Biblia Todo Logo
Internet tuqin Biblia

- Anuncios ukanaka -




3 ໂຢຮັນ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເພື່ອນ​ທີ່ຮັກ​ເອີຍ, ຂ້າພະເຈົ້າ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ສຸຂະພາບ​ທີ່​ດີ ແລະ ຂໍ​ໃຫ້​ທຸກ​ຢ່າງ​ຜ່ານ​ໄປ​ດ້ວຍ​ດີ​ກັບ​ພວກເຈົ້າ ເໝືອນ​ດັ່ງ​ຈິດໃຈ​ຂອງ​ພວກເຈົ້າ​ກຳລັງ​ດຳເນີນ​ໄປ​ດ້ວຍ​ດີ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເພື່ອນ​ທີ່ຮັກ​ຂອງເຮົາ​ເອີຍ, ເຮົາ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຈົ້າ​ຈະເລີນ​ດີ​ຂຶ້ນ​ໃນ​ທຸກສິ່ງ ແລະ​ໃຫ້​ມີ​ສຸກຂະພາບ​ເຂັ້ມແຂງ ເໝືອນ​ດັ່ງ​ຈິດ​ວິນຍານ​ຂອງ​ເຈົ້າ​ຈະເລີນ​ດີ​ຢູ່​ນັ້ນ.

Uka jalj uñjjattʼäta Copia luraña




3 ໂຢຮັນ 1:2
19 Jak'a apnaqawi uñst'ayäwi  

ເມື່ອ​ພຣະເຢຊູເຈົ້າ​ໄດ້​ຍິນ​ດັ່ງນີ້​ຈຶ່ງ​ກ່າວ​ວ່າ, “ຄົນ​ສຸຂະພາບດີ​ບໍ່​ຕ້ອງການ​ໝໍ ແຕ່​ຄົນເຈັບ​ຕ້ອງການ​ໝໍ.


ຕາມຄວາມຈິງ​ແລ້ວ ເພິ່ນ​ບໍ່ສະບາຍ ແລະ ເກືອບ​ຈະ​ຕາຍ. ແຕ່​ພຣະເຈົ້າ​ເມດຕາ​ເພິ່ນ ແລະ ບໍ່​ພຽງ​ແຕ່​ເມດຕາ​ເພິ່ນ​ເທົ່ານັ້ນ ແຕ່​ຍັງ​ເມດຕາ​ເຮົາ​ເໝືອນກັນ, ເພື່ອ​ຮັກສາ​ເຮົາ​ໄວ້​ຈາກ​ຄວາມເສົ້າໃຈ​ເມື່ອ​ຄວາມເສົ້າໃຈ​ມາ​ເຖິງ.


ຢ່າ​ໃຫ້​ຜູ້ໃດ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຕົນ​ຝ່າຍ​ດຽວ ແຕ່​ພວກເຈົ້າ​ທຸກ​ຄົນ​ຈົ່ງ​ເຫັນ​ແກ່​ຜົນປະໂຫຍດ​ຂອງ​ຄົນ​ອື່ນ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ ແລະ ເປັນ​ການ​ຖືກຕ້ອງ​ແລ້ວ​ທີ່​ເຮັດ​ຢ່າງ​ນັ້ນ ເພາະວ່າ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໄດ້​ເພີ່ມ​ຫລາຍ​ຂຶ້ນ​ເລື້ອຍໆ ແລະ ຄວາມຮັກ​ທີ່​ພວກເຈົ້າ​ທຸກຄົນ​ມີ​ຕໍ່​ກັນ​ກໍ​ເພີ່ມ​ຂຶ້ນ.


ແຕ່​ພວກເຮົາ​ຄວນ​ຂອບພຣະຄຸນ​ພຣະເຈົ້າ​ສຳລັບ​ພວກເຈົ້າ​ຢູ່​ສະເໝີ, ພີ່ນ້ອງ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຮັກ​ເອີຍ, ເພາະ​ພຣະເຈົ້າ​ເລືອກ​ພວກເຈົ້າ​ໃນ​ຖານະ​ຜົນ​ທຳອິດ​ຂອງ​ພຣະອົງ​ເພື່ອ​ຮັບ​ຄວາມພົ້ນ ໂດຍ​ການ​ຊຳລະ​ໃຫ້​ບໍລິສຸດ​ຈາກ​ພຣະວິນຍານ ແລະ ໂດຍ​ການ​ເຊື່ອ​ໃນ​ຄວາມຈິງ.


ພີ່ນ້ອງ​ທັງຫລາຍ​ເອີຍ, ເໜືອ​ສິ່ງ​ອື່ນ​ທັງໝົດ​ຄື: ຢ່າ​ສາບານ, ບໍ່​ວ່າ​ຈະ​ອ້າງ​ເຖິງ​ສະຫວັນ ຫລື ອ້າງ​ເຖິງ​ແຜ່ນດິນໂລກ ຫລື ອ້າງ​ເຖິງ​ສິ່ງ​ອື່ນ​ໃດ. ພວກເຈົ້າ​ຄວນ​ຈະ​ກ່າວ​ວ່າ “ແມ່ນ” ຫລື “ບໍ່ແມ່ນ” ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ຕັດສິນລົງໂທດ.


ເໜືອ​ສິ່ງ​ອື່ນ​ໃດ​ທັງໝົດ, ຈົ່ງ​ຮັກ​ເຊິ່ງກັນແລະກັນ​ຢ່າງ​ເລິກເຊິ່ງ, ເພາະ​ຄວາມຮັກ​ປິດບັງ​ຄວາມບາບ​ຈຳນວນ​ຫລວງຫລາຍ​ໄວ້​ໄດ້.


ແຕ່​ຈົ່ງ​ຈະເລີນ​ຂຶ້ນ​ໃນ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ ແລະ ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ ແລະ ຮູ້​ຈັກ​ພຣະອົງ​ໃຫ້​ຫລາຍ​ຂຶ້ນ. ຂໍ​ໃຫ້​ກຽດ​ສະຫງ່າລາສີ​ຈົ່ງ​ມີ​ແກ່​ພຣະອົງ​ທັງ​ບັດນີ້ ແລະ ຕະຫລອດໄປ. ອາແມນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.


ເຮົາ​ຮູ້ຈັກ​ຄວາມທຸກຍາກ ແລະ ຄວາມຍາກຈົນ​ຂອງ​ເຈົ້າ, ແຕ່​ເຈົ້າ​ກໍ​ຮັ່ງມີ! ເຮົາ​ຮູ້ຈັກ​ການ​ໃສ່ຮ້າຍປ້າຍສີ​ຂອງ​ບັນດາ​ຜູ້​ທີ່​ເວົ້າ​ວ່າ​ຕົນ​ເອງ​ເປັນ​ຄົນຢິວ ແລະ ບໍ່​ໄດ້​ເປັນ, ແຕ່​ເປັນ​ທຳມະສາລາ​ຂອງ​ຊາຕານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka