Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ດັ່ງນັ້ນ ພວກເພິ່ນ​ຈຶ່ງ​ມາ​ເຕົ້າໂຮມກັນ​ຢູ່​ອ້ອມ​ພຣະອົງ ແລະ ຖາມ​ພຣະອົງ​ວ່າ, “ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຈະ​ສ້າງ​ອານາຈັກ​ອິດສະຣາເອນ​ຄືນ​ໃໝ່​ໃນ​ເວລາ​ນີ້​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ເມື່ອ​ພວກ​ອັກຄະສາວົກ​ມາ​ເຕົ້າໂຮມ​ກັນ ເພື່ອ​ພົບ​ພຣະເຢຊູເຈົ້າ ພວກເພິ່ນ​ຈຶ່ງ​ຖາມ​ພຣະອົງ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຈະ​ໃຫ້​ຊົນຊາດ​ອິດສະຣາເອນ​ໄດ້​ຮັບ​ອຳນາດ​ຄືນ​ໃນ​ເວລາ​ນີ້​ບໍ?”

Uka jalj uñjjattʼäta Copia luraña




ກິດຈະການ 1:6
23 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ວ່າ, “ຖືກ​ແລ້ວ ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ຈະ​ເຮັດ​ໃຫ້​ທຸກສິ່ງ​ຄືນ​ສູ່​ສະພາບເດີມ.


ພຣະອົງ​ຖາມ​ວ່າ, “ເຈົ້າ​ຕ້ອງການ​ຫຍັງ?” ນາງ​ຕອບ​ວ່າ, “ຂໍ​ໃຫ້​ລູກຊາຍ​ຂອງ​ຂ້ານ້ອຍ​ໄດ້​ນັ່ງ​ໃນ​ອານາຈັກ​ຂອງ​ພຣະອົງ, ຄື​ໄດ້​ນັ່ງ​ທີ່​ເບື້ອງຂວາ​ຂອງ​ພຣະອົງ​ຄົນ​ໜຶ່ງ ແລະ ເບື້ອງຊ້າຍ​ຂອງ​ພຣະອົງ​ອີກ​ຄົນ​ໜຶ່ງ”.


ຂະນະ​ທີ່​ພຣະເຢຊູເຈົ້າ​ນັ່ງ​ຢູ່​ເທິງ​ພູເຂົາ​ໝາກກອກ​ນັ້ນ, ພວກສາວົກ​ໄດ້​ມາ​ຫາ​ພຣະອົງ​ເປັນ​ການ​ສ່ວນໂຕ. ແລະ ພວກເພິ່ນ​ຖາມ​ວ່າ, “ຂໍ​ບອກ​ພວກຂ້ານ້ອຍ​ວ່າ​ເຫດການ​ນີ້​ຈະ​ເກີດຂຶ້ນ​ເມື່ອ​ໃດ ແລະ ສິ່ງ​ໃດ​ເປັນ​ໝາຍສຳຄັນ​ເຖິງ​ການ​ມາ​ຂອງ​ພຣະອົງ ແລະ ເປັນ​ໝາຍສຳຄັນ​ວ່າ​ແມ່ນ​ຍຸກສຸດທ້າຍ?”


ພຣະເຢຊູເຈົ້າ​ຕອບ​ພວກເພິ່ນ​ວ່າ, “ຖືກ​ແລ້ວ, ເອລີຢາ​ຕ້ອງ​ມາ​ກ່ອນ ແລະ ເຮັດ​ໃຫ້​ທຸກສິ່ງ​ກັບ​ຄືນ​ສູ່​ສະພາບເດີມ. ດ້ວຍເຫດໃດ​ຈຶ່ງ​ມີ​ຄຳຂຽນ​ໄວ້​ໃນ​ພຣະຄຳພີ​ວ່າ​ບຸດມະນຸດ​ຈະ​ຖືກ​ທົນທຸກທໍລະມານ​ຢ່າງ​ໜັກໜ່ວງ ແລະ ຖືກ​ປະຕິເສດ?


ຄັ້ງ​ໜຶ່ງ ມີ​ພວກ​ຟາຣີຊາຍ​ໄດ້​ຖາມ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ມາ​ເຖິງ​ເມື່ອໃດ, ພຣະເຢຊູເຈົ້າ​ຕອບ​ວ່າ, “ການ​ມາ​ຂອງ​ອານາຈັກ​ຂອງ​ພຣະເຈົ້າ​ບໍ່​ແມ່ນ​ສິ່ງ​ທີ່​ສັງເກດ​ໄດ້,


ໃນ​ຂະນະ​ທີ່​ຄົນ​ທັງຫລາຍ​ກຳລັງ​ຟັງ​ຢູ່​ນັ້ນ, ພຣະອົງ​ກໍ​ກ່າວ​ຄຳອຸປະມາ​ໃຫ້​ພວກເຂົາ​ຟັງ​ຕໍ່ໄປ ເພາະວ່າ​ພຣະອົງ​ມາ​ໃກ້​ຈະ​ເຖິງ​ນະຄອນ​ເຢຣູຊາເລັມ​ແລ້ວ ແລະ ຄົນ​ທັງຫລາຍ​ຄິດ​ວ່າ​ອານາຈັກ​ຂອງ​ພຣະເຈົ້າ​ຈະ​ປາກົດ​ທັນທີ.


ແລະ ເຮົາ​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ພວກເຈົ້າ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ຍົກ​ອານາຈັກ​ໜຶ່ງ​ໃຫ້​ແກ່​ເຮົາ​ເໝືອນກັນ,


ເມື່ອ​ເປໂຕ​ເຫັນ​ລາວ​ກໍ​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ແລ້ວ​ຄົນ​ນີ້​ເດ​ຈະ​ເປັນ​ຢ່າງ​ໃດ?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka