ້ວ ເນື່ອງ​ຈາກ​ວ່າ​ມີ​ບາງຄົນ​ໄດ້​ປອມໂຕ​ເຂົ້າ​ມາ​ໃນ​ທ່າມກາງ​ພວກເຈົ້າ. ພວກເຂົາ​ເປັນ​ຄົນອະທຳ ບິດເບືອນ​ພຣະຄຸນ​ຂອງ​ພຣະເຈົ້າ​ເພື່ອ​ເປັນ​ຊ່ອງທາງ​ໃຫ້​ເຮັດຜິດສິນທຳ ແລະ ປະຕິເສດ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງເຈົ້ານາຍ ແລະ ເປັນ​ອົງພຣະຜູ້ເປັນເຈົ້າ​ແຕ່​ພຽງ​ອົງ​ດຽວ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka