Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:19 - ພຣະຄຳພີລາວສະບັບສະໄໝໃໝ່

19 ຂະນະ​ທີ່​ເປໂຕ​ກຳລັງ​ຄິດ​ເຖິງ​ເລື່ອງ​ນິມິດ​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ຊີໂມນ​ເອີຍ ມີ​ຊາຍ​ສາມ​ຄົນ​ກຳລັງ​ຊອກຫາ​ເຈົ້າ​ຢູ່.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

19 ຂະນະທີ່​ເປໂຕ​ກຳລັງ​ຄິດ​ຊອກຫາ ທີ່​ຈະ​ເຂົ້າໃຈ​ຄວາມໝາຍ​ຂອງ​ນິມິດ​ນັ້ນ​ຢູ່ ພຣະວິນຍານ​ບໍຣິສຸດເຈົ້າ​ກໍ​ກ່າວ​ແກ່​ເພິ່ນ​ວ່າ, “ເບິ່ງແມ! ມີ​ຊາຍ​ສາມ​ຄົນ ມາ​ຖາມ​ຫາ​ເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 10:19
11 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ພຣະວິນຍານ​ແຫ່ງ​ຄວາມຈິງ​ມາ ພຣະອົງ​ຈະນຳ​ພວກເຈົ້າ​ໄປ​ສູ່​ຄວາມຈິງ​ທັງໝົດ. ພຣະອົງ​ຈະ​ບໍ່​ກ່າວ​ໂດຍ​ພຣະອົງ​ເອງ​ແຕ່​ຈະ​ກ່າວ​ສະເພາະ​ສິ່ງ​ທີ່ໄດ້​ຍິນ ແລະ ຈະ​ບອກ​ພວກເຈົ້າ​ໃຫ້​ຮູ້ຈັກ​ເຖິງ​ສິ່ງ​ທີ່​ຈະ​ເກີດຂຶ້ນ.


ພວກເຂົາ​ຮ້ອງ​ຖາມ​ວ່າ, ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ ໄດ້​ມາ​ພັກ​ຢູ່​ທີ່​ນີ້​ບໍ.


ມີ​ມື້​ໜຶ່ງ ປະມານ​ບ່າຍ​ສາມ​ໂມງ​ເພິ່ນ​ໄດ້​ເຫັນ​ນິມິດ. ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ຂອງ​ພຣະເຈົ້າ​ຢ່າງ​ຊັດເຈນ, ເທວະດາ​ຕົນ​ນັ້ນ​ເຂົ້າ​ມາ​ຫາ​ເພິ່ນ ແລະ ກ່າວ​ວ່າ, “ໂກເນລີໂອ!”


ພຣະວິນຍານບໍລິສຸດເຈົ້າ​ໄດ້​ສັ່ງ​ໃຫ້​ຂ້າພະເຈົ້າ​ໄປ​ກັບ​ພວກເຂົາ​ໂດຍ​ບໍ່​ໃຫ້​ລັງເລໃຈ. ພີ່ນ້ອງ​ຫົກ​ຄົນ​ເຫລົ່ານີ້​ກໍ​ໄດ້​ໄປ​ກັບ​ຂ້າພະເຈົ້າ​ເໝືອນກັນ ແລະ ພວກເຮົາ​ໄດ້​ເຂົ້າໄປ​ໃນ​ເຮືອນ​ຂອງ​ຊາຍ​ຜູ້​ນັ້ນ.


ໃນ​ຂະນະ​ທີ່​ພວກເຂົາ​ທັງຫລາຍ​ກຳລັງ​ນະມັດສະການ​ອົງພຣະຜູ້ເປັນເຈົ້າ ແລະ ຖືສິນ​ອົດອາຫານ​ຢູ່​ນັ້ນ, ພຣະວິນຍານບໍລິສຸດເຈົ້າ​ກໍ​ກ່າວ​ວ່າ, “ຈົ່ງ​ແຍກ​ບາຣະນາບາ ແລະ ໂຊໂລ​ໄວ້​ສຳລັບ​ງານ​ທີ່​ເຮົາ​ໄດ້​ເອີ້ນ​ໃຫ້​ພວກເຂົາ​ເຮັດ”.


ຫລັງຈາກ​ປຶກສາຫາລື​ກັນ​ຫລາຍ​ແລ້ວ, ເປໂຕ​ກໍ​ລຸກຂຶ້ນ​ກ່າວ​ວ່າ: “ພີ່ນ້ອງ​ທັງຫລາຍ ພວກເຈົ້າ​ຮູ້​ຢູ່​ແລ້ວ​ວ່າ​ກ່ອນ​ໜ້າ​ນີ້​ພຣະເຈົ້າ​ໄດ້​ເລືອກ​ຂ້າພະເຈົ້າ​ຈາກ​ທ່າມກາງ​ພວກເຈົ້າ ເພື່ອ​ຄົນຕ່າງຊາດ​ຈະ​ໄດ້​ຍິນ​ຖ້ອຍຄຳ​ແຫ່ງ​ຂ່າວປະເສີດ​ຈາກ​ຮິມສົບ​ຂອງ​ເຮົາ ແລະ ເຊື່ອ.


ພວກເຮົາ​ໄດ້​ພົບ​ພວກສາວົກ​ຢູ່​ທີ່​ນັ້ນ ແລະ ພັກ​ຢູ່​ກັບ​ພວກເຂົາ​ເປັນ​ເວລາ​ເຈັດ​ມື້. ພວກເຂົາ​ຂໍຮ້ອງ​ໂປໂລ​ໂດຍ​ການ​ນຳພາ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ວ່າ​ບໍ່​ໃຫ້​ເພິ່ນ​ໄປ​ເຢຣູຊາເລັມ.


ພຣະວິນຍານບໍລິສຸດເຈົ້າ​ໄດ້​ບອກ​ຟີລິບ​ວ່າ, “ຈົ່ງ​ໄປ​ຫາ​ລົດ​ມ້າ​ຄັນ​ນັ້ນ ແລະ ຢຸດ​ຢູ່​ໃກ້​ລົດມ້າ​ນັ້ນ”.


ສິ່ງ​ທັງໝົດ​ເຫລົ່ານີ້​ແມ່ນ​ພຣະວິນຍານ​ອົງ​ດຽວ​ກັນ​ທຳງານ ແລະ ພຣະອົງ​ໃຫ້​ສິ່ງ​ເຫລົ່ານີ້​ແກ່​ແຕ່ລະຄົນ​ຕາມ​ທີ່​ພຣະອົງ​ໄດ້​ກຳນົດ​ໄວ້.


ພຣະວິນຍານ​ກ່າວ​ໄວ້​ຢ່າງ​ຈະແຈ້ງ​ແລ້ວ​ວ່າ ໃນ​ພາຍຫລັງ​ມາ​ຈະ​ມີ​ບາງຄົນ​ປະຖິ້ມ​ຄວາມເຊື່ອ​ແລ້ວ​ໄປ​ຕິດຕາມ​ວິນຍານ​ຫລອກລວງ ແລະ ສິ່ງ​ຕ່າງໆ​ທີ່​ສອນ​ໂດຍ​ພວກ​ຜີມານຮ້າຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka