Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ຢູ່​ມາ​ວັນ​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ ເພິ່ນ​ໄດ້​ເຫັນ​ນິມິດ ໃນ​ນິມິດ​ນັ້ນ ເພິ່ນ​ເຫັນ​ເທວະດາ​ຂອງ​ພຣະເຈົ້າ​ຕົນ​ໜຶ່ງ​ຢ່າງ​ຄັກແນ່​ເຂົ້າ​ມາ ແລະ​ກ່າວ​ແກ່​ເພິ່ນ​ວ່າ, “ໂກເນລີໂອ​ເອີຍ.”

Uka jalj uñjjattʼäta Copia luraña




ກິດຈະການ 10:3
23 Jak'a apnaqawi uñst'ayäwi  

ປະມານ​ບ່າຍ​ສາມ​ໂມງ​ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອລີ, ເອລີ, ແລມາ ຊາບັກທານີ?” ເຊິ່ງ​ແປວ່າ “ພຣະເຈົ້າ​ຂອງ​ຂ້ານ້ອຍ ພຣະເຈົ້າ​ຂອງ​ຂ້ານ້ອຍ ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ?”


ແລ້ວ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ກໍ​ມາ​ປາກົດ​ແກ່​ເພິ່ນ​ໂດຍ​ຢືນ​ຢູ່​ເບື້ອງຂວາ​ຂອງ​ແທ່ນເຜົາ​ເຄື່ອງຫອມ.


ໃນ​ທັນໃດ​ນັ້ນ ກອງທັບ​ສະຫວັນ​ໝູ່​ໃຫຍ່​ມາ​ປາກົດ​ພ້ອມ​ກັບ​ເທວະດາ​ຕົນ​ນັ້ນ​ຮ່ວມ​ກັນ​ສັນລະເສີນ​ພຣະເຈົ້າ ແລະ ກ່າວ​ວ່າ,


ໃນ​ຂະນະ​ທີ່​ເປໂຕ​ຍັງ​ສົງໄສ​ກ່ຽວກັບ​ຄວາມໝາຍ​ຂອງ​ນິມິດ​ຢູ່​ນັ້ນ, ຄົນ​ທີ່​ໂກເນລີໂອ​ໄດ້​ສົ່ງ​ມາ​ນັ້ນ​ກໍ​ໄດ້​ພົບ​ເຮືອນ​ຂອງ​ຊີໂມນ ແລະ ໄດ້​ມາ​ຢືນ​ຢູ່​ທີ່​ປະຕູ​ເຮືອນ​ແລ້ວ.


ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.


ໂກເນລີໂອ​ຕອບ​ວ່າ: “ເມື່ອ​ສາມ​ວັນ​ຜ່ານ​ມາ​ນີ້​ໃນ​ເວລາ​ທີ່​ຂ້ານ້ອຍ​ກຳລັງ​ອະທິຖານ​ຢູ່​ທີ່​ເຮືອນ​ຂອງ​ຂ້ານ້ອຍ​ໃນ​ເວລາ​ດຽວ​ກັນ​ນີ້, ເວລາ​ບ່າຍ​ສາມ​ໂມງ, ທັນໃດ​ນັ້ນ ກໍ​ມີ​ຊາຍ​ຄົນ​ໜຶ່ງ​ນຸ່ງເຄື່ອງ​ເຫລື້ອມໃສ​ມາ​ຢືນ​ຢູ່​ຕໍ່ໜ້າ​ຂ້ານ້ອຍ


ມື້​ຕໍ່​ມາ ປະມານ​ຕອນທ່ຽງ ຂະນະ​ທີ່​ພວກເຂົາ​ກຳລັງ​ເດີນທາງ​ມາ ແລະ ໃກ້​ຈະ​ຮອດ​ເມືອງ​ນັ້ນ​ແລ້ວ, ເປໂຕ​ໄດ້​ຂຶ້ນ​ໄປ​ເທິງ​ຫລັງຄາ​ເພື່ອ​ອະທິຖານ.


ເພິ່ນ​ໄດ້​ເລົ່າ​ເຫດການ​ໃຫ້​ພວກຂ້າພະເຈົ້າ​ຟັງ​ວ່າ ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ມາ​ປາກົດ​ໃນ​ເຮືອນ​ຂອງ​ເພິ່ນ ແລະ ກ່າວ​ວ່າ, ‘ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ.


ມື້ຄືນ​ນີ້​ເອງ ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຜູ້​ເປັນ​ເຈົ້າຂອງ​ໂຕ​ເຮົາ ຜູ້​ທີ່​ເຮົາ​ຮັບໃຊ້​ຢູ່​ນັ້ນ​ໄດ້​ມາ​ຢືນ​ຄຽງຂ້າງ​ເຮົາ


ມື້​ໜຶ່ງ ຂະນະ​ທີ່​ເປໂຕ​ກັບ​ໂຢຮັນ​ກຳລັງ​ຂຶ້ນ​ໄປ​ທີ່​ວິຫານ​ໃນ​ເວລາ​ອະທິຖານ ຄື​ຕອນ​ບ່າຍ​ສາມ​ໂມງ.


ແຕ່​ໃນ​ເວລາ​ກາງຄືນ​ກໍ​ມີ​ເທວະດາ​ຕົນ​ໜຶ່ງ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ເປີດ​ປະຕູ​ຕ່າງໆ​ໃນ​ຄຸກ​ແລ້ວ​ພາ​ພວກເພິ່ນ​ອອກ​ມາ.


ໃນ​ເມືອງ​ດາມັສກັດ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ອານາເນຍ, ອົງພຣະຜູ້ເປັນເຈົ້າ​ເອີ້ນ​ລາວ​ໃນ​ນິມິດ​ວ່າ, “ອານາເນຍ!” ລາວ​ຕອບ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ”.


ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ເທວະດາ​ທັງປວງ​ນັ້ນ​ຄື​ວິນຍານ​ຮັບໃຊ້​ທີ່​ພຣະເຈົ້າ​ໃຊ້​ໄປ​ບົວລະບັດ​ບັນດາ​ຜູ້​ທີ່​ຈະ​ໄດ້​ຮັບ​ຄວາມພົ້ນ​ເປັນ​ມໍລະດົກ​ບໍ່​ແມ່ນ​ບໍ?


ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka