ກິດຈະການ 1:16 - ພຣະຄຳພີລາວສະບັບສະໄໝໃໝ່16 ແລະ ກ່າວວ່າ, “ພີ່ນ້ອງທັງຫລາຍ ພຣະຄຳພີຈະຕ້ອງເປັນຈິງຕາມທີ່ພຣະວິນຍານບໍລິສຸດເຈົ້າໄດ້ກ່າວໄວ້ລ່ວງໜ້າແຕ່ດົນນານມາແລ້ວຜ່ານທາງດາວິດເລື່ອງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ, Uka jalj uñjjattʼätaພຣະຄຳພີສັກສິ16 “ພີ່ນ້ອງທັງຫລາຍເອີຍ, ຂໍ້ຄວາມໃນພຣະຄຳພີທີ່ພຣະວິນຍານບໍຣິສຸດເຈົ້າກ່າວໄວ້ລ່ວງໜ້າ ໂດຍຜ່ານທາງກະສັດດາວິດຕ້ອງສຳເລັດເປັນຈິງ, ຂໍ້ຄວາມນັ້ນເວົ້າເຖິງຢູດາ ຜູ້ທີ່ນຳພາຄົນທັງຫລາຍໄປຈັບກຸມພຣະເຢຊູເຈົ້າ. Uka jalj uñjjattʼäta |
ສາມວັນຕໍ່ມາ ໂປໂລໄດ້ເຊີນບັນດາຜູ້ນຳຊາວຢິວມາປະຊຸມ. ເມື່ອພວກເຂົາມາພ້ອມໜ້າກັນແລ້ວ, ໂປໂລກໍກ່າວຕໍ່ພວກເຂົາວ່າ: “ພີ່ນ້ອງທັງຫລາຍເອີຍ ເຖິງແມ່ນວ່າຂ້າພະເຈົ້າບໍ່ໄດ້ເຮັດຜິດອັນໃດຕໍ່ພີ່ນ້ອງຮ່ວມຊາດຂອງພວກເຮົາ ຫລື ຜິດທຳນຽມຂອງບັນດາບັນພະບຸລຸດຂອງພວກເຮົາ, ຂ້າພະເຈົ້າກໍໄດ້ຖືກຈັບກຸມໃນນະຄອນເຢຣູຊາເລັມ ແລະ ຖືກມອບໃຫ້ພວກໂຣມ.