ກິດຈະການ 10:43 - ພຣະຄຳພີລາວສະບັບສະໄໝໃໝ່43 ຜູ້ທຳນວາຍທັງໝົດກໍຢືນຢັນກ່ຽວກັບພຣະອົງວ່າ, ທຸກຄົນທີ່ເຊື່ອໃນພຣະອົງຈະໄດ້ຮັບການໃຫ້ອະໄພບາບຜ່ານທາງນາມຂອງພຣະອົງ”. Uka jalj uñjjattʼätaພຣະຄຳພີສັກສິ43 ຜູ້ທຳນວາຍທຸກຄົນກໍໄດ້ກ່າວເຖິງພຣະອົງໂດຍປະກາດວ່າ ທຸກຄົນທີ່ເຊື່ອໃນພຣະອົງ ຈະໄດ້ຮັບການອະໄພບາບກຳໂດຍນາມຊື່ຂອງພຣະອົງ.” Uka jalj uñjjattʼäta |
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.