Biblia Todo Logo
Internet tuqin Biblia

- Anuncios ukanaka -




3 ໂຢຮັນ 1:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຂົາ​ໄດ້​ບອກ​ຄຣິສຕະຈັກ​ເລື່ອງ​ຄວາມຮັກ​ຂອງ​ພວກເຈົ້າ. ຂໍ​ຄວາມກະລຸນາ​ສົ່ງ​ພວກເຂົາ​ໄປ​ໃນ​ທາງ​ທີ່​ຖວາຍກຽດ​ແກ່​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ເຂົາ​ເຫຼົ່ານັ້ນ​ໄດ້​ເປັນ​ພະຍານ​ຕໍ່​ຄຣິສຕະຈັກ ໃນ​ເລື່ອງ​ຄວາມຮັກ​ຂອງ​ເຈົ້າ, ຖ້າ​ເຈົ້າ​ຈະ​ຊ່ວຍ​ສົ່ງ​ເຂົາ​ເຫຼົ່ານັ້ນ​ໃຫ້​ສົມກັບ​ການ​ປະຕິບັດ​ພຣະເຈົ້າ ເຈົ້າ​ກໍ​ເຮັດ​ດີ.

Uka jalj uñjjattʼäta Copia luraña




3 ໂຢຮັນ 1:6
15 Jak'a apnaqawi uñst'ayäwi  

ພວກທ່ານ​ທັງຫລາຍ​ຈົ່ງ​ລະເວັ້ນ​ຈາກ​ອາຫານ​ທີ່​ຖວາຍບູຊາ​ແກ່​ຮູບ​ເຄົາລົບ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ເລືອດ, ໃຫ້​ລະເວັ້ນ​ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ໃຫ້​ລະເວັ້ນ​ຈາກ​ການ​ຜິດສິນທຳ​ທາງເພດ. ຖ້າ​ພວກທ່ານ​ລະເວັ້ນ​ຈາກ​ສິ່ງ​ເຫລົ່ານີ້ ພວກທ່ານ​ກໍ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ. ຂໍ​ອຳລາ.


ຄຣິສຕະຈັກ​ໄດ້​ໃຊ້​ພວກເພິ່ນ​ໄປ ແລະ ຂະນະ​ທີ່​ພວກເພິ່ນ​ເດີນທາງ​ຜ່ານ​ແຂວງ​ໂຟນີເຊຍ​ກັບ​ຊາມາເຣຍ, ພວກເພິ່ນ​ກໍ​ໄດ້​ເລົ່າ​ເລື່ອງ​ທີ່​ຄົນຕ່າງຊາດ​ໄດ້​ກັບໃຈໃໝ່. ຂ່າວ​ນີ້​ເຮັດ​ໃຫ້​ພີ່ນ້ອງ​ທັງຫລາຍ​ມີ​ຄວາມຍິນດີ​ຫລາຍ.


ແຕ່​ເມື່ອ​ເຖິງ​ເວລາ​ແລ້ວ​ພວກເຮົາ​ກໍ​ໄດ້​ກ່າວ​ອຳລາ ແລະ ອອກ​ເດີນທາງ​ຕໍ່ໄປ. ພວກສາວົກ​ທັງໝົດ​ຕະຫລອດ​ຈົນ​ເມຍ​ກັບ​ບັນດາ​ລູກ​ຂອງ​ພວກເຂົາ​ກໍ​ໄດ້​ມາ​ສົ່ງ​ພວກເຮົາ​ອອກ​ຈາກ​ເມືອງ ແລະ ພວກເຮົາ​ກໍ​ຄຸເຂົ່າ​ລົງ​ອະທິຖານ​ຢູ່​ທີ່​ຫາດຊາຍ.


ເຮົາ​ຈຶ່ງ​ວາງແຜນ​ຈະ​ມາຫາ​ພວກເຈົ້າ​ຕອນ​ເວລາ​ທີ່​ໄປ​ປະເທດ​ສະເປນ​ນັ້ນ. ເຮົາ​ຫວັງວ່າ​ຈະ​ໄດ້​ມາ​ຢ້ຽມຢາມ​ພວກເຈົ້າ​ຂະນະ​ເດີນທາງ​ຜ່ານ​ໄປ ແລະ ຫວັງ​ຈະໃຫ້​ພວກເຈົ້າ​ຊ່ວຍເຫລືອ​ເຮົາ​ໃນ​ການເດີນທາງ​ໄປ​ທີ່​ນັ້ນ ຫລັງຈາກ​ໄດ້​ຢ້ຽມຢາມ​ຖາມ​ຂ່າວ ແລະ ຫລັງຈາກ​ໄດ້​ພົບປະ​ສັງສັນ​ຢູ່​ກັບ​ພວກເຈົ້າ​ໄລຍະໜຶ່ງ.


ເຮົາ​ຢາກ​ມາ​ຢ້ຽມຢາມ​ພວກເຈົ້າ​ໃນ​ລະຫວ່າງ​ທາງ​ໄປ​ແຂວງ​ມາເກໂດເນຍ ແລະ ຈະ​ມາ​ຫາ​ພວກເຈົ້າ​ອີກ​ເມື່ອ​ກັບມາ​ຈາກ​ແຂວງ​ມາເກໂດເນຍ ແລະ ຫລັງຈາກ​ນັ້ນ ໃຫ້​ພວກເຈົ້າ​ສົ່ງ​ເຮົາ​ເດີນທາງ​ໄປ​ຍັງ​ແຂວງ​ຢູດາຍ.


ເຖິງປານນັ້ນ​ກໍ​ເປັນ​ຄວາມກະລຸນາ​ຂອງ​ພວກເຈົ້າ​ທີ່​ໄດ້​ຮ່ວມ​ທຸກ​ກັບ​ເຮົາ.


ເພື່ອ​ພວກເຈົ້າ​ຈະ​ໄດ້​ດຳເນີນຊີວິດ​ໃຫ້​ສົມ​ກັບ​ທີ່​ເປັນ​ຄົນ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ເປັນ​ທີ່​ພໍໃຈ​ພຣະອົງ​ໃນ​ທຸກ​ດ້ານ​ຄື: ເກີດຜົນ​ໃນ​ການ​ເຮັດ​ດີ​ທຸກ​ຢ່າງ, ຮູ້ຈັກ​ພຣະເຈົ້າ​ຫລາຍ​ຂຶ້ນ,


ໃຫ້​ກຳລັງໃຈ, ເລົ້າໂລມໃຈ ແລະ ຊຸກຍູ້​ພວກເຈົ້າ​ໃຫ້​ດຳເນີນຊີວິດ​ໃຫ້​ຄູ່ຄວນ​ກັບ​ພຣະເຈົ້າ ຜູ້​ເອີ້ນ​ເອົາ​ພວກເຈົ້າ​ໃຫ້​ເຂົ້າ​ມາ​ສູ່​ອານາຈັກ ແລະ ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຊ່ວຍເຫລືອ​ການເດີນທາງ​ຂອງ​ເຊນັດ ຜູ້​ເປັນ​ທະນາຍຄວາມ​ກັບ​ອາໂປໂລ ແລະ ເບິ່ງແຍງ​ພວກເພິ່ນ​ບໍ່​ໃຫ້​ຂາດເຂີນ​ສິ່ງໃດ.


ແຕ່​ຖ້າຫາກ​ພວກເຈົ້າ​ຖືກ​ຂ້ຽນຕີ​ເພາະ​ໄດ້​ເຮັດຜິດ ເຖິງ​ພວກເຈົ້າ​ຍອມ​ທົນ​ກໍ​ຈະ​ນັບ​ເປັນ​ຄວາມດີ​ໄດ້​ຢ່າງໃດ? ແຕ່​ຖ້າ​ພວກເຈົ້າ​ຕ້ອງ​ທົນທຸກ​ເພາະ​ເຮັດດີ ແລະ ພວກເຈົ້າ​ຍອມ​ທົນ​ເອົາ ນີ້​ເປັນ​ສິ່ງ​ທີ່​ໜ້າ​ຍົກຍ້ອງ​ຕໍ່ໜ້າ​ພຣະເຈົ້າ.


ທຸກ​ຄົນ​ລ້ວນແຕ່​ກ່າວ​ຊົມເຊີຍ​ເດເມທີໂອ ແລະ ແມ່ນແຕ່​ຄວາມຈິງ​ເອງ​ກໍ​ບອກ​ຢ່າງ​ນັ້ນ. ພວກເຮົາ​ເອງ​ກໍ​ກ່າວ​ຊົມເຊີຍ​ເພິ່ນ​ເໝືອນກັນ ແລະ ພວກເຈົ້າ​ກໍ​ຮູ້​ວ່າ​ຄຳພະຍານ​ຂອງ​ພວກເຮົາ​ນັ້ນ​ກໍ​ເປັນ​ຄວາມ​ຈິງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka