Biblia Todo Logo
Internet tuqin Biblia

- Anuncios ukanaka -




3 ໂຢຮັນ 1:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ເຫດສະນັ້ນ ພວກເຮົາ​ຄວນ​ສະແດງ​ການຕ້ອນຮັບ​ຕໍ່​ຄົນ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເຮັດວຽກ​ຮ່ວມ​ກັນ​ເພື່ອ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ສະນັ້ນ ຝ່າຍ​ເຮົາ​ທັງຫລາຍ​ຈຳເປັນ​ຕ້ອງ​ສະໜັບ​ສະໜູນ​ອູ້ມ​ຊູ​ຄົນ​ຢ່າງ​ນັ້ນ ເພື່ອ​ພວກເຮົາ​ຈະ​ກາຍເປັນ​ຜູ້​ຮ່ວມງານ​ກັນ​ໃນ​ຄວາມຈິງ.

Uka jalj uñjjattʼäta Copia luraña




3 ໂຢຮັນ 1:8
17 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ບໍ່​ຕ້ອນຮັບ ຫລື ບໍ່​ຟັງ​ຄຳ​ຂອງ​ພວກເຈົ້າ, ຈົ່ງ​ອອກ​ໄປ​ຈາກ​ບ້ານ ຫລື ເມືອງ​ນັ້ນ ແລະ ສັ່ນ​ຂີ້ຝຸ່ນ​ອອກ​ຈາກ​ຕີນ​ຂອງ​ພວກເຈົ້າ.


“ຜູ້ໃດ​ທີ່​ຕ້ອນຮັບ​ພວກເຈົ້າ​ກໍ​ຕ້ອນຮັບ​ເຮົາ, ແລະ ຜູ້ໃດ​ທີ່​ຕ້ອນຮັບ​ເຮົາ​ກໍ​ຕ້ອນຮັບ​ພຣະອົງ​ຜູ້​ທີ່​ໃຊ້​ເຮົາ​ມາ.


“ແລ້ວ​ຄົນ​ທີ່​ຢູ່​ໃນ​ເຮືອນ​ກໍ​ຈະ​ຕອບ​ວ່າ, ‘ຢ່າ​ລົບກວນ​ເຮົາ​ເລີຍ. ປະຕູ​ກໍ​ອັດ​ແລ້ວ ແລະ ພວກລູກ​ຂອງ​ເຮົາ​ກໍ​ນອນ​ຢູ່​ກັບ​ເຮົາ​ເທິງ​ຕຽງ. ເຮົາ​ລຸກ​ຂຶ້ນ​ໄປ​ເອົາ​ສິ່ງໃດ​ໃຫ້​ເຈົ້າ​ບໍ່​ໄດ້​ດອກ’.


ໃນ​ຖານະ​ຜູ້ຮ່ວມງານ​ຂອງ​ພຣະເຈົ້າ ພວກເຮົາ​ຂໍຮ້ອງ​ພວກເຈົ້າ​ທັງຫລາຍ​ວ່າ ຢ່າ​ໃຫ້​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ຮັບ​ນັ້ນ​ເສຍປະໂຫຍດ.


ສຳລັບ​ຕີໂຕ ເພິ່ນ​ເປັນ​ຜູ້​ເຂົ້າສ່ວນ​ກັບ​ເຮົາ ແລະ ເປັນ​ຜູ້ຮ່ວມງານ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ; ສ່ວນ​ພວກ​ພີ່ນ້ອງ​ຂອງ​ພວກເຮົາ​ນັ້ນ ພວກເຂົາ​ເປັນ​ຕົວແທນ​ຂອງ​ບັນດາ​ຄຣິສຕະຈັກ ແລະ ເປັນ​ກຽດ​ແກ່​ພຣະຄຣິດເຈົ້າ.


ແລະ ເຮົາ​ຂໍຮ້ອງ​ພວກເຈົ້າ​ຜູ້​ເປັນ​ເພື່ອນຮ່ວມງານ​ທີ່​ແທ້ຈິງ​ຂອງ​ເຮົາ, ໃຫ້​ຊ່ວຍເຫລືອ​ແມ່ຍິງ​ເຫລົ່ານີ້ ເພາະ​ພວກເຂົາ​ໄດ້​ຕໍ່ສູ້​ຄຽງຂ້າງ​ເຮົາ​ໃນ​ວຽກງານ​ຂ່າວປະເສີດ ພ້ອມ​ທັງ​ກະເລເມ ແລະ ເພື່ອນ​ຮ່ວມງານ​ຄົນ​ອື່ນໆ​ຂອງ​ເຮົາ​ດ້ວຍ ຄົນ​ເຫລົ່ານີ້​ມີ​ຊື່​ຢູ່​ໃນ​ທະບຽນ​ແຫ່ງ​ຊີວິດ​ແລ້ວ.


ແລະ ເຢຊູ ຜູ້​ທີ່​ຄົນ​ເອີ້ນ​ກັນ​ວ່າ​ຢູສະໂຕ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ມີ​ພຽງ​ແຕ່​ຄົນ​ເຫລົ່ານີ້​ເທົ່ານັ້ນ​ທີ່​ເປັນ​ຄົນຢິວ​ໃນ​ທ່າມກາງ​ເພື່ອນຮ່ວມງານ​ຂອງ​ເຮົາ​ເພື່ອ​ອານາຈັກ​ຂອງ​ພຣະເຈົ້າ ແລະ ພວກເຂົາ​ໄດ້​ໜູນໃຈ​ເຮົາ​ຫລາຍ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ເຖິງ​ອັບເຟຍ​ນ້ອງສາວ​ຂອງ​ພວກເຮົາ ແລະ ເຖິງ​ອາຂີໂປ​ຜູ້​ເປັນ​ເພື່ອນທະຫານ​ຂອງ​ພວກເຮົາ ແລະ ເຖິງ​ຄຣິສຕະຈັກ​ທີ່​ຢູ່​ໃນ​ເຮືອນ​ຂອງ​ເຈົ້າ:


ເຊັ່ນ​ດຽວ​ກັນ​ກັບ​ມາຣະໂກ, ອາຣິດຕາໂຂ, ເດມາ ແລະ ລູກາ​ເພື່ອນຮ່ວມງານ​ຂອງ​ເຮົາ ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ​ເໝືອນ​ກັນ.


ດັ່ງນັ້ນ ເມື່ອ​ເຮົາ​ມາ, ເຮົາ​ຈະ​ຊີ້​ໃຫ້​ເຫັນ​ເຖິງ​ສິ່ງ​ທີ່​ລາວ​ໄດ້​ເຮັດ, ຄື​ນິນທາ​ໃສ່ຮ້າຍ​ພວກເຮົາ. ຍັງ​ບໍ່​ພໍ​ເທົ່ານັ້ນ, ລາວ​ຍັງ​ໄດ້​ປະຕິເສດ​ທີ່​ຈະ​ຕ້ອນຮັບ​ພວກ​ພີ່ນ້ອງ​ຜູ້ທີ່ເຊື່ອ​ຄົນ​ອື່ນໆ​ອີກ. ລາວ​ຍັງ​ຫ້າມ​ບັນດາ​ຄົນ​ທີ່​ຢາກ​ຕ້ອນຮັບ ແລະ ໄລ່​ພວກເຂົາ​ອອກຈາກ​ຄຣິສຕະຈັກ​ດ້ວຍ.


ພວກເຂົາ​ອອກ​ໄປ​ເພື່ອ​ເຫັນ​ແກ່​ນາມ​ນັ້ນ ໂດຍ​ບໍ່​ໄດ້​ຮັບ​ຄວາມຊ່ວຍເຫລືອ​ຈາກ​ຄົນທີ່ບໍ່ເຊື່ອ​ພຣະເຈົ້າ​ເລີຍ.


ເຮົາ​ໄດ້​ຂຽນ​ເຖິງ​ຄຣິສຕະຈັກ ແຕ່​ດີໂອເທເຟ ຜູ້​ມັກ​ເຮັດ​ໂຕ​ເປັນ​ໃຫຍ່ ຈະ​ບໍ່​ຍອມ​ຕ້ອນຮັບ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka