Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຮຽນ​ທ່ານ​ເທໂອຟີໂລ, ໃນ​ໜັງສື​ເຫລັ້ມ​ກ່ອນ, ຂ້າພະເຈົ້າ​ໄດ້​ຂຽນ​ກ່ຽວກັບ​ທຸກ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເລີ່ມຕົ້ນ​ກະທຳ ແລະ ສັ່ງສອນ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ທ່ານ​ເທໂອຟີໂລ​ທີ່​ນັບຖື: ໃນ​ໜັງສື​ເຫຼັ້ມ​ທຳອິດ ຂ້າພະເຈົ້າ​ໄດ້​ຂຽນ​ເຖິງ​ກິດຈະການ​ທັງໝົດ ຊຶ່ງ​ພຣະເຢຊູເຈົ້າ​ໄດ້​ກະທຳ ແລະ​ໄດ້​ສັ່ງສອນ​ປະຊາຊົນ ຕັ້ງແຕ່​ເວລາ​ທີ່​ພຣະອົງ​ເລີ່ມຕົ້ນ​ພາລະກິດ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña




ກິດຈະການ 1:1
12 Jak'a apnaqawi uñst'ayäwi  

ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ຫລັງຈາກ​ນັ້ນ ນາງ​ເອລີຊາເບັດ​ເມຍ​ຂອງ​ເພິ່ນ​ກໍ​ຖືພາ ແລະ ບໍ່​ໄດ້​ອອກ​ໄປ​ໃສ​ເປັນ​ເວລາ​ຫ້າ​ເດືອນ.


ດັ່ງນັ້ນ ຫລັງຈາກ​ທີ່​ຂ້າພະເຈົ້າ​ໄດ້​ສືບສວນ​ທຸກ​ສິ່ງ​ຢ່າງ​ລະອຽດ​ມາ​ຕັ້ງແຕ່​ຕົ້ນ​ແລ້ວ, ຂ້າພະເຈົ້າ​ຈຶ່ງ​ຕັດສິນໃຈ​ຂຽນ​ລຳດັບ​ເຫດການ​ເພື່ອ​ທ່ານ ເທໂອຟີໂລ​ທີ່​ນັບຖື,


“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.


ພຣະອົງ​ຖາມ​ວ່າ, “ເຫດການ​ອັນໃດ?” ພວກເພິ່ນ​ຈຶ່ງ​ຕອບ​ວ່າ, “ເລື່ອງ​ພຣະເຢຊູເຈົ້າ​ໄທນາຊາເຣັດ, ພຣະອົງ​ເປັນ​ຜູ້ທຳນວາຍ, ມີ​ລິດອຳນາດ​ໃນ​ຖ້ອຍຄຳ ແລະ ການ​ກະທຳ​ຕໍ່ໜ້າ​ພຣະເຈົ້າ ແລະ ຕໍ່ໜ້າ​ຄົນ​ທັງປວງ.


ບັດນີ້ ພຣະເຢຊູເຈົ້າ​ເລີ່ມ​ປະຕິບັດ​ພາລະກິດ​ຂອງ​ພຣະອົງ​ເມື່ອ​ພຣະອົງ​ມີ​ອາຍຸ​ໄດ້​ປະມານ​ສາມສິບ​ປີ. ຄົນ​ທັງຫລາຍ​ຄິດ​ວ່າ​ພຣະອົງ​ເປັນ​ລູກຊາຍ​ຂອງ​ໂຢເຊັບ, ຜູ້​ເປັນ​ລູກຊາຍ​ຂອງ​ເຮລີ,


“ປະຊາຊົນ​ອິດສະຣາເອນ, ຂໍ​ຈົ່ງ​ຟັງ​ສິ່ງ​ນີ້ ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ​ເປັນ​ຜູ້​ທີ່​ພຣະເຈົ້າ​ໄດ້​ສະແດງ​ໃຫ້​ພວກທ່ານ​ຮູ້​ເຫັນ​ຢ່າງ​ຈະແຈ້ງ​ແລ້ວ​ດ້ວຍ​ການ​ອັດສະຈັນ, ການອິດທິຣິດ ແລະ ດ້ວຍ​ໝາຍສຳຄັນ​ຕ່າງໆ, ເຊິ່ງ​ພຣະເຈົ້າ​ໄດ້​ກະທຳ​ໃນ​ທ່າມກາງ​ພວກເຈົ້າ​ຜ່ານ​ທາງ​ພຣະອົງ, ຕາມ​ທີ່​ພວກທ່ານ​ເອງ​ກໍ​ຮູ້​ເລື່ອງ​ນີ້​ຢູ່​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka