Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:23 - ພຣະຄຳພີລາວສະບັບສະໄໝໃໝ່

23 ແລ້ວ​ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ໃນ​ເຮືອນ​ເພື່ອ​ເປັນ​ແຂກ​ຂອງ​ເພິ່ນ. ໃນ​ມື້​ຕໍ່ມາ ເປໂຕ​ກໍ​ໄດ້​ອອກ​ເດີນທາງ​ໄປ​ກັບ​ພວກເຂົາ ແລະ ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ຈາກ​ເມືອງ​ຢົບປາ​ກໍ​ໄປ​ນຳ​ເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

23 ເປໂຕ​ຈຶ່ງ​ເຊີນ​ພວກເຂົາ​ເຂົ້າ​ມາ​ພັກ​ນຳ​ຕົນ. ໃນ​ວັນ​ຕໍ່ມາ ເປໂຕ​ກໍໄດ້​ລຸກ​ຂຶ້ນ ແລະ​ໄປ​ກັບ​ພວກເຂົາ ແລະ​ຍັງ​ມີ​ພີ່ນ້ອງ​ທີ່​ເຊື່ອ​ບາງຄົນ​ໃນ​ເມືອງ​ຢົບປາ ກໍ​ໄປ​ນຳ​ເພິ່ນ​ດ້ວຍ.

Uka jalj uñjjattʼäta Copia luraña




ກິດຈະການ 10:23
16 Jak'a apnaqawi uñst'ayäwi  

ໃນ​ວັນ​ນັ້ນ ເປໂຕ​ໄດ້​ຢືນ​ຂຶ້ນ​ທ່າມກາງ​ບັນດາ​ຜູ້ທີ່ເຊື່ອ (ໂດຍ​ມີ​ປະມານ​ຮ້ອຍຊາວ​ຄົນ)


ດັ່ງນັ້ນ ເມື່ອ​ມີ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ, ຂ້າພະເຈົ້າ​ກໍ​ມາ​ໂດຍ​ບໍ່​ຂັດຂ້ອງ​ປະການ​ໃດ. ຂ້າພະເຈົ້າ​ຈຶ່ງ​ຂໍ​ຖາມ​ວ່າ, ເປັນຫຍັງ​ພວກທ່ານ​ຈຶ່ງ​ໄດ້​ສົ່ງ​ຄົນ​ໄປ​ເຊີນ​ຂ້າພະເຈົ້າ​ມາ?”


ດັ່ງນັ້ນ ຂ້ານ້ອຍ​ຈຶ່ງ​ສົ່ງ​ຄົນ​ໄປ​ເຊີນ​ທ່ານ​ທັນທີ ແລະ ດີ​ແທ້ໆ​ທີ່​ທ່ານ​ກໍ​ກະລຸນາ​ມາ. ບັດນີ້ ພວກຂ້ານ້ອຍ​ທັງຫລາຍ​ກໍ​ຢູ່​ທີ່​ນີ້​ພ້ອມ​ກັນ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ຮັບຟັງ​ທຸກໆ​ສິ່ງ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ສັ່ງ​ທ່ານ​ໃຫ້​ບອກ​ພວກຂ້ານ້ອຍ”.


ບັນດາ​ຜູ້ທີ່ເຊື່ອ​ທີ່​ໄດ້​ຮັບ​ພິທີຕັດ​ແລ້ວ ຄື​ຄົນ​ທີ່​ມາ​ກັບ​ເປໂຕ​ກໍ​ປະຫລາດໃຈ​ທີ່​ພຣະເຈົ້າ​ເທ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ​ລົງ​ມາ​ໃຫ້​ຄົນຕ່າງຊາດ​ເໝືອນກັນ.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.


ພວກ​ພີ່ນ້ອງ​ທີ່​ເຊື່ອ​ໃນ​ນະຄອນ​ໂຣມ​ໄດ້​ຍິນ​ຂ່າວ​ວ່າ​ພວກເຮົາ​ຈະ​ມາ, ພວກເຂົາ​ຈຶ່ງ​ເດີນທາງ​ມາ​ແຕ່​ໄກ​ເພື່ອ​ອອກມາ​ພົບ​ພວກເຮົາ​ທີ່​ຕະຫລາດ​ອາປີໂອ ແລະ ທີ່​ສາລາ​ສາມ​ຫລັງ. ເມື່ອ​ໄດ້​ເຫັນ​ຄົນ​ເຫລົ່ານີ້​ໂປໂລ​ກໍ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ ໄດ້​ຮັບ​ການໜູນໃຈ​ຂຶ້ນ.


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


ເພາະ​ພວກເຮົາ​ພະຍາຍາມ​ເຕັມທີ່​ເພື່ອ​ຈະ​ເຮັດ​ສິ່ງ​ທີ່​ຖືກຕ້ອງ, ບໍ່​ພຽງ​ແຕ່​ໃນ​ສາຍຕາ​ຂອງ​ອົງພຣະຜູ້ເປັນເຈົ້າ ແຕ່​ໃນ​ສາຍຕາ​ຂອງ​ມະນຸດ​ດ້ວຍ.


ຢ່າ​ລືມ​ທີ່​ຈະ​ຕ້ອນຮັບ​ຄົນແປກໜ້າ, ເພາະ​ໂດຍ​ການ​ເຮັດ​ຢ່າງ​ນັ້ນ​ບາງຄົນ​ໄດ້​ຕ້ອນຮັບ​ເທວະດາ​ຢ່າງ​ບໍ່​ຮູ້​ໂຕ.


ຈົ່ງ​ຕ້ອນຮັບ​ເຊິ່ງກັນແລະກັນ​ໂດຍ​ບໍ່​ມີ​ການ​ຈົ່ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka