Biblia Todo Logo
Internet tuqin Biblia

- Anuncios ukanaka -




3 ໂຢຮັນ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ຜູ້ປົກຄອງ, ເຖິງ​ໄຄໂຢ ເພື່ອນ​ທີ່ຮັກ, ຜູ້​ທີ່​ເຮົາ​ຮັກ​ໃນ​ຄວາມຈິງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຈາກ ເຮົາ ຜູ້ປົກຄອງ ເຖິງ ໄຄໂຢ ຜູ້​ທີ່​ເຮົາ​ຮັກ​ຢ່າງ​ແທ້ຈິງ.

Uka jalj uñjjattʼäta Copia luraña




3 ໂຢຮັນ 1:1
9 Jak'a apnaqawi uñst'ayäwi  

ພວກເພິ່ນ​ໄດ້​ເຮັດ​ຕາມ​ນັ້ນ​ໂດຍ​ຝາກ​ສິ່ງຂອງ​ໃຫ້​ບາຣະນາບາ​ກັບ​ໂຊໂລ​ນຳ​ໄປ​ຊ່ວຍ​ບັນດາ​ຜູ້ອາວຸໂສ​ໃນ​ຄຣິສຕະຈັກ.


ບໍ່​ດົນ​ກໍ​ເກີດ​ຄວາມວຸ້ນວາຍ​ທົ່ວ​ທັງ​ເມືອງ​ຂຶ້ນ. ປະຊາຊົນ​ໄດ້​ຈັບ​ໄຄໂຢ​ກັບ​ອາຣິດຕາໂຂ, ຜູ້​ເປັນ​ເພື່ອນ​ຮ່ວມ​ເດີນທາງ​ຂອງ​ໂປໂລ​ຈາກ​ແຂວງ​ມາເກໂດເນຍ ແລະ ພວກເຂົາ​ທັງໝົດ​ຈຶ່ງ​ຮີບ​ພາກັນ​ເຂົ້າໄປ​ໃນ​ໂຮງລະຄອນ.


ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.


ທ່ານ​ໄຄໂຢ ຜູ້​ທີ່​ມີ​ນໍ້າໃຈ​ຕ້ອນຮັບ​ເຮົາ​ກັບ​ທັງ​ຄຣິສຕະຈັກ​ບ່ອນ​ນີ້ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ. ເອຣາຊະໂຕ ຜູ້​ອຳນວຍການ​ຝ່າຍ​ກິດຈະການ​ສາທາລະນະ​ຂອງ​ເມືອງ​ນີ້ ແລະ ກູອາໂຕ ພີ່ນ້ອງ​ຂອງ​ພວກເຮົາ ກໍ​ໄດ້​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ເຮົາ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ຜູ້ໃດ​ໃນ​ພວກເຈົ້າ​ບັບຕິສະມາ​ຈາກ​ເຮົາ ນອກຈາກ​ທ່ານ​ກີສະໂປ ແລະ ທ່ານ​ໄຄໂຢ.


ເຖິງ​ພວກ​ຜູ້ອາວຸໂສ​ໃນ​ທ່າມກາງ​ພວກເຈົ້າ​ທັງຫລາຍ, ເຮົາ​ຂໍຮ້ອງ​ພວກເຈົ້າ​ໃນ​ຖານະ​ທີ່​ເປັນ​ຜູ້ອາວຸໂສ​ດ້ວຍກັນ ແລະ ເປັນ​ພະຍານ​ຄົນ​ໜຶ່ງ​ໃນ​ເລື່ອງ​ຄວາມທຸກທໍລະມານ​ຂອງ​ພຣະຄຣິດເຈົ້າ ແລະ ເປັນ​ຜູ້​ໜຶ່ງ​ທີ່​ຈະ​ຮ່ວມ​ໃນ​ສະຫງ່າລາສີ​ທີ່​ຈະ​ມາ​ປາກົດ​ນັ້ນ​ວ່າ:


ລູກ​ທີ່ຮັກ​ເອີຍ, ຢ່າ​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ຄຳເວົ້າ ແລະ ຄຳປາໄສ​ເທົ່ານັ້ນ ແຕ່​ໃຫ້​ພວກເຮົາ​ຮັກ​ກັນ​ດ້ວຍ​ການກະທຳ ແລະ ດ້ວຍ​ຄວາມຈິງ.


ເພື່ອນ​ທີ່ຮັກ​ເອີຍ, ຂ້າພະເຈົ້າ​ອະທິຖານ​ຂໍ​ໃຫ້​ພວກເຈົ້າ​ຈົ່ງ​ມີ​ສຸຂະພາບ​ທີ່​ດີ ແລະ ຂໍ​ໃຫ້​ທຸກ​ຢ່າງ​ຜ່ານ​ໄປ​ດ້ວຍ​ດີ​ກັບ​ພວກເຈົ້າ ເໝືອນ​ດັ່ງ​ຈິດໃຈ​ຂອງ​ພວກເຈົ້າ​ກຳລັງ​ດຳເນີນ​ໄປ​ດ້ວຍ​ດີ​ຢູ່​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka