Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:41 - ພຣະຄຳພີລາວສະບັບສະໄໝໃໝ່

41 ບໍ່​ແມ່ນ​ທຸກຄົນ​ທີ່​ໄດ້​ເຫັນ​ພຣະອົງ ມີ​ແຕ່​ພະຍານ​ທັງຫລາຍ​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ເທົ່ານັ້ນ​ທີ່​ໄດ້​ເຫັນ, ຄື​ປາກົດ​ແກ່​ພວກຂ້າພະເຈົ້າ​ຜູ້​ທີ່​ໄດ້​ກິນ ແລະ ໄດ້​ດື່ມ​ກັບ​ພຣະອົງ​ຫລັງ​ຈາກ​ທີ່​ພຣະອົງ​ຄືນ​ມາ​ຈາກ​ຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

41 ບໍ່ໄດ້​ຊົງ​ໃຫ້​ປາກົດ​ແກ່​ພົນລະເມືອງ​ທົ່ວ​ໄປ, ແຕ່​ຊົງ​ປາກົດ​ແກ່​ພວກ​ພະຍານ ຊຶ່ງ​ພຣະເຈົ້າ​ຊົງ​ກຳນົດ​ໄວ້​ລ່ວງໜ້າ ຄື​ຊົງ​ປາກົດ​ແກ່​ພວກ​ຂ້າພະເຈົ້າ ຜູ້​ໄດ້​ກິນ​ແລະ​ໄດ້​ດື່ມ​ດ້ວຍກັນ​ກັບ​ພຣະອົງ ພາຍ​ຫລັງ​ທີ່​ພຣະອົງ​ໄດ້​ຊົງ​ຄືນພຣະຊົນ.

Uka jalj uñjjattʼäta Copia luraña




ກິດຈະການ 10:41
15 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ນັ່ງ​ຮ່ວມ​ໂຕະ​ກັບ​ພວກເພິ່ນ ພຣະອົງ​ໄດ້​ຈັບ​ເອົາ​ເຂົ້າຈີ່, ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ຫັກ​ເຂົ້າຈີ່​ແລ້ວ​ເລີ່ມ​ຍື່ນ​ໃຫ້​ພວກເພິ່ນ.


ພວກເຈົ້າ​ທັງຫລາຍ​ຄື​ພະຍານ​ໃນ​ເລື່ອງ​ເຫລົ່ານີ້.


ຄື​ອົງ​ພຣະວິນຍານ​ແຫ່ງ​ຄວາມຈິງ. ໂລກ​ບໍ່​ອາດ​ຈະ​ຮັບ​ພຣະອົງ​ໄດ້ ເພາະ​ໂລກ​ບໍ່​ເຫັນ ແລະ ບໍ່​ຮູ້ຈັກ​ພຣະອົງ. ແຕ່​ພວກເຈົ້າ​ຮູ້ຈັກ​ພຣະອົງ​ເພາະ​ພຣະອົງ​ຢູ່​ກັບ​ພວກເຈົ້າ ແລະ ຈະ​ຢູ່​ໃນ​ພວກເຈົ້າ.


ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.


ແລ້ວ​ຢູດາ (ບໍ່ແມ່ນ​ຢູດາ​ອິດສະກາຣີອົດ) ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ດ້ວຍເຫດໃດ ພຣະອົງ​ຈຶ່ງ​ເຈດຕະນາ​ທີ່​ຈະ​ສະແດງ​ພຣະອົງ​ເອງ​ໃຫ້​ແກ່​ພວກຂ້ານ້ອຍ​ແຕ່​ບໍ່​ສະແດງ​ໃຫ້​ແກ່​ໂລກ?”


ບໍ່​ແມ່ນ​ພວກເຈົ້າ​ທັງຫລາຍ​ໄດ້​ເລືອກ​ເອົາ​ເຮົາ, ແຕ່​ເຮົາ​ໄດ້​ເລືອກ​ເອົາ​ພວກເຈົ້າ ແລະ ໄດ້​ແຕ່ງຕັ້ງ​ພວກເຈົ້າ​ໃຫ້​ໄປ ແລະ ເກີດຜົນ, ເພື່ອ​ຜົນ​ຂອງ​ພວກເຈົ້າ​ຈະ​ຕັ້ງ​ຢູ່​ຖາວອນ. ເພື່ອວ່າ​ເມື່ອ​ພວກເຈົ້າ​ຈະ​ຂໍ​ສິ່ງໃດ​ຈາກ​ພຣະບິດາເຈົ້າ​ໃນ​ນາມ​ຂອງ​ເຮົາ ພຣະອົງ​ກໍ​ຈະປະທານ​ສິ່ງ​ນັ້ນ​ໃຫ້​ແກ່​ພວກເຈົ້າ.


ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.


ພຣະເຢຊູເຈົ້າ​ມາ​ຈັບ​ເອົາ​ເຂົ້າຈີ່ ແລະ ຍື່ນ​ໃຫ້​ພວກເພິ່ນ, ພຣະອົງ​ຈັບ​ເອົາ​ປາ ແລະ ເຮັດ​ຢ່າງ​ດຽວ​ກັນ.


ຄື​ຕັ້ງແຕ່​ບັບຕິສະມາ​ຂອງ​ໂຢຮັນ​ຈົນ​ເຖິງ​ເວລາ​ທີ່​ພຣະເຢຊູເຈົ້າ​ຖືກ​ຮັບ​ຂຶ້ນ​ໄປ​ຈາກ​ພວກເຮົາ. ເພາະ​ສິ່ງ​ເຫລົ່ານີ້​ຈະ​ຕ້ອງ​ເປັນ​ພະຍານ​ຮ່ວມ​ກັບ​ພວກເຮົາ​ເຖິງ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະອົງ”.


ຄັ້ງໜຶ່ງ ໃນ​ຂະນະ​ທີ່​ພຣະອົງ​ຮ່ວມ​ກິນ​ອາຫານ​ກັບ​ພວກເພິ່ນ, ພຣະອົງ​ໄດ້​ໃຫ້​ຄຳສັ່ງ​ນີ້​ແກ່​ພວກເພິ່ນ​ວ່າ: “ຢ່າ​ອອກໄປ​ຈາກ​ເຢຣູຊາເລັມ, ແຕ່​ຈົ່ງ​ຖ້າ​ຮັບ​ຂອງປະທານ​ທີ່​ພຣະບິດາເຈົ້າ​ຂອງ​ເຮົາ​ໄດ້​ສັນຍາ​ໄວ້​ຕາມ​ທີ່​ພວກເຈົ້າ​ໄດ້​ຍິນ​ເຮົາ​ກ່າວ​ໄວ້.


“ພວກຂ້າພະເຈົ້າ​ເປັນ​ພະຍານ​ເຖິງ​ທຸກສິ່ງ​ທີ່​ພຣະອົງ​ກະທຳ ທັງ​ໃນ​ດິນແດນ​ຂອງ​ຊາວ​ຢິວ ແລະ ໃນ​ເຢຣູຊາເລັມ. ພວກເຂົາ​ໄດ້​ຂ້າ​ພຣະອົງ​ໂດຍ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ,


ແລະ ບັນດາ​ຜູ້​ທີ່​ເຄີຍ​ເດີນທາງ​ກັບ​ພຣະອົງ​ຈາກ​ແຂວງ​ຄາລີເລ​ມາ​ເຢຣູຊາເລັມ​ໄດ້​ເຫັນ​ພຣະອົງ​ເປນ​ເວລາ​ຫລາຍ​ວັນ. ບັດນີ້ ພວກເຂົາ​ໄດ້​ເປັນ​ພະຍານ​ເລື່ອງ​ຂອງ​ພຣະອົງ​ກັບ​ປະຊາຊົນ​ຂອງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka