ກິດຈະການ 1:3 - ພຣະຄຳພີລາວສະບັບສະໄໝໃໝ່3 ຫລັງຈາກທີ່ພຣະອົງໄດ້ທົນທຸກທໍລະມານ, ພຣະອົງກໍໄດ້ສະແດງພຣະອົງແກ່ຄົນເຫລົ່ານັ້ນ ແລະ ໄດ້ໃຫ້ຂໍ້ພິສູດທີ່ເຮັດໃຫ້ມີຄວາມໝັ້ນໃຈຫລາຍປະການວ່າພຣະອົງມີຊີວິດຢູ່. ພຣະອົງໄດ້ປາກົດແກ່ພວກເພິ່ນໃນລະຫວ່າງສີ່ສິບວັນ ແລະ ໄດ້ກ່າວກ່ຽວກັບອານາຈັກຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ3 ຫລັງຈາກຄວາມຕາຍຂອງພຣະອົງແລ້ວ ພຣະອົງໄດ້ປາກົດແກ່ພວກເພິ່ນຫລາຍເທື່ອ ເປັນເວລາສີ່ສິບວັນໂດຍພິສູດໃຫ້ເຫັນວ່າ ພຣະອົງໄດ້ເປັນຄືນມາຈາກຕາຍ ແລະມີຊີວິດຢູ່ ພວກເພິ່ນໄດ້ເຫັນພຣະອົງ ແລະພຣະອົງກໍໄດ້ສົນທະນາກັບພວກເພິ່ນ ເຖິງຣາຊອານາຈັກຂອງພຣະເຈົ້າ. Uka jalj uñjjattʼäta |
ພວກເຂົາໄດ້ນັດໝາຍວັນທີ່ຈະພົບກັບໂປໂລ, ແລະ ຄົນເປັນຈຳນວນຫລາຍພາກັນມາຍັງທີ່ພັກຂອງເພິ່ນ. ເພິ່ນເປັນພະຍານແກ່ພວກເຂົາຕັ້ງແຕ່ເຊົ້າຈົນຄ່ຳ, ເພິ່ນອະທິບາຍເລື່ອງອານາຈັກຂອງພຣະເຈົ້າ ແລະ ອະທິບາຍຈາກເລື່ອງກົດບັນຍັດຂອງໂມເຊ ແລະ ຈາກບັນດາຜູ້ທຳນວາຍ ເພິ່ນພະຍາຍາມຊັກຊວນໃຫ້ພວກເຂົາເຊື່ອພຣະເຢຊູເຈົ້າ.