Biblia Todo Logo
Internet tuqin Biblia

- Anuncios ukanaka -




3 ໂຢຮັນ 1:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ບໍ່​ມີ​ສິ່ງໃດ​ເຮັດ​ໃຫ້​ເຮົາ​ຊື່ນຊົມຍິນດີ​ຫລາຍ​ກວ່າ​ການ​ທີ່​ໄດ້​ຍິນ​ວ່າ​ບັນດາ​ລູກ​ຂອງ​ເຮົາ​ກຳລັງ​ເດີນ​ຢູ່​ໃນ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ບໍ່ມີ​ອັນ​ໃດ ທີ່​ເຮັດ​ໃຫ້​ເຮົາ​ດີ​ໃຈ​ຫລາຍ​ໄປ​ກວ່າ​ທີ່​ໄດ້ຍິນ​ວ່າ, ບັນດາ​ລູກ​ຂອງເຮົາ​ໄດ້​ປະຕິບັດ​ຢູ່​ໃນ​ຄວາມຈິງ.

Uka jalj uñjjattʼäta Copia luraña




3 ໂຢຮັນ 1:4
18 Jak'a apnaqawi uñst'ayäwi  

ເພື່ອ​ເປັນ​ການ​ແລກປ່ຽນ​ຢ່າງ​ຍຸຕິທຳ ເຮົາ​ຂໍ​ເວົ້າ​ກັບ​ພວກເຈົ້າ​ເໝືອນ​ເວົ້າ​ກັບ​ລູກ​ຂອງ​ເຮົາ​ວ່າ​ຈົ່ງ​ເປີດໃຈ​ຂອງ​ພວກເຈົ້າ​ໃຫ້​ກວ້າງ​ເໝືອນກັນ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ປະຕິບັດ​ບໍ່​ສອດຄ່ອງ​ກັບ​ຄວາມຈິງ​ຂອງ​ຂ່າວປະເສີດ, ເຮົາ​ຈຶ່ງ​ເວົ້າ​ກັບ​ເກຟາ​ຕໍ່ໜ້າ​ພວກເຂົາ​ທັງໝົດ​ວ່າ, “ເຈົ້າ​ເປັນ​ຄົນຢິວ​ແຕ່​ດຳເນີນຊີວິດ​ເໝືອນ​ຄົນຕ່າງຊາດ ແລະ ບໍ່​ເໝືອນ​ຄົນຢິວ. ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ຖື​ທຳນຽມ​ຢິວ?


ລູກ​ທີ່​ຮັກ​ຂອງ​ເຮົາ​ເອີຍ, ເຮົາ​ຍັງ​ຕ້ອງ​ເຈັບປວດ​ເໝືອນ​ກັບ​ແມ່​ທີ່​ເຈັບທ້ອງ​ເກີດລູກ​ເພື່ອ​ພວກເຈົ້າ​ອີກ ຈົນ​ກວ່າ​ພຣະຄຣິດເຈົ້າ​ຈະ​ກໍ່​ຮ່າງ​ຂຶ້ນ​ໃນ​ພວກເຈົ້າ,


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ວ່າ​ພວກເຮົາ​ໄດ້​ປະຕິບັດ​ຕໍ່​ພວກເຈົ້າ​ແຕ່ລະຄົນ​ເໝືອນດັ່ງ​ພໍ່​ປະຕິບັດ​ຕໍ່​ລູກ​ຂອງ​ຕົນເອງ,


ເຖິງ​ຕີໂມທຽວ​ລູກ​ແທ້​ຂອງ​ເຮົາ​ໃນ​ຄວາມເຊື່ອ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ມີ​ແກ່​ເຈົ້າ.


ເຖິງ ຕີໂມທຽວ​ລູກ​ທີ່ຮັກ​ຂອງ​ເຮົາ: ຂໍ​ໃຫ້​ພຣະຄຸນ, ຄວາມ​ເມດຕາ ແລະ ສັນຕິສຸກ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຈົ່ງ​ມີ​ແກ່​ເຈົ້າ.


ເຮົາ​ຂໍຮ້ອງ​ເຈົ້າ​ເລື່ອງ​ລູກຊາຍ​ຂອງ​ເຮົາ​ຄື​ໂອເນຊີໂມ ຜູ້​ທີ່​ໄດ້​ກາຍເປັນ​ລູກຊາຍ​ຂອງ​ເຮົາ​ໃນ​ຂະນະ​ທີ່​ເຮົາ​ຖືກ​ລ່າມໂສ້​ຢູ່.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ​ຢ່າງ​ນີ້​ກໍ​ເພື່ອ​ພວກເຈົ້າ​ຈະ​ບໍ່​ໄດ້​ເຮັດ​ບາບ. ແຕ່​ຖ້າ​ຜູ້ໃດ​ເຮັດ​ບາບ ພວກເຮົາ​ກໍ​ມີ​ຜູ້​ແກ້ຄວາມ​ຕໍ່​ພຣະບິດາເຈົ້າ​ຄື​ພຣະເຢຊູຄຣິດເຈົ້າ ອົງ​ຜູ້ຊອບທຳ.


ເຮົາ​ມີ​ຄວາມຊື່ນຊົມຍິນດີ​ຫລາຍ​ທີ່​ເຫັນ​ວ່າ​ບັນດາ​ລູກ​ຂອງ​ພວກເຈົ້າ​ບາງຄົນ​ດຳເນີນຊີວິດ​ໃນ​ຄວາມຈິງ ເໝືອນ​ທີ່​ພຣະບິດາເຈົ້າ​ໄດ້​ສັ່ງ​ພວກເຮົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka