Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:24 - ພຣະຄຳພີລາວສະບັບສະໄໝໃໝ່

24 ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

24 ແລ້ວ​ພວກເພິ່ນ​ກໍ​ພາກັນ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະອົງເຈົ້າ ພຣະອົງ​ຢັ່ງ​ຮູ້​ຄວາມ​ນຶກຄິດ​ຈິດໃຈ​ຂອງ​ທຸກຄົນ. ສະນັ້ນ ໂຜດ​ຊີ້​ບອກ​ວ່າ​ໃນ​ສອງ​ຄົນ​ນີ້​ພຣະອົງ​ໄດ້​ເລືອກ​ເອົາ​ຜູ້ໃດ

Uka jalj uñjjattʼäta Copia luraña




ກິດຈະການ 1:24
24 Jak'a apnaqawi uñst'ayäwi  

ພຣະອົງ​ກ່າວ​ກັບ​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ຄົນ​ທີ່​ເຮັດ​ໃຫ້​ຕົນ​ເອງ​ຊອບທຳ​ໃນ​ສາຍຕາ​ຄົນ​ອື່ນ, ແຕ່​ພຣະເຈົ້າ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ສິ່ງ​ທີ່​ຄົນ​ທັງຫລາຍ​ຖື​ວ່າ​ມີ​ຄຸນຄ່າ​ສູງ​ກໍ​ເປັນ​ທີ່​ໜ້າ​ລັງກຽດ​ຕໍ່​ສາຍຕາ​ຂອງ​ພຣະເຈົ້າ.


ພຣະອົງ​ກ່າວ​ກັບ​ລາວ​ເປັນ​ຄັ້ງ​ທີ​ສາມ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຮູ້ສຶກ​ເຈັບປວດ​ໃຈ ເພາະ​ພຣະເຢຊູເຈົ້າ​ໄດ້ຖາມ​ຕົນ​ເປັນ​ເທື່ອ​ທີ​ສາມ​ວ່າ, “ເຈົ້າ​ຮັກ​ເຮົາ​ບໍ?” ເປໂຕ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ຂ້າແດ່​ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້ຈັກ​ທຸກສິ່ງ ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ສັ່ງ​ເປໂຕ​ວ່າ, “ຈົ່ງ​ລ້ຽງ​ແກະ​ທັງຫລາຍ​ຂອງ​ເຮົາ​ເດີ.


ໂປໂລ​ກັບ​ບາຣະນາບາ​ໄດ້​ແຕ່ງຕັ້ງ​ພວກຜູ້ປົກຄອງ​ໃນ​ແຕ່​ລະ​ຄຣິສຕະຈັກ ແລະ ພາກັນ​ຖືສິນ​ອົດອາຫານ​ອະທິຖານ​ເພື່ອ​ມອບ​ພວກເຂົາ​ໄວ້​ກັບ​ອົງພຣະຜູ້ເປັນເຈົ້າ​ຜູ້​ທີ່​ພວກເຂົາ​ວາງໃຈ.


ພຣະເຈົ້າ​ຜູ້​ຮູ້​ຈິດໃຈ​ມະນຸດ ໄດ້​ສະແດງ​ວ່າ​ພຣະອົງ​ຍອມ​ຮັບ​ພວກເຂົາ​ໂດຍ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ແກ່​ພວກເຂົາ, ເໝືອນ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ.


ພວກເຂົາ​ໄດ້​ນຳ​ທັງ​ເຈັດ​ຄົນ​ນີ້​ມາ​ຫາ​ພວກ​ອັກຄະສາວົກ ແລະ ພວກ​ອັກຄະສາວົກ​ກໍ​ໄດ້​ອະທິຖານ ແລະ ວາງມື​ໃສ່​ພວກເຂົາ.


ແລະ ພຣະເຈົ້າ​ຜູ້​ທີ່​ຄົ້ນຫາ​ຫົວໃຈ​ຂອງ​ພວກເຮົາ​ກໍ​ຮູ້​ຄວາມນຶກຄິດ​ຂອງ​ພຣະວິນຍານ ເພາະວ່າ​ພຣະວິນຍານ​ອະທິຖານ​ອ້ອນວອນ​ແທນ​ບັນດາ​ຄົນ​ຂອງ​ພຣະເຈົ້າ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ບໍ່​ມີ​ສິ່ງໃດ​ໃນ​ສັບພະສິ່ງ​ທີ່​ຖືກ​ສ້າງ​ຈະ​ຖືກ​ເຊື່ອງ​ໄວ້​ຈາກ​ສາຍຕາ​ຂອງ​ພຣະເຈົ້າ​ໄດ້. ທຸກສິ່ງ​ຖືກ​ເປີດເຜີຍ ແລະ ຈະ​ປາກົດ​ຕໍ່​ສາຍຕາ​ຂອງ​ພຣະອົງ​ຜູ້​ທີ່​ພວກເຮົາ​ທັງຫລາຍ​ຈະ​ຕ້ອງ​ໃຫ້​ການ.


ເຮົາ​ຈະ​ຟາດ​ບັນດາ​ລູກ​ຂອງ​ນາງ​ໃຫ້​ຕາຍ. ດັ່ງນັ້ນ​ຄຣິສຕະຈັກ​ທັງຫລາຍ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຄື​ຜູ້​ສຳຫລວດ​ຄວາມຄິດ ແລະ ຈິດໃຈ ແລະ ເຮົາ​ຈະ​ຕອບແທນ​ພວກເຈົ້າ​ແຕ່ລະຄົນ​ຕາມ​ການກະທຳ​ຂອງ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka