Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:20 - ພຣະຄຳພີລາວສະບັບສະໄໝໃໝ່

20 ເປໂຕ​ກ່າວ​ວ່າ, “ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ໜັງສື​ເພງສັນລະເສີນ​ວ່າ: “‘ຂໍ​ໃຫ້​ທີ່ຢູ່​ຂອງ​ລາວ​ຮົກຮ້າງ​ຫວ່າງເປົ່າ, ຢ່າ​ໃຫ້​ມີ​ຜູ້ໃດ​ອາໄສ​ຢູ່​ໃນ​ທີ່​ນັ້ນ’. ແລະ “‘ໃຫ້​ຄົນ​ອື່ນ​ຂຶ້ນ​ມາ​ຮັບ​ຕຳແໜ່ງ​ແທນ​ລາວ’.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

20 “ເພາະ​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງ​ສັນລະເສີນ​ວ່າ, ‘ຂໍ​ໃຫ້​ທີ່​ຢູ່​ຂອງ​ມັນ​ຮົກຮ້າງ​ຫວ່າງ​ເປົ່າ​ໄປ ຢ່າ​ໃຫ້​ມີ​ຜູ້ໃດ​ເຂົ້າ​ໄປ​ອາ​ໄສ​ຢູ່​ໃນ​ທີ່ນັ້ນ.’ ແລະ ຍັງ​ມີ​ຂໍ້​ຄວາມ​ຂຽນ​ໄວ້​ອີກ​ວ່າ, ‘ສ່ວນ​ໜ້າທີ່​ຂອງ​ມັນ​ໃຫ້​ຄົນອື່ນ​ຮັບ​ແທນ ຊຶ່ງ​ມັນ​ເຄີຍ​ໄດ້​ຮັບໃຊ້​ມາ​ນັ້ນ.’

Uka jalj uñjjattʼäta Copia luraña




ກິດຈະການ 1:20
9 Jak'a apnaqawi uñst'ayäwi  

ດາວິດ​ເອງ​ໄດ້​ປະກາດ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ວ່າ: “‘ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ກັບ​ອົງ​ເຈົ້ານາຍ​ຂອງ​ຂ້ານ້ອຍ​ວ່າ: “ຈົ່ງ​ນັ່ງ​ທີ່​ເບື້ອງຂວາ​ມື​ຂອງ​ເຮົາ


ແລ້ວ​ພຣະອົງ​ກໍ​ໄດ້​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ສິ່ງ​ທີ່​ເຮົາ​ບອກ​ໄວ້​ໃນຂະນະ​ທີ່​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ​ຄື: ທຸກສິ່ງ​ຈະ​ຕ້ອງ​ເກີດຂຶ້ນ​ຕາມ​ທີ່​ມີ​ຂຽນ​ໄວ້​ກ່ຽວກັບ​ເຮົາ​ໃນ​ກົດບັນຍັດ​ຂອງ​ໂມເຊ, ຂໍ້​ຂຽນ​ຜູ້ທຳນວາຍ ແລະ ໃນ​ເພງສັນລະເສີນ”.


ແລະ ກ່າວ​ວ່າ, “ພີ່ນ້ອງ​ທັງຫລາຍ ພຣະຄຳພີ​ຈະ​ຕ້ອງ​ເປັນຈິງ​ຕາມ​ທີ່​ພຣະວິນຍານບໍລິສຸດເຈົ້າ​ໄດ້​ກ່າວ​ໄວ້​ລ່ວງໜ້າ​ແຕ່​ດົນນານ​ມາ​ແລ້ວ​ຜ່ານທາງ​ດາວິດ​ເລື່ອງ​ຢູດາ ຜູ້​ທີ່​ນຳພາ​ຄົນ​ທັງຫລາຍ​ໄປ​ຈັບກຸມ​ພຣະເຢຊູເຈົ້າ,


ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.


ພຣະເຈົ້າ​ໄດ້​ເຮັດ​ແລ້ວ​ເພື່ອ​ພວກເຮົາ​ທີ່​ເປັນ​ລູກຫລານ​ຂອງ​ພວກເຂົາ, ໂດຍ​ໄດ້​ໃຫ້​ພຣະເຢຊູເຈົ້າ​ເປັນຄືນມາ, ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະທຳ​ເພງສັນລະເສີນ​ບົດທີ​ສອງ​ວ່າ: “‘ທ່ານ​ເປັນ​ບຸດ​ຂອງ​ເຮົາ; ວັນ​ນີ້​ເຮົາ​ໄດ້​ເປັນ​ບິດາ​ຂອງ​ທ່ານ’.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka