Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ໂກເນລີໂອ​ໄດ້​ຈ້ອງ​ເບິ່ງ​ເທວະດາ​ຕົນ​ນັ້ນ​ດ້ວຍ​ຄວາມຢ້ານ. ເພິ່ນ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ, ມີ​ຫຍັງ​ບໍ?” ເທວະດາ​ຕອບ​ວ່າ, “ຄຳອະທິຖານ​ຂອງ​ເຈົ້າ ແລະ ສິ່ງ​ທີ່​ເຈົ້າ​ໃຫ້​ແກ່​ຄົນຍາກຈົນ​ນັ້ນ​ຂຶ້ນ​ໄປ​ເປັນ​ເຄື່ອງບູຊາ​ໃຫ້​ຈົດຈຳ​ຕໍ່ໜ້າ​ພຣະເຈົ້າ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ເມື່ອ​ເພິ່ນ​ເພັ່ງຕາ​ເບິ່ງ​ເທວະດາ​ຕົນ​ນັ້ນ ດ້ວຍ​ຄວາມ​ສະດຸ້ງ​ຕົກໃຈ ຈຶ່ງ​ຖາມ​ວ່າ, “ແມ່ນ​ເລື່ອງ​ຫຍັງ​ນໍ ພຣະອົງເຈົ້າ​ເອີຍ?” ເທວະດາ​ຕອບ​ວ່າ, “ພຣະເຈົ້າ​ພໍໃຈ​ນຳ​ຄຳ​ພາວັນນາ​ອະທິຖານ ແລະ​ການ​ໃຫ້​ທານ​ຂອງ​ເຈົ້າ ທີ່​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ ຈຶ່ງ​ເປັນ​ເຫດ​ໃຫ້​ພຣະອົງ​ລະນຶກເຖິງ​ເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 10:4
24 Jak'a apnaqawi uñst'ayäwi  

ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຂ່າວປະເສີດ​ນີ້​ຖືກ​ປະກາດ​ໄປ​ທີ່​ໃດ​ກໍ​ຕາມ​ໃນ​ທົ່ວ​ໂລກ, ສິ່ງ​ທີ່​ຍິງ​ຜູ້​ນີ້​ໄດ້​ເຮັດ​ຈະ​ເປັນ​ທີ່​ກ່າວ​ອອກ​ໄປ​ເໝືອນກັນ​ເພື່ອ​ເປັນ​ການລະນຶກ​ເຖິງ​ນາງ”.


ນາງ​ມາຣີ​ຈຶ່ງ​ກະວົນກະວາຍ​ໃຈ​ຫລາຍ​ໃນ​ຖ້ອຍຄຳ​ຂອງ​ເພິ່ນ ແລະ ສົງໄສ​ວ່າ​ການ​ທັກທາຍ​ແບບ​ນີ້​ໝາຍ​ເຖິງ​ອັນໃດ.


ດ້ວຍ​ຄວາມຢ້ານກົວ​ຂອງ​ພວກເຂົາ ພວກແມ່ຍິງ​ຈຶ່ງ​ໄດ້​ໝອບລົງ​ທີ່​ພື້ນດິນ ແຕ່​ຊາຍ​ສອງ​ຄົນ​ໄດ້​ເວົ້າ​ກັບ​ພວກເຂົາ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ມາ​ຊອກຫາ​ຄົນເປັນ​ໃນ​ທ່າມກາງ​ຄົນຕາຍ?


ແລ້ວ ເວົ້າ​ວ່າ, ‘ໂກເນລີໂອ​ເອີຍ ພຣະເຈົ້າ​ໄດ້​ຍິນ​ຄຳອະທິຖານ​ຂອງ​ເຈົ້າ ແລະ ໄດ້​ລະນຶກ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ໃຫ້​ແກ່​ຄົນຍາກຈົນ​ແລ້ວ.


ລາວ​ນັ່ງ​ຟັງ​ໂປໂລ​ໃນ​ຂະນະ​ທີ່​ເພິ່ນ​ກຳລັງ​ເວົ້າ​ຢູ່. ໂປໂລ​ໄດ້​ແນມ​ໄປ​ທີ່​ລາວ​ໂດຍ​ກົງ, ກໍ​ໄດ້​ເຫັນ​ວ່າ​ລາວ​ມີ​ຄວາມເຊື່ອ​ພໍ​ທີ່​ຈະ​ຫາຍດີ​ໄດ້


“ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.


ເປໂຕ​ໄດ້​ຈ້ອງຕາ​ເບິ່ງ​ທີ່​ລາວ, ສ່ວນ​ໂຢຮັນ​ກໍ​ເໝືອນກັນ. ແລ້ວ​ເປໂຕ​ຈຶ່ງ​ເວົ້າ​ວ່າ, “ຈົ່ງ​ເບິ່ງ​ພວກເຮົາ​ແມ!”


ເຮົາ​ໄດ້​ຮັບ​ຄົບຖ້ວນ ແລະ ໄດ້​ຫລາຍ​ເກີນ​ພຽງພໍ. ເຮົາ​ໄດ້​ຮັບ​ການສະໜອງ​ໃຫ້​ຢ່າງ​ພຽງພໍ, ບັດນີ້ ເຮົາ​ໄດ້​ຮັບ​ຂອງຖວາຍ​ທີ່​ພວກເຈົ້າ​ໄດ້​ສົ່ງ​ມາ​ກັບ​ເອປາໂຟດີໂຕ​ແລ້ວ. ສິ່ງ​ເຫລົ່ານີ້​ເປັນ​ຂອງຖວາຍ​ທີ່​ມີ​ກິ່ນຫອມ, ເປັນ​ເຄື່ອງບູຊາ​ທີ່​ເປັນ​ທີ່​ຍອມຮັບ ແລະ ເປັນ​ທີ່​ພໍໃຈ​ຕໍ່​ພຣະເຈົ້າ.


ຢ່າ​ກະວົນກະວາຍ​ໃນ​ສິ່ງ​ໃດ​ເລີຍ, ແຕ່​ໃນ​ທຸກ​ສະຖານະການ ຈົ່ງ​ຂໍ​ທຸກສິ່ງ​ທີ່​ພວກເຈົ້າ​ປາຖະໜາ​ນັ້ນ​ຕໍ່​ພຣະເຈົ້າ ດ້ວຍ​ການອະທິຖານ ແລະ ອ້ອນວອນ ພ້ອມ​ກັບ​ການຂອບພຣະຄຸນ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄວາມດີ ແລະ ແບ່ງປັນ​ໃຫ້​ແກ່​ຜູ້ອື່ນ, ເພາະ​ພຣະເຈົ້າ​ພໍໃຈ​ເຄື່ອງບູຊາ​ຢ່າງ​ນີ້.


ພຣະເຈົ້າ​ຍຸຕິທຳ, ພຣະອົງ​ຈະ​ບໍ່​ລືມ​ການງານ​ທີ່​ພວກເຈົ້າ​ເຮັດ ແລະ ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ອອກ​ໃຫ້​ພຣະອົງ​ເຫັນ ຄື​ການ​ທີ່​ພວກເຈົ້າ​ຊ່ວຍເຫລືອ​ຄົນ​ຂອງ​ພຣະອົງ ແລະ ຍັງ​ຊ່ວຍເຫລືອ​ພວກເຂົາ​ຕໍ່ໄປ


ຄວັນ​ຂອງ​ເຄື່ອງຫອມ, ພ້ອມ​ກັບ​ຄຳອະທິຖານ​ຂອງ​ຄົນ​ຂອງ​ພຣະເຈົ້າ​ນັ້ນ​ໄດ້​ລອຍ​ຈາກ​ມື​ຂອງ​ເທວະດາ​ຂຶ້ນ​ໄປ​ຢູ່​ຕໍ່ໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka