Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 10:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ແຕ່​ເປໂຕ​ຕອບ​ວ່າ, “ພຣະອົງເຈົ້າ​ເອີຍ ເປັນ​ໄປ​ບໍ່ໄດ້​ເດັດຂາດ ເພາະ​ຕາມ​ທຳນຽມ​ແລ້ວ ຂ້ານ້ອຍ​ບໍ່ເຄີຍ​ກິນ​ສິ່ງໃດ​ທີ່​ບໍ່ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ແລະ​ສິ່ງ​ທີ່​ເປັນ​ມົນທິນ.”

Uka jalj uñjjattʼäta Copia luraña




ກິດຈະການ 10:14
19 Jak'a apnaqawi uñst'ayäwi  

ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ດັ່ງນັ້ນ ເປໂຕ​ຈຶ່ງ​ໄດ້​ພາ​ພຣະອົງ​ຫລີກ​ໄປ​ຕ່າງຫາກ ແລະ ເລີ່ມ​ຕຳໜິ​ພຣະອົງ​ວ່າ, “ບໍ່​ແມ່ນ​ດອກ, ອົງພຣະຜູ້ເປັນເຈົ້າ​ເອີຍ! ສິ່ງ​ນີ້​ຈະ​ບໍ່​ເກີດ​ຂຶ້ນ​ກັບ​ພຣະອົງ​ຈັກເທື່ອ!”


“ແຕ່​ພວກເຂົາ​ຕອບ​ວ່າ, ‘ບໍ່​ໄດ້​ດອກ ນ້ຳມັນ​ມີ​ບໍ່​ພຽງພໍ​ສຳລັບ​ພວກຂ້ອຍ ແລະ ພວກເຈົ້າ, ຈົ່ງ​ໄປ​ຫາ​ຄົນຂາຍ​ນໍ້າມັນ ແລະ ຊື້​ເອົາ​ສຳລັບ​ພວກເຈົ້າ​ສາ’.


ມີ​ຊາຍ​ຄົນ​ໜຶ່ງ​ທີ່​ເປັນ​ພະຍາດຂີ້ທູດ​ໄດ້​ມາ​ຄຸເຂົ່າ​ລົງ​ຕໍ່ໜ້າ​ພຣະອົງ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ຖ້າ​ພຣະອົງ​ພໍໃຈ, ພຣະອົງ​ກໍ​ສາມາດ​ເຮັດ​ໃຫ້​ຂ້ານ້ອຍ​ດີ​ສະອາດ​ໄດ້”.


ແລະ ເຫັນ​ພວກສາວົກ​ບາງຄົນ​ຂອງ​ພຣະອົງ​ຮັບປະທານ​ອາຫານ​ໂດຍ​ບໍ່​ໄດ້​ລ້າງມື​ກອ່ນ ເຊິ່ງ​ຖື​ວ່າ​ເປັນມົນທິນ.


ແຕ່​ແມ່​ຂອງ​ເດັກນ້ອຍ​ໄດ້​ທ້ວງ​ຂຶ້ນ​ວ່າ, “ບໍ່​ໄດ້! ລາວ​ຕ້ອງ​ມີ​ຊື່​ວ່າ​ໂຢຮັນ”.


ນາງ​ເວົ້າ​ຕໍ່​ພຣະອົງ​ວ່າ, “ນາຍ​ເອີຍ ທ່ານ​ບໍ່​ມີ​ສິ່ງໃດ​ທີ່​ຈະ​ໃຊ້​ຕັກ​ນ້ຳ ແລະ ນ້ຳສ້າງ​ກໍ​ເລິກ ທ່ານ​ຈະ​ເອົາ​ນ້ຳ​ທີ່​ມີຊີວິດ​ມາ​ຈາກ​ໃສ?


ແລ້ວ​ກໍ​ມີ​ສຽງ​ໜຶ່ງ​ກ່າວ​ແກ່​ເພິ່ນ​ວ່າ, “ເປໂຕ​ເອີຍ, ຈົ່ງ​ລຸກ​ຂຶ້ນ. ແລ້ວ​ຂ້າ​ກິນ​ສາ”.


ເພິ່ນ​ຈຶ່ງ​ເວົ້າ​ກັບ​ພວກເຂົາ​ວ່າ: “ທ່ານ​ທັງຫລາຍ​ກໍ​ຮູ້​ດີ​ວ່າ​ເປັນ​ການ​ຜິດ​ກົດບັນຍັດ​ຂອງ​ພວກເຮົາ​ທີ່​ຊາວຢິວ​ຈະ​ຄົບ​ຫາ​ສະມາຄົມ ຫລື ຢ້ຽມຢາມ​ຄົນຕ່າງຊາດ. ແຕ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ແກ່​ຂ້າພະເຈົ້າ​ໄດ້​ເຫັນ​ວ່າ​ບໍ່​ຄວນ​ເອີ້ນ​ຜູ້ໃດ​ວ່າ​ບໍ່​ສະອາດ ຫລື ເປັນມົນທິນ.


“ຂ້າພະເຈົ້າ​ຈຶ່ງ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະອົງ​ເປັນ​ຜູ້ໃດ?’ “ພຣະອົງ​ຕອບ​ວ່າ, ‘ເຮົາ​ແມ່ນ​ເຢຊູ​ຊາວ​ນາຊາເຣັດ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ’.


ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka