Biblia Todo Logo
Internet tuqin Biblia

- Anuncios ukanaka -




2 ຕີໂມທຽວ 4:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ເຖິງ​ບ່ອນ​ນີ້​ກ່ອນ​ລະດູ​ໜາວ. ຢູບູໂລ, ປູເດັນ, ລີໂນ, ກະໂລເດຍ ແລະ ພີ່ນ້ອງ​ທັງໝົດ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ຈົ່ງ​ພະຍາຍາມ​ມາ​ຫາ​ເຮົາ ກ່ອນ​ລະດູ​ໜາວ​ໃຫ້​ໄດ້. ຢູບູໂລ, ປູເດັນ, ລີໂນ ແລະ ກະໂລເດຍ​ກັບ​ພີ່ນ້ອງ​ຄຣິສຕຽນ​ທັງໝົດ ກໍ​ຝາກ​ຄວາມ​ຄິດເຖິງ​ມາ​ຫາ​ເຈົ້າ​ເໝືອນກັນ.

Uka jalj uñjjattʼäta Copia luraña




2 ຕີໂມທຽວ 4:21
11 Jak'a apnaqawi uñst'ayäwi  

ຂະນະ​ທີ່​ເຈົ້າ​ໄປ​ກັບ​ໂຈດ​ຂອງ​ເຈົ້າ​ເພື່ອ​ພົບ​ຜູ້ພິພາກສາ, ຈົ່ງ​ພະຍາຍາມ​ຫາ​ທາງ​ຕົກລົງ​ກັບ​ລາວ​ໃຫ້​ໄດ້​ເມື່ອ​ຍັງ​ຢູ່​ກາງທາງ, ໂຈດ​ຂອງ​ເຈົ້າ​ອາດ​ຈະ​ລາກ​ເຈົ້າ​ໄປ​ພົບ​ຜູ້ພິພາກສາ ແລະ ຜູ້ພິພາກສາ​ຈະ​ມອບ​ເຈົ້າ​ໃຫ້​ແກ່​ເຈົ້າໜ້າທີ່ ແລະ ເຈົ້າໜ້າທີ່​ຈະ​ຈັບ​ເຈົ້າ​ເຂົ້າ​ຄຸກ.


ພີ່ນ້ອງ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ. ຈົ່ງ​ທັກທາຍ​ກັນ​ດ້ວຍ​ການ​ຈູບ​ອັນ​ບໍລິສຸດ.


ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ທັງຫລາຍ.


ຄົນ​ຂອງ​ພຣະເຈົ້າ​ທຸກຄົນ​ຢູ່​ທີ່​ນີ້​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ດ້ວຍ ໂດຍ​ສະເພາະ​ບັນດາ​ຜູ້​ທີ່​ຢູ່​ໃນ​ວັງ​ຂອງ​ກາຍຊາ.


ເມື່ອ​ເຮົາ​ລະນຶກ​ເຖິງ​ນ້ຳຕາ​ຂອງ​ເຈົ້າ, ເຮົາ​ກໍ​ປາຖະໜາ​ຈະ​ມາ​ຫາ​ເຈົ້າ ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເຕັມ​ດ້ວຍ​ຄວາມຊື່ນຊົມຍິນດີ.


ເມື່ອ​ເຈົ້າ​ມາ​ຫາ​ເຮົາ, ຈົ່ງ​ນຳ​ເສື້ອຄຸມ​ທີ່​ເຮົາ​ປະ​ໄວ້​ກັບ​ກາຣະໂປ ທີ່​ເມືອງ​ໂທອາດ ແລະ ໜັງສືມ້ວນ​ຂອງ​ເຮົາ​ມາ​ດ້ວຍ, ໂດຍ​ສະເພາະ​ໜັງສື​ທີ່​ຂຽນ​ໃສ່​ແຜ່ນໜັງ.


ຂໍ​ໃຫ້​ເຈົ້າ​ພະຍາຍາມ​ມາ​ຫາ​ເຮົາ​ໂດຍ​ໄວ​ທີ່ສຸດ,


ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື ຕີຂີໂກ​ໄປ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຟ້າວ​ມາ​ຫາ​ເຮົາ​ທີ່​ເມືອງ​ນິໂກໂປລີ​ໃຫ້​ໄດ້ ເພາະ​ເຮົາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດລະດູ​ໜາວ.


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ເຮົາ​ຫວັງ​ວ່າ​ຈະ​ເຫັນ​ພວກເຈົ້າ​ໃນ​ໄວໆ​ນີ້ ແລະ ພວກເຮົາ​ຈະ​ໄດ້​ໂອ້ລົມ​ກັນ​ໜ້າຕໍ່ໜ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka