Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:17 - ພຣະຄຳພີລາວສະບັບສະໄໝໃໝ່

17 ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ແລະ ມີ​ສ່ວນຮ່ວມ​ໃນ​ພັນທະກິດ​ນີ້”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

17 ຢູດາ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຮົາ ລາວ​ໄດ້​ຮັບ​ສ່ວນ​ໃນ​ງານ​ນີ້​ເໝືອນກັນ.” (

Uka jalj uñjjattʼäta Copia luraña




ກິດຈະການ 1:17
13 Jak'a apnaqawi uñst'ayäwi  

ຊີໂມນ​ພັກຊາດນິຍົມ ແລະ ຢູດາ​ອິດສະກາຣີອົດ, ຜູ້​ທໍລະຍົດ​ຕໍ່​ພຣະອົງ.


ແລະ ຢູດາ​ອິດສະກາຣີອົດ, ຜູ້​ທີ່​ທໍລະຍົດ​ຕໍ່​ພຣະອົງ.


ເມື່ອ​ພຣະອົງ​ກ່າວ​ຍັງ​ບໍ່​ທັນ​ສຸດ​ຄຳ​ກໍ​ມີ​ປະຊາຊົນ​ຈຳນວນ​ຫລວງຫລາຍ​ເຂົ້າ​ມາ ແລະ ຜູ້​ໜຶ່ງ​ທີ່​ມີ​ຊື່​ວ່າ​ຢູດາ ເປັນ​ຄົນ​ໜຶ່ງ​ໃນ​ສາວົກ​ສິບສອງ​ຄົນ​ນັ້ນ. ຢູດາ​ເຂົ້າ​ມາ​ໃກ້​ພຣະເຢຊູເຈົ້າ​ເພື່ອ​ຈູບ​ພຣະອົງ,


ຢູດາ​ລູກຊາຍ​ຂອງ​ຢາໂກໂບ, ແລະ ຢູດາ ອິດສະກາຣີອົດ​ຜູ້​ທີ່​ກາຍເປັນ​ຄົນທໍລະຍົດ.


ເມື່ອ​ຂ້ານ້ອຍ​ຍັງ​ຢູ່​ກັບ​ພວກເຂົາ, ຂ້ານ້ອຍ​ກໍ​ໄດ້​ປົກປ້ອງ ແລະ ຮັກສາ​ພວກເຂົາ​ໄວ້​ໃຫ້​ປອດໄພ​ໂດຍ​ລິດອຳນາດ​ແຫ່ງ​ນາມ​ຂອງ​ພຣະອົງ ຄື​ນາມ​ທີ່​ພຣະອົງ​ໄດ້​ມອບ​ໃຫ້​ແກ່​ຂ້ານ້ອຍ. ບໍ່​ມີ​ຈັກ​ຄົນ​ທີ່​ສູນເສຍ​ໄປ ຍົກເວັ້ນ​ແຕ່​ຜູ້​ດຽວ​ທີ່​ຈະ​ຕ້ອງ​ຈິບຫາຍ ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ.


ເພື່ອ​ຮັບ​ໜ້າທີ່​ພັນທະກິດ​ຂອງ​ອັກຄະສາວົກ ເຊິ່ງ​ຢູດາ​ໄດ້​ປະຖິ້ມ​ແລ້ວ​ໄປ​ສູ່​ບ່ອນ​ຂອງ​ຕົນ”.


ເມື່ອ​ບາຣະນາບາ ແລະ ໂຊໂລ​ເຮັດ​ພັນທະກິດ​ຂອງ​ພວກເພິ່ນ​ສຳເລັດ​ແລ້ວ, ພວກເພິ່ນ​ກໍ​ກັບ​ຈາກ​ເຢຣູຊາເລັມ ແລະ ພາ​ໂຢຮັນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ມາຣະໂກ​ໄປ​ນຳ.


ເຖິງ​ຢ່າງໃດ​ກໍ​ຕາມ ຂ້າພະເຈົ້າ​ຖື​ວ່າ​ຊີວິດ​ຂອງ​ຂ້າພະເຈົ້າ​ບໍ່​ໄດ້​ມີ​ຄຸນຄ່າ​ອັນ​ໃດ​ສຳລັບ​ຕົນ​ເອງ, ຈຸດໝາຍ​ດຽວ​ຄື​ແລ່ນ​ໃຫ້​ເຖິງ​ຫລັກໄຊ ແລະ ເຮັດ​ພາລະກິດ​ທີ່​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ໄດ້​ມອບໝາຍ​ໄວ້​ໃຫ້​ສຳເລັດ ຄື​ພາລະກິດ​ໃນ​ການ​ເປັນພະຍານ​ເຖິງ​ຂ່າວປະເສີດ​ເລື່ອງ​ພຣະຄຸນ​ຂອງ​ພຣະເຈົ້າ.


ໂປໂລ​ໄດ້​ທັກທາຍ​ພວກເຂົາ ແລະ ລາຍງານ​ສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ທ່າມກາງ​ຄົນຕ່າງຊາດ ຜ່ານທາງ​ພັນທະກິດ​ຂອງ​ຕົນ​ຢ່າງ​ລະອຽດ.


ເຫດສະນັ້ນ ເພາະ​ໂດຍ​ພຣະ​ເມດຕາ​ຂອງ​ພຣະເຈົ້າ ພວກເຮົາ​ມີ​ພັນທະກິດ​ນີ້, ພວກເຮົາ​ຈຶ່ງ​ບໍ່​ທໍ້ຖອຍ​ໃຈ.


ສິ່ງ​ທັງໝົດ​ນີ້​ມາ​ຈາກ​ພຣະເຈົ້າ ຜູ້​ເຮັດ​ໃຫ້​ພວກເຮົາ​ຄືນດີ​ກັນ​ກັບ​ພຣະອົງ​ໂດຍ​ທາງ​ພຣະຄຣິດເຈົ້າ ແລະ ໄດ້​ມອບໝາຍ​ພັນທະກິດ​ແຫ່ງ​ການຄືນດີ​ໃຫ້​ແກ່​ພວກເຮົາ:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka