2 ຕີໂມທຽວ 4:18 - ພຣະຄຳພີລາວສະບັບສະໄໝໃໝ່18 ອົງພຣະຜູ້ເປັນເຈົ້າຈະຊ່ວຍກອບກູ້ເຮົາຈາກການໂຈມຕີທີ່ຊົ່ວຮ້າຍທຸກຢ່າງ ແລະ ຈະນຳເຮົາເຂົ້າສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ. ຂໍໃຫ້ສະຫງ່າລາສີຈົ່ງມີແກ່ພຣະອົງຕະຫລອດໄປເປັນນິດ. ອາແມນ. Uka jalj uñjjattʼätaພຣະຄຳພີສັກສິ18 ອົງພຣະຜູ້ເປັນເຈົ້າຊົງຊ່ວຍກູ້ເອົາເຮົາໃຫ້ພົ້ນຈາກຄວາມຊົ່ວຊ້າທຸກຢ່າງ ແລະນຳເຮົາເຂົ້າໄປສູ່ອານາຈັກສະຫວັນຂອງພຣະອົງຢ່າງປອດໄພ ຂໍໃຫ້ສະຫງ່າຣາສີ ຈົ່ງມີແກ່ພຣະອົງ ສືບໆໄປເປັນນິດເທີ້ນ ອາແມນ. Uka jalj uñjjattʼäta |
ບໍ່ມີການທົດລອງໃດໆເກີດຂຶ້ນກັບພວກເຈົ້າທັງຫລາຍ ນອກຈາກການທົດລອງທີ່ເກີດຂຶ້ນກັບມະນຸດທົ່ວໄປ. ແລະ ພຣະເຈົ້າສັດຊື່; ພຣະອົງຈະບໍ່ປ່ອຍໃຫ້ພວກເຈົ້າຖືກທົດລອງເກີນກວ່າສິ່ງພວກເຈົ້າຈະທົນໄດ້. ແຕ່ເມື່ອພວກເຈົ້າຖືກທົດລອງ ພຣະອົງຈະໃຫ້ພວກເຈົ້າມີທາງອອກດ້ວຍ ເພື່ອພວກເຈົ້າຈະສາມາດອົດທົນຕໍ່ການທົດລອງນັ້ນໄດ້.