ກິດຈະການ 10:7 - ພຣະຄຳພີລາວສະບັບສະໄໝໃໝ່7 ເມື່ອເທວະດາທີ່ມາບອກເພິ່ນໄດ້ຈາກໄປແລ້ວ, ໂກເນລີໂອຈຶ່ງເອີ້ນຜູ້ຮັບໃຊ້ສອງຄົນ ແລະ ທະຫານຮັບໃຊ້ຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດມາພົບເພິ່ນ. Uka jalj uñjjattʼätaພຣະຄຳພີສັກສິ7 ແລ້ວເທວະດາຕົນນັ້ນກໍຈາກໄປ. ດັ່ງນັ້ນ ໂກເນລີໂອໄດ້ເອີ້ນຄົນຮັບໃຊ້ປະຈຳເຮືອນຂອງຕົນສອງຄົນເຂົ້າມາ ພ້ອມກັບທະຫານຄົນໜຶ່ງທີ່ຖືສາສະໜາຢ່າງເຄັ່ງຄັດ ແລະເປັນຄົນໜຶ່ງໃນພວກທະຫານທີ່ຄອຍຮັບໃຊ້ຕົນ. Uka jalj uñjjattʼäta |
ສ່ວນບັນດາຄົນທີ່ມີນາຍເປັນຜູ້ທີ່ເຊື່ອກໍບໍ່ຄວນສະແດງຄວາມບໍ່ນັບຖືຕໍ່ພວກເພິ່ນ ເພາະພວກເພິ່ນເປັນຜູ້ທີ່ເຊື່ອດ້ວຍກັນ. ກົງກັນຂ້າມ, ພວກເຂົາສົມຄວນຈະຮັບໃຊ້ນາຍເຫລົ່ານັ້ນໃຫ້ດີຍິ່ງຂຶ້ນເພາະວ່ານາຍຂອງພວກເຂົານັ້ນເປັນທີ່ຮັກຂອງພວກເຂົາເປັນຜູ້ທີ່ເຊື່ອ ແລະ ໄດ້ອຸທິດຕົນເພື່ອສະຫວັດດີການຂອງຂ້າທາດຂອງຕົນ. ເຈົ້າຈົ່ງສັ່ງສອນ ແລະ ເນັ້ນພວກເຂົາໃຫ້ເຮັດສິ່ງເຫລົ່ານີ້.