Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເພາະວ່າ​ເວລາ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຄົນ​ທັງຫລາຍ​ຈະ​ທົນ​ກັບ​ຄຳສອນ​ອັນ​ມີ​ຫລັກ​ບໍ່​ໄດ້. ກົງກັນຂ້າມ, ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ພວກເຂົາ ພວກເຂົາ​ຈະ​ຮວບຮວມ​ຄູ​ຈຳນວນ​ຫລາຍ​ໄວ້​ອ້ອມຂ້າງ​ພວກເຂົາ​ເພື່ອ​ເວົ້າ​ໃນ​ສິ່ງ​ທີ່​ຫູ​ຂອງ​ພວກເຂົາ​ຢາກ​ໄດ້​ຍິນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ເພາະ​ຈະ​ເຖິງ​ເວລາ​ທີ່​ຄົນ​ຈະ​ບໍ່​ຍອມ​ຟັງ​ຫລັກ​ຄຳສອນ​ອັນ​ແທ້ຈິງ ແຕ່​ຈະ​ປະຕິບັດ​ຕາມ​ຄວາມ​ປາຖະໜາ​ຂອງ​ເຂົາ​ເອງ ແລະ​ຈະ​ຮວບຮວມ​ຄຳສອນ​ໄວ້​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ເຂົາ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:3
33 Jak'a apnaqawi uñst'ayäwi  

ພວກ​ຄູສອນກົດບັນຍັດ ແລະ ພວກຫົວໜ້າ​ປະໂລຫິດ​ຊອກຫາ​ທາງ​ທີ່​ຈະ​ຈັບ​ພຣະອົງ​ທັນທີ ເພາະ​ພວກເຂົາ​ຮູ້ຈັກ​ວ່າ​ພຣະອົງ​ກ່າວ​ຄຳອຸປະມາ​ນີ້​ຕໍ່ສູ້​ພວກເຂົາ. ແຕ່​ຍ້ອນ​ພວກເຂົາ​ຢ້ານ​ປະຊາຊົນ.


ວິບັດ​ມີ​ແກ່​ພວກເຈົ້າ​ເມື່ອ​ທຸກຄົນ​ຍົກຍ້ອງ​ພວກເຈົ້າ ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນີ້​ກັບ​ບັນດາ​ຜູ້ທຳນວາຍ​ປອມ.


ແຕ່​ເພາະ​ເຮົາ​ບອກ​ຄວາມຈິງ ພວກເຈົ້າ​ຈຶ່ງ​ບໍ່​ເຊື່ອ​ເຮົາ!


(ຊາວ​ອາແຖນ ແລະ ຊາວ​ຕ່າງດ້າວ​ທັງໝົດ​ທີ່​ອາໄສ​ຢູ່​ທີ່​ນັ້ນ​ແຕ່ລະວັນ​ບໍ່​ໄດ້​ເຮັດ​ຫຍັງ​ນອກ​ຈາກ​ໂອ້ລົມ ແລະ ຮັບ​ຟັງ​ຄວາມຄິດ​ໃໝ່ໆ.)


ພີ່ນ້ອງ​ທັງຫລາຍ​ເອີຍ, ແລະ ດັ່ງນັ້ນ​ເລື່ອງ​ນັ້ນ​ກໍ​ຢູ່​ກັບ​ເຮົາ​ແລ້ວ. ເມື່ອ​ເຮົາ​ໄດ້​ມາຫາ​ພວກເຈົ້າ, ເຮົາ​ບໍ່​ໄດ້​ມາ​ດ້ວຍ​ຄຳເວົ້າ​ອັນ​ມີ​ໂວຫານ ຫລື ສະຕິປັນຍາ​ຂອງ​ມະນຸດ​ດັ່ງ​ທີ່​ເຮົາ​ປະກາດ​ຄຳພະຍານ​ກ່ຽວກັບ​ພຣະເຈົ້າ​ໃຫ້​ແກ່​ພວກເຈົ້າ.


ຄຳເວົ້າ ແລະ ຄຳເທດສະໜາ​ຂອງ​ເຮົາ​ບໍ່ແມ່ນ​ຖ້ອຍຄຳ​ແຫ່ງ​ສະຕິປັນຍາ ແລະ ຖ້ອຍຄຳ​ແຫ່ງ​ການເລົ້າໂລມໃຈ, ແຕ່​ເປັນ​ການສະແດງ​ໃຫ້​ເຫັນ​ເຖິງ​ລິດອຳນາດ​ຂອງ​ພຣະວິນຍານບໍລິສຸດເຈົ້າ,


ບັດນີ້ ເຮົາ​ໄດ້​ກາຍເປັນ​ສັດຕູ​ຂອງ​ພວກເຈົ້າ​ແລ້ວ​ໂດຍ​ການ​ກ່າວຄວາມຈິງ​ແກ່​ພວກເຈົ້າ​ບໍ?


ຄົນ​ຜິດສິນທຳທາງເພດ ແລະ ບັນດາ​ຄົນຮັກຮ່ວມເພດ, ຄົນຄ້າຂາຍຂ້າທາດ​ກັບ​ຄົນຂີ້ຕົວະ ແລະ ຄົນ​ໃຫ້​ຄຳພະຍານ​ບໍ່​ຈິງ ແລະ ສິ່ງ​ອື່ນ​ອີກ​ທີ່​ຂັດ​ກັບ​ຄຳສອນ​ອັນ​ມີ​ຫລັກ.


ຈົ່ງ​ຢຶດຖື​ແບບຢ່າງ​ຂອງ​ຄຳສອນ​ອັນ​ມີ​ຫລັກ​ທີ່​ເຈົ້າ​ໄດ້​ຍິນ​ຈາກ​ເຮົາ​ດ້ວຍ​ຄວາມເຊື່ອ ແລະ ຄວາມຮັກ​ໃນ​ພຣະຄຣິດເຈົ້າເຢຊູ.


ພວກເພິ່ນ​ໄດ້​ກ່າວ​ກັບ​ພວກທ່ານ​ວ່າ, “ໃນ​ຍຸກສຸດທ້າຍ​ຈະ​ມີ​ຄົນ​ມັກ​ເຢາະເຢີ້ຍ ເຊິ່ງ​ເຮັດ​ຕາມ​ຕັນຫາ​ຊົ່ວ​ຂອງ​ຕົນ​ເອງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka